ເຈົ້າໜ້າທີ່ ປກສ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ:ພາຍຫລັງ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີໄວລຸ້ນກຸ່ມໜຶ່ງອາໄສຢູ່ເຂດບ້ານຊຳ
ເຄ້ ເມືອງໄຊເສດຖາ ເຄື່ອນ ໄຫວຜິດປົກກະຕິ, ຈຶ່ງຈັດກຳລັງ
ລົງຕິດຕາມ ແລະ ຮູ້ວ່າ ໄວໜຸ່ມ ກຸ່ມດັ່ງກ່າວແມ່ນຂະບວນການ ປຸ້ນຊັບຕົວອັນຕະລາຍ, ຈຶ່ງໄດ້
ຈັບຕົວ ມາດຳເນີນຄະດີຕາມກົດໝາຍ, ມີຜູ້ ຕ້ອງຫາຄື
ທ້າວ ສົມ ສະໜຸກ (ຕານ້ອຍ) ອາຍຸ 27 ປີ, ທ້າວ ສຸດທານີ (ຈອນນີ) ອາຍຸ 28 ປີຢູ່ບ້ານສີສັງວອນ,
ທ້າວ ວິລະ ກອນ ອາຍຸ 19 ປີ, ນາງ ພອນປະ ສົງ ອາຍຸ 19 ປີ ຢູ່ບ້ານທາດ ຫລວງກາງ ແລະ ນາງ ໂບ
ອາຍຸ 19 ປີຢູ່ບ້ານໂພນທອງ ເມືອງ ໄຊເສດຖາ ແລະ ກວດຄົ້ນເຮືອນພົບ ຢາບ້າ 345 ເມັດ, ລົດຈັກ
5 ຄັນ, ສີ້ນສ່ວນອາໄຫລລົດຈັກຫລາຍ ປະເພດ, ປືນໜຶ່ງ ກະບອກ, ພ້ອມກະສູນຈຳນວນໜຶ່ງ, ເຄື່ອງຊ໋ອດ
ໄຟຟ້າ, ງ້າວ, ຄອມພິວເຕີໂນດ ບຸກ, ອຸປະກອນເສບຢາເສບຕິດ, ໂທລະ ສັບ ແລະ ເງິນຈຳນວນໜຶ່ງ, ເຊິ່ງຄາດວ່າໄດ້ຈາກການ
ປຸ້ນຊັບຂອງພົນລະເມືອງ, ເຈົ້າ ໜ້າທີ່ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນ ການດຳເນີນຄະດີຕາມກົດໝາຍ.
ຂ່າວໃຫ້ຮູ້ອີກວ່າ: ເມື່ອບໍ່ດົນມານີ້, ສານນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ໄຊຍະສິດ ອາຍຸ 24 ປີຢູ່ບ້ານດົງ ຄຳຊ້າງ ເມືອງຫາດຊາຍຟອງ ຈຳຄຸກເປັນເວລາ
4 ປີເຄິ່ງ, ພ້ອມ ປັບໃໝ 4 ລ້ານກີບ, ທ້າວ ຍຸດທະ ກອນ ອາຍຸ 24 ປີຢູ່ບ້ານ ໂພນ ສີນວນ ເມືອງສີສັດຕະນາກຈຳ
ຄຸກ 3 ປີເຄິ່ງພ້ອມປັບໃໝ 5 ລ້ານ ກີບ, ທ້າວ ອິນທະພອນ ອາຍຸ 26 ປີຢູ່ບ້ານໂພນສີ ນວນ, ເມືອງສີ
ສັດຕະນາກຈຳຄຸກ 2 ປີເຄິ່ງພ້ອມ ປັບໃໝ 2,8 ລ້ານກີບ, ທ້າວ ທະ ນູເພັດ ອາຍຸ 27 ປີ ພັກເຊົາຢູ່ບ້ານ
ສະ ພານທອງ ເມືອງສີສັດຕະ ນາກ ຈຳຄຸກ 3 ປີ 9 ເດືອນພ້ອມ ໃໝ 5 ລ້ານກີບ, ທ້າວ ພູວົງ ອາຍຸ
38 ປີຢູ່ບ້ານສະພັງມຶກ ເມືອງ ໄຊທານີ ແລະ ທ້າວ ພອນທະວີ ໄຊ ອາຍຸ 21 ປີ ຢູ່ບ້ານໂພນທັນ,
ເມືອງສີສັດຕະນາກຈຳຄຸກຜູ້ລະໜຶ່ງປີ ແລະ ປັບໃໝ 3 ລ້ານ ກີບ, ໃນຂໍ້ຫາລັກຊັບພົນລະເມືອງ. ໂດຍພວກເຂົາໄດ້ຮ່ວມກັນເຄື່ອນໄຫວລັກລົດຈັກ,
ລັກຄອມພິວເຕີໂນດບຸກ, ໂທລະສັບ ແລະ ຊັບສິນ ອື່ນໆຢູ່ຕາມສະຖານທີ່ສາທາລະນະ, ງັດແງະເຮືອນຊານ
ແລະ ຫ້ອງແຖວເຊົ່າໃນຕົວເມືອງຫລາຍຄັ້ງກ່ອນຈະ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີໄດ້ເມື່ອ
ທ້າຍປີ 2013 ຜ່ານມາ.
No comments:
Post a Comment