Ad

Ad

25 November 2014

ລາວ​ຖອດ​ຖອນ​ບົດຮຽນການ​ເຮັດ​ທົດ​ລອງ​ວຽກງານ 3 ສ້າງສອງ​ປີຜ່ານມາ



          ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດຮຽນກ່ຽວກັບ​ການ​ເຮັດ​ທົດ​ລອງ 3 ສ້າງ​ທົ່ວ​ປະ​ເທດ​, ​​ໃນ​ວັນ​ທີ 24-25 ພະ​ຈິກນີ້,  ຢູ່ສູນ​ຝຶກ ອົບຮົມຫຼັກ 5 ( ICTC) ນະຄອນຫຼວງວຽງຈັນ, ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ຈູມ​ມາລີ   ໄຊ​ຍະ​ສອນ  ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ, ປະ ທານ​ປະ​ເທດ ​ແຫ່ງ ສປປ ລາວ, ທ່ານ ບຸນ​ຍັງ​ວໍລະ​ຈິດ ຜູ້​ປະ​ຈຳ​ການ​ຄະນະ​ເລຂາທິ ການ​ສູນ​ກາງ ຫົວໜ້າຄະນະ​ຊີ້​ນຳ​ວຽກງານ 3 ສ້າງຮອງ​ປະທານ​ປະ​ເທດ ​ແລະ ມີ​ຜູ້ແທນຕາງໜ້າຈາກ​ພາກຂະ​ແໜງ ການ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດເຂົ້າ​ຮ່ວມ​ເປັນ​ຈຳນວນຫຼາຍ.
     ທ່ານ ບຸນ​ຍັງ ​ວໍລະ​ຈິດ​ ໄດ້ ກ່າວ​​ເປີດກອງ​ປະຊຸມ​ວ່າ: ​ເພື່ອ​ສືບຕໍ່ຜັນ​ຂະຫຍາຍ​ມະຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ​ກໍ​ຄື​ມະຕິ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ການ​ສ້າງ ແຂວງ​ເປັນ​ຫົວໜ່ວຍຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ, ສ້າງ​ບ້ານ​ເປັນ​ຫົວໜ່ວຍພັດທະນາ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ໃນ​
ຂອບ​ເຂດທົ່ວ​ປະ​ເທດດັ່ງນັ້ນ ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ສັງ​ເກດ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​ໃນ​ການ​ເຮັດ​ທົດ​ລອງ​ວຽກງານ​ດັ່ງກ່າວ ໃນ 2 ​ປີຜ່ານມາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ 51 ເມືອງ ​ແລະ 109 ບ້ານ​ເປົ້າໝາຍທີ່​ຖືກ​ຄັດ​ເລືອກ​ເພື່ອ​ຊອກ​ໃຫ້​ເຫັນດ້ານ​ດີ ທີ່​ຈະ​ຕ້ອງ​ໄດ້​ສົ່ງ​ເສີມ ​ແລະດ້ານ​ອ່ອນ ເພື່ອ​ເປັນ​ບົດຮຽນທີ່​ຈະ​ຕ້ອງ​ປັບ ປຸງ​ແກ້​ໄຂ​ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ.
     ທ່ານ ຈັນ​ສີ  ​ໂພ​ສີ​ຄຳ ຄະນະ​ເລຂາທິການ​ສູນ​ກາງ​ພັກຫົວໜ້າ ຄະນະ​ຈັດຕັ້ງສູນ​ກາງ​ພັກຮອງ​ຫົວໜ້າຄະນະ​​ຊີ້​ນຳ​ເຮັດ​ທົດ​ລອງ​ວຽກງານ​ 3 ສ້າງຕີ​ລາ​ຄາວ່າ:  ໃນ 2 ປີ ຜ່ານ​ມາ​​​ແຕ່ລະ​ຂະ​ແໜງ ການ ແລະ ທ້ອງ​ຖິ່ນ​ຕ່າງໆໄດ້​ເອົາ​ໃຈ​ໃສ່​ເຜີຍ​ແຜ່ ແລະ ຜັນ​ຂະ ຫຍາຍ​ມະຕິ 03 ຂອງ​ກົມ​ການ​ເມືອງ, ກໍ​ຄື​ບັນດາ​ມະຕິ​ກຳ​ຕ່າງໆ ກ່ຽວກັບ​ວຽກງານ 3 ສ້າງ​ໄດ້​ດີ​ສົມຄວນ, ອັນ​ໄດ້​ເຮັດ​ໃຫ້​ບັນ​ດາ​ຊັ້ນຄົນມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ແລະ ຕື່ນ​ຕົວ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ສ້າງ​ບ້ານ​ພັດທະນາ​ຢ່າງ​ເປັນ​ຄະ​ບວນຟົດ​ຟື້ນ ແລະ ຕໍ່​ເນື່ອງ, ​ເຮັດ​ໃຫ້​ລະ ບົບ​ການ​ເມືອງ ​ແລະ ການ​ປົກ ຄອງ​ຢູ່​ຮາກ​ຖານເປັນຕົ້ນ​ແມ່ນ​ຢູ່​ບັນດາ​ບ້ານ 3 ສ້າງ​ສືບຕໍ່ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ຄວາມໜັກ​ແໜ້ນ​ເຂັ້ມ​ແຂງ,  ​ສາມາດ​ເວົ້າ​ໄດ້​ວ່າ ມະຕິ 03 ກ່ຽວກັບ 3 ສ້າງ​ໄດ້​ກາຍ​ເປັນຄວາມ​ຮັບ​ຮູ້​ເຂົ້າ​ໃຈ, ໄດ້​ຖືກ​ຜັນ​ຂະຫຍາຍ​ເປັນ​ຂະ​ບວນ ການ​ກະທຳ​ຂອງ​ສະມາ​ຊິກ​ພັກ- ພະນັກງານ ແລະ ປະຊາຊົນທັງ​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ຮາກ​ຖານ, ໂດຍ​ສະ​ເພາະ​ແມ່ນ 51 ເມືອງ ​ແລະ 109 ບ້ານ​ເປົ້າໝາຍ  ​ແລະ ໄດ້​ເຮັດ​ໃຫ້ການ​ຈັດຕັ້ງນຳ ພາ, ການ​ບໍລິຫານ​ຄຸ້ມ​ຄອງ​ຢູ່​ທ້ອງ​ຖິ່ນ ແລະ ຮາກ​ຖານ​ໄດ້​ຮັບ​ການ​​ຍົກ​ລະດັບ, 3 ສ້າງ​ໄດ້​ກາຍ​ເປັນ​ປັດ​​ໄຈ​ກະຕຸກ​ຊຸກຍູ້​ການ​ພັດ ທະນາ​ຊົນນະບົດ ​ໃຫ້​ມີ​ໃບໜ້າ​ໃໝ່ ແລະ ມີໜໍ່​ແໜງ​ໃໝ່, ດ້ານ​ການ​ຜະລິດ​ເປັນ​ສິນຄ້​າໄດ້​ເກີດ​ຂຶ້ນ ຫຼາຍ ​ແລະ ມີ​ການຈັດຕັ້ງ​ເປັນ​ກຸ່ມ​ຂຶ້ນຕິດ​ພັນ​ກັບ​ການ​ຊ່ວຍໜຸນ ຂອງ​ນັກວິຊາການ, ສິນ​ເຊື່ອ ການ​ຕະຫຼາດ ​ແລະ​ ການ​ຊ່ວຍ​ເຫຼືອຈາກ​ຂະ​ແໜງການ​ຕ່າງໆ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ​ໄດ້​ເຮັດ​ໃຫ້ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ກໍ​ຄື​ການ​ສ້າງ​ເມືອງ  ​ແລະ ບ້ານ​ພັດທະນາ​ມີ​ຜົນ​ສຳ​ເລັດ ​ແລະ ອີງ​ໃສ່​ຜົນ​ການ​ປະ​ເມີນ​ຄວາມທຸກ​ຍາກ ແລະ ການ​ພັດທະນາ​ລັດຖະບານ​ປີ 2014 ເຫັນ​ວ່າ​ຢູ່​ໃນ 51 ເມືອງ​ທົດ​ລອງ, ມີ 34 ເມືອງ​ມີ​ບາດ ກ້າວ​ຫັນປ່ຽນດີ​ຂຶ້ນ ແລະ ສາ ມາດ​ກາຍ​ເປັນ​ຕົວ​ເມືອງ​ເຂັ້ມ​ແຂງ​ຮອບດ້ານ, ສ່ວນ​ໃນ 109 ບ້ານ​ເຮັດ​ທົດ​ລອງ​ມີ 30.995 ຄອບຄົວ, ມີ 82 ບ້ານ​ໄດ້​ກາຍ​ເປັນ​ບ້ານ​ພັດທະນາ, ມີ​ຄອບຄົວ​ພັດທະນາ25.967 ຄອບ ຄົວ ​ແລະ ບ້ານ​ປອດ​ຄະດີ 108 ບ້ານ. ນອກ ຈາກ​ນີ້, ການ​ຄຸດ​ຄົ້ນ​ທ່າ​ແຮງ​ຢູ່​ພາຍ​ໃນ ແລະ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ໄດ້​ເພີ່ມ​ຂຶ້ນ​ທຸກ​ເມືອງ ​ແລະ ບ້ານ​ເປົ້າໝາຍທົດ​ລອງ​ພົ້ນ​ເດັ່ນ​ແມ່ນ: ການເກັບ​ພາ ສີ​ທີ່​ດິນ​ຢູ່​ບ້ານ​ສີສະ​ຫວາດ, ເມືອງ​ບໍລິ​ຄັນ​ເພີ່ມ​ຂຶ້ນ 3 ເທົ່າ​ຕົວ, ເມືອງ​​ແປກ, ຊຽງຂວາງ​ເປັນ​ເມືອງ​ພົ້ນ​ເດັ່ນ​ການ​ຂຸດ​ຄົ້ນ​ລາຍ​ຮັບ​ເຂົ້າ​ງົບປະມານ​ໃນ​ສົກ​ປີ 2012-2013​ໄດ້​ເພີ່ມ​ຂຶ້ນ 3 ເທົ່າ​ຕົວ, ​ເມືອງ​ຫ້ວຍ​ຊາຍ, ​ແຂວງ​ບໍ່​ແກ້ວ ​ແລະ ​ເມືອງ​ທ່າ​ແຂ​ກ, ແຂວງ​ຄຳ​ມ່ວນ ແມ່ນ​ສາມາດ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ລາຍ​ຈ່າຍ​ບໍລິຫານ​ປົກກະຕິ. ພິ​ເສດ​ຍັງ​ມີ​ການ​ປະກອບສ່ວນ​ຂອງ​ປະຊາ ຊົນ​ຮ່ວມ​ກັບ​ລັດ​ໃນ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ:  ປະ ຊາຊົນ​ບ້ານ​ຊອກ ​ແລະ ບ້ານ​ຜັກ​ຂະ, ​ເມືອງ​ໄກສອນ​ພົມວິຫານ​ໄດ້​ອອກ​ທຶນຂອງ​ຕົນ​ເອງ​ສ້າງ​ທາງ​ຊອຍ 13 ເສັ້ນມູນ​ຄ່າ 790 ລ້ານ​ກີບ ​ແລະ ບ່ອນ​ອື່ນໆ, ອັນ​ນີ້​ຖື​ເປັນ​ຕົວ​ແບບ​ທີ່​ດີ​ທີ່​ລັດ ​ແລະ ປະ ຊາຊົນ​ພ້ອມ​ກັນ​ເຮັດ ຊຶ່ງ​ຕ້ອງ​ໄດ້​ສືບຕໍ່ຊຸກຍູ້​ສົ່ງ​ເສີມ​ໃຫ້​ກ້ວາງ​ຂວາງ.
           ດ້ານ​ວຽກງານ​ວັດທະນະ​ທຳ​-ສັງຄົມ: ຢູ່​ບັນດາ​ບ້ານ​ເຮັດ​ທົດ​ລອງ​ກໍ​ໄດ້​ມີ​ການ​ຫັນປ່ຽນ ຢ່າງ​ຕັ້ງໜ້າ​ໂດຍ​ສະ​ເພາະ​ການ​ແກ້​ໄຂ​ບັນດາ​ບ້ານ​ທີ່​ບໍ່ມີ​ໂຮງ ຮຽນ, ຂາດ​ແຄນ​ອຸປະກອນ​ການ​ຮຽນ-ການ​ສອນ ແລ​ະ ຂາດ​ແຄນ​ຄູ​ສອນ​ແມ່ນ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ​​ເປັນ​ປົກກະຕິ, ປັດຈຸບັນ​ມີ 1​3 ແຂວງ​ໄດ້​ປະກາດ​ຈົບ​ຊັ້ນປະ ຖົມ​ບຳລຸງ ​ແລະ ອີກ 3 ແຂວງ​ແມ່ນ​ກຽມປະກາດ​​ໃນ​ໄວໆນີ້. ຕາ ໜ່າງສາທາລະນະ​ສຸກ​ຢູ່​ບັນດາ​ບ້ານ​ທົດ​ລອງ​ໄດ້​ສືບຕໍ່​ເອົາ​ໃຈ​ໃສ່​ປັບປຸງ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະພາ​ບ, ກອງ​ທຶນ​ເພື່ອ​ສຸຂະ ພາບ​ສຳລັບ​ຜູ້​ທຸກ​ຍາກ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ, ຊຶ່ງ​ໄດ້​ສ້າງ​ເງື່ອນໄຂ​ໃຫ້​ປະຊາຊົນ​ຜູ້​ທຸກ​ຍາກ​ຂາດ​ເຂີນ​ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ສາທາລະນະ​ສຸກຫຼາຍ ຂຶ້ນ,  ບ້ານ​ແບບຢ່າງ​ສາທາລະ ນະ​ສຸກ​ຢູ່​ໃນ​ບ້ານ​ທົດ​ລອງ​ໄດ້​ເພີ່ມ​ຂຶ້ນ​ຈາກ  59 ມາ​ເປັນ 104 ບ້ານ, ສ່ວນວຽກງານເຜີຍ​ແຜ່​ສຶກສາ​ອົບຮົມ​ຕິດ​ພັນ​ກັບ​ການ​ອານຸລັກ ແລະ ​ເສີມ​ຂະຫຍາຍ​ວັດທະນະ​ທຳ, ມູນ​ເຊື້ອ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ກວ້າງ​ຂວາງ, ປັດ ຈຸບັນ​ມີ​ບ້ານ​ວັດທະນາທຳ 98 ບ້ານຢູ່​ໃນ​ບ້ານ​ທົດ​ລອງ, ປະ​ຊາ​ຊົນ​ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ບ້ານ​ຂອງ​ຕົນ​ໃຫ້​ກາຍ​ເປັນ​ຕົວ​ແບບ​ດ້ານ​ວັດທະນາ​ທຳ, ສາທາລະນະ​ສຸກ ​ແລະ ຕົວ​ແບບ​ຄອບຄົວ​ດີ​ເດັ່ນ​ຕ່າງໆຫຼາຍຂຶ້ນ​ກວ່າ​ເກົ່າ. ການ​ປະຕິບັດ​ເປົ້າໝາຍສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ຢູ່​ບ້ານ​ເປົ້າໝາຍ​ເຮັດ​ທົດ​ລອງ​ມີ​ຄວາມ​ຄືບໜ້າ ​ແລະ ສາມາດ​ບັນລຸ​ຕາມ​ຄາດໝາຍ​ໄວ້.
        ແຕ່ຄຽງຄູ່​ກັບ​ຜົນ​ສຳ​ເລັດ​ກໍ​ຍັງ​ມີບາງຂໍ້ຄົງຄ້າງ ​ແລະ ຈຸດ​ອ່ອນ​ຈຳນວນໜຶ່ງທີ່​ຕ້ອງ​ໄດ້​ປັບ ປຸງ​ແກ້​ໄຂ​ເປັນຕົ້ນ​ແມ່ນ:  ຄວາມ​ເຂົ້າ​ໃຈ​ກ່ຽວກັບ 3 ສ້າງ ​ແລະ ການ​ເຮັດ​ຕົວ​ຈິງຍັງ​ມີ​ບັນຫາ​ໃນ​ບາງ​ດ້ານ, ການ​ຄົ້ນ​ຄ້ວາ​ເຊື່ອມ​ຊືມມະຕິ​ຕ່າງໆຂອງ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ​ບໍ່ທັນ​ເລິກ​ເຊິ່ງຈຶ່ງ​ເຮັດ​ໃຫ້ການ​ເລືອກ​ເອົາ​ເມືອງ ​ແລະ ບ້ານ​ເປົ້າໝາຍ 3 ສ້າງ​ຢູ່​ທ້ອງ​ຖິ່ນ​ຈຳນວນ ໜຶ່ງບໍ່ຖືກ ​ແລະ ມີ​ການ​ປ່ຽນ​ໄປມາ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ ຍາກ​ໃນ​ການຈັດຕັ້ງປະຕິບັດ​ຕົວ​ຈິງ, ການ​ມອບ​ສິດ ​ແລະ ມອບ​ຄວາມ​ຮັບຜິດ​ຊອບ​ຂອງ​ກະຊວງ​ເປົ້າໝາຍ​ເຮັດ​ທົດ​ລອງ​ໃຫ້​ແກ່​ທ້ອງ​ຖິ່ນ​ບໍ່​ແທດ​ກັບ​ຕົວ​ຈິງ, ທ້ອງ​ຖິ່ນ​ຈຳນວນໜຶ່ງຍັງ​ບໍ່ທັນ​ເສີມ​ຂະ ຫຍາຍ​ຄວາມ​ເປັນ​ເຈົ້າ​ການ ແລະ ຄວາມ​ກ້າຫານໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເອງ ​ແລະ ບາງບັນຫາອື່ນໆ ອີກຊຶ່ງ​ຕໍ່​ໄປ​ນີ້​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສືບຕໍ່ປັບປຸງ​ແກ້​ໄຂ​ໃຫ້​ມີ​ຜົນ​ສຳ​ເລັດຫຼາຍຂຶ້ນ.

No comments:

Post a Comment