Ad

Ad

23 January 2017

ຄໍາສັ່ງ 15/ນຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ

          ຄະນະກວດກາສູນກາງພັກ ໃຫ້ຮູ້ວ່າ: ການກວດກາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີວ່າດ້ວຍເພີ່ມທະວີການຄຸ້ມຄອງ, ກວດກຳໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ນັບແຕ່ສູນກາງຮອດທ້ອງຖິ່ນເຫັນວ່າ: ຄະນະສະເພາະກິດຂັ້ນສູນກາງໄດ້ສົມທົບກັບອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນຢູ່ທ້ອງຖິ່ນດຳເນີນກວດກາການປະຕິບັດຄຳສັ່ງດັ່ງກ່າວ ໃນທົ່ວປະເທດ, ຊຶ່ງພົບເຫັນໄມ້ຄ້າງສະໜາມຫລາຍກວ່າ 270 ລ້ານ ແມັດກ້ອນ, ໃນນີ້ໄມ້ຄ້າງສະໜາມ II ມີຈຳນວນ 250 ລ້ານກວ່າແມັດກ້ອນ ແລະ ຢູ່ສະໜາມ III ມີປະມານ 20 ລ້ານກວ່າແມັດກ້ອນ, ໄດ້ມີການມອບພັນທະແລ້ວໃນຈໍານວນ 79 ລ້ານກວ່າແມັດກ້ອນ. ສຳລັບໄມ້ບ້ວງອະນຸມັດໃນສົກປີ 2015-2016 ມີຫລາຍກວ່າ 254
ລ້ານແມັດກ້ອນ, ໄດ້ຂຸດຄົ້ນຕົວຈິງຈໍານວນ 110 ລ້ານກວ່າແມັດກ້ອນ. ໃນນີ້ລັດຖະບານອະນຸມັດ 151 ລ້ານກວ່າແມັດກ້ອນ, ຂຸດຄົ້ນໄດ້ 20 ລ້ານກວ່າແມັດກ້ອນ, ກະຊວງກະສິກຳ ແລະ ປ່າໄມ້ອະນຸມັດ 3.814 ແມັດກ້ອນ, ແຕ່ຂຸດຄົ້ນຕົວຈິງຫລາຍເຖິງ 2 ລ້ານກວ່າແມັດກ້ອນ, ແຂວງອະນຸມັດ 89 ລ້ານກວ່າແມັດກ້ອນ, ຂຸດຄົ້ນຕົວຈິງໄດ້ຫລາຍກວ່າ 79 ລ້ານແມັດກ້ອນ, ເມືອງອະນຸມັດຫລາຍກວ່າ 8 ລ້ານແມັດກ້ອນ ແລະ ຂຸດຄົ້ນເກືອບທັງໝົດ.
  ສໍາລັບໂຮງງານປຸງແຕ່ງໄມ້ໃນທົ່ວປະເທດມີ 2.749 ຫົວໜ່ວຍ, ໃນນີ້ມີໃບອະນຸຍາດ 1.595 ຫົວໜ່ວຍ, ໂຮງງານຂະໜາດນ້ອຍແບບຄອບຄົວບໍ່ມີໃບອະນຸຍາດ 1.154 ຫົວໜ່ວຍ, ໂຮງງານຕັ້ງຢູ່ໃກ້ກັບປ່າສະຫງວນມີ 28 ແຫ່ງ ແລະ ບັນດາແຂວງແມ່ນມີຂໍ້ຕົກລົງໃຫ້ຍຸບເລີກແລ້ວ.

          ພາຍຫລັງມີຄຳສັ່ງ 15/ນຍ ໄດ້ກວດກາພົບເຫັນມີການລະເມີດສົ່ງໄມ້ອອກໄປຕ່າງປະເທດຄື: ແຂວງໄຊຍະບູລີ ແລະ ແຂວງຫົວພັນ ອະນຸຍາດສົ່ງໄມ້ອອກໄປຕ່າງປະເທດຈຳນວນ 22 ຄັນລົດ, ມີບໍລິມາດຕາມເອກະສານ 121 ແມັດກ້ອນ, ແຕ່ສົ່ງໄມ້ອອກຕົວຈິງມີເຖິງ 568 ພັນກວ່າແມັດກ້ອນ, ແຂວງຄຳມ່ວນຍຶດພາຫະນະຂົນສົ່ງໄມ້ຂະຍຸງ 2 ຄັນລົດຈຳນວນ 4 ແມັດກ້ອນ; ດ່ານນ້ຳພາວກວດພົບລົດບັນທຸກຊີມັງລັກລອບຂົນໄມ້ຕີຕັບໄປຫວຽດນາມມີນໍ້າໜັກ 7 ໂຕນ, ແຂວງສະຫວັນນະເຂດກັກລົດ 6 ຄັນ, ຍຶດໄມ້ໄດ້ 790 ທ່ອນ, ມີບໍລິມາດຫລາຍກວ່າ 100 ແມັດກ້ອນ ແລະ ອື່ນໆ, ສ່ວນຢູ່ດ່ານແດນສະຫວັນ-ລາວບາວຍຶດໄມ້ລັກລອບຂົນສົ່ງໄປຫວຽດນາມມີບໍລິມາດ 9 ພັນກວ່າແມັດກ້ອນ, ຍຶດພາຫະນະທີ່ພົວພັນເຖິງການຂຸດຄົ້ນ ແລະ ທຸລະກິດໄມ້ໄດ້ຈຳນວນ 88 ຄັນ, ໂຕະຊອຍໄມ້ 3 ເຄື່ອງ, ຍຶດ ແລະ ທຳລາຍຈັກຕັດໄມ້ຈໍານວນ 8.925 ເຄື່ອງ, ອາໄຫລ່ຈັກຕັດໄມ້ 2.083 ສິ້ນສ່ວນ ແລະ ມາຮອດປັດຈຸບັນຂາຍໄມ້ທີ່ຍຶດໄດ້ 3 ລ້ານກວ່າແມັດກ້ອນ, ລວມມີມູນຄ່າຫລາຍກວ່າ 4,58 ຕື້ກີບ.

No comments:

Post a Comment