Ad

Ad

26 November 2014

ໄມໂຄຣຊອບ ນຳສະເໜີໂທລະສັບມືຖື ລູເມຍ 535 ໃນລາວ



     ວັນທີ 25 ພະຈິກນີ້, ຢູ່ສູນ ໂນເກຍ ນະຄອນຫລວງວຽງຈັນ ໄດ້ນຳສະເໜີໂທ ລະສັບມືຖືໄມ ໂຄຣຊອບ ລູເມຍ 535 ສອງຊິມ, ໂດຍທ່ານ Rahul Karve  ຜູ້ຈັດ ການຝ່າຍບໍລິຫານໂນເກຍ ປະ ຈຳປະເທດກຳປູເຈຍ, ລາວ ແລະ ມຽນມາ.
     ຜູ້ຈັດການຝ່າຍບໍລິຫານ ດັ່ງກ່າວແນະນຳວ່າ: Lumia 535 ສອງຊິມ, ເປັນໂທ ລະສັບທີ່ປະສົບປະສານກັບໄມໂຄຣຊອບ, ບໍ່ວ່າຈະເປັນໜ້າຈໍສະແດງຜົນ ກວ້າງເຖິງ 5 ນິ້ວ ແລະ ຄວາມຄົມຊັດຂອງກ້ອງເບື້ອງໜ້າ ແລະ ຫລັງສູງເຖິງ 5 ລ້ານເມກາ ພິກເຊວ, ພ້ອມນັ້ນ ໄມໂຄຣຊອບ ຍັງ ໄດ້ນຳເອົາສິ່ງໃໝ່ໆປະກອບເຂົ້າໄປນຳອີກເພື່ອສາມາດຕອບສະໜອງຄວາມຕ້ອງການ ຂອງ ບັນດາທ່ານທີ່ເຮັດວຽກໃນຫ້ອງການ ແລະ ສຳລັບຜູ້ມັກເດີນທາງບໍ່ວ່າຈະເປັນການເຂົ້າເຖິງເອກະສານ ເຊັ່ນ: Word, Excel, Powerpoint OneNote note books ແລະ ເອກະສານຕ່າງໆທີ່ທ່ານຕ້ອງການໂດຍບໍ່ຈຳເປັນຕ້ອງໃຊ້ຄອມ
ພິວເຕີ, ພຽງແຕ່ທ່ານມີໂທລະສັບມືຖືລູເມຍ 535 ກໍສາມາດເຮັດວຽກຂອງທ່ານ ໄດ້ຢ່າງສະດວກສະບາຍ ພ້ອມນີ້ ລູເມຍ 535 ຍັງບັນຈຸໂປຣແກມ Window Phone 8.1 ທີ່ອັບເດດ ຫລ້າສຸດມາພ້ອມ ແລະ ສາມາດຫລິ້ນແອບພິເຄເຊີນຕ່າງໆທີ່ ພວມນິຍົມຊົມຊອບໃນປັດຈຸບັນ.
     ລູເມຍ 535 ສອງຊິມນີ້ ຄາດວ່າຈະມີວາງຂາຍໃນຕົ້ນ ເດືອນທັນວາ 2014 ທີ່ຈະມາ ເຖິງນີ້ ໃນລາຄາ ປະມານ 1.090.000 ກີບ ແລະ ມີຫລາກຫລາຍສີສັນໃຫ້ເລືອກເຊັ່ນ: ສີດຳ, ສີຂາວ, ສີສົ້ມ, ສີຂຽວ ແລະ ສີຟ້າເປັນຕົ້ນ.    

No comments:

Post a Comment