Ad

Ad

23 January 2017

ລາວ-ຮ່ວມກັບບໍລິສັດຈີນພັດທະນາການກວດກາ ແລະ ກັກກັນພຶດຜ່ານແດນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການພັດທະນາການກວດກາ ແລະ ກັກກັນພຶດສະຫວ່າງກົມປູກຝັງກະຊວງກະສິ ກຳ ແລະ ປ່າໄມ້ ແລະ ບໍລິສັດແຄມຊີວິສາວະກຳຈຳກັດ ( ບໍລິສັດຈາກ ສປ ຈີນ ) ໄດ້ມີຂຶ້ນໃນວັນທີ 20 ມັງກອນນີ້ທີ່ກະຊວງກະສິກຳ ແລະ ປ່າໄມ້, ລະຫວ່າງ ທ່ານ ວິໄລສຸກ ເຄນນະວົງ  ກົມປູກຝັ່ງ, ກະຊວງດັ່ງກ່າວ ແລະ ທ່ານ ເວີຍປາວພີງ ຫົວໜ້າຜູ້ຕ່າງໜ້າທບໍລິສັດດ່ັ່ງກ່າວ, ໂດຍການເຂົ້າຮ່ວມເປັນສັກຂີພະຍານ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຫົວໜ້າທີ່ ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳລາວກໍໄດ້ເຂົ້າຮ່ວມ.


ທ່ານ ຫົວໜ້າກົມປູກຝັ່ງໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນສອງຝ່າຍໄດ້ເປັນເອກະພາບຈະກໍ່ ສ້າງພື້ນຖານໂຄງລ່າງສຸຂະອະນາໄມພືດປະຈຳດ່ານສາກົນທ່ົວປະເທດລາວ, ໄດ້ເລີ່ມຈັດຕັ້ງປຕິບັດມາແລ້ວນັບແຕ່ເດືອນກຸມພາ 2016 ເປັນຕົ້ນມາ, ເພື່ອແນ່ໃສ່ປັບປຸງສຸຂະນາອະໄມພືດຂອງ ສປປ ລາວ, ໂດຍສະເພະແມ່ນການສະກັດກັ້ນການເຂົ້າມາ ແລະ ແຜ່ລະບາດຂອງສັດຕູພືດ, ປົກປັກຮັກສາສິ່ງແວດລ້ອມທັງເປັນການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຜະລິດຕະພັນພືດມີຄຸນນະພາບ, ປະ ກອບສ່ວນປົກປັກຮັກສາ ແລະ ສ້າງສາເສດຖະກິດຂອງປະປະເທດ, ໂຄງການດັ່ງ ກ່າວລວມມີການກໍ່ສ້າງພື້ນຖານໂຄງລ່າງ, ສະຫນອງວັດຖຸເຕັກນິກການກວດກາ ແລະ ສາມາດອອກໃບຢັ້ງຢືນສຸຂະອະນາໄມພືດ, ການບໍລິການ ແລະ ການສ້າງຄວາມເຂັ້ມແຂງທາງດ້ານວິຊາການເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການປ້ອງກັນ ແລະ ກັກກັນພຶດຂອງ ສປປ ລາວ ໃຫ້ສາມາດເຊື່ອມໂຍງເຂົ້າກັບອາຊຽນກໍຄືພາກພື້ນ ແລະ ສາກົນ,ໂດຍສະເພາະແມ່ນໃຫ້ສາມາດປະຕິບັດເງື່ອນໄຂການນຳເຂົ້າດ້ານສຸຂະອານາໄມພືດຂອງປະເທດຄູ່ຄ້າ, ເຮັດໃຫ້ສິນຄ້າກະສິກຳ ແລະ ປ່າໄມ້ຂອງປະເທດລາວເຮົາສາມາດສົ່ງອອກໄປຕ່າງປະເທດນັບມື້ຫຼາຍຂຶ້ນ.

No comments:

Post a Comment