Ad

Ad

25 November 2014

ທົບ​ທວນ​ວຽກ​ງານ​ສະຫວັດດີ​ການອາ​ຊຽນ



     ໃນ​ວັນ​ທີ 24 ​ພະຈິກນີ້, ກອງ ປະຊຸມລະຫວ່າງບັນດາຜູ້ຕາງ ໜ້າ​ລັດຖະບານ ​ແລະ ອົງການ ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ​​ປະ​ເທດ​ສະມາຊິກ​ອາຊຽນ, ໄດ້ປຶກ ສາ​ຫາລື​ ​ແລະ ທົບ​ທວນກ່ຽວ​ກັບການຈັດຕັ້ງປະຕິບັດ​ວຽກ​ງານ​ສະຫວັດດີ​ການ-ສັງຄົມ ແລະ ການ​ພັດທະນາ​​ແບບ​ຍືນ​ຍົງ ຂຶ້ນຢູ່ນະຄອນຫລວງ​ວຽງ​ຈັນ, ເພື່ອ​​ແລກປ່ຽນ​ບົດ ຮຽນ ແລະ ຂໍ້​ສະ​ເໜີ​ກ່ຽວ​ກັບ​ວຽກ​ງານ​ຄົນ​ພິການ, ວຽກ​ງານ​ຜູ້​ສູງ​ອາຍຸ,​ເດັກນ້ອຍ ​ແລະ ຄອບຄົວ ​ເພື່ອ​ຊອກ​ໃຫ້​ເຫັນ​ບັນຫາ ​ແລະ ຮ່ວມ​ກັນ​ແກ້​ໄຂ​ເຮັດ​ໃຫ້​ວຽກ​ງານ​ດັ່ງ​ກ່າວ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໄດ້​ຢ່າງ​ຖືກຕ້ອງ ​ແລະ ມີ​ປະສິດ ທິພາບ​ສູງ, ໂດຍ​ການເປັນປະ ທານຂອງທ່ານ ໂຈມ​ແຍງ ​ແພງ​ທອງ​ສະຫວັດ ຮອງ​ຫົວໜ້າ​ກົມ​ແຜນການ ແລະ ການ​ຮ່ວມ​ມືກະ ຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມທັງ​ເປັນຫົວ ໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ສະຫວັດດີ​ການ- ສັງຄົມ ​ແລະ ການ​ພັດທະນາ​ອາ​ຊຽນຂອງລາວ, ທ່ານ ນາງ ນິນ​ປະ​ເສີດ ​ໄຊ​ຍະ​ພອນ​ສີ
ຮອງ​ຫົວ ໜ້າ​ກົມ​ພັດທະນາ​ແມ່ຍິງ​ລາວ, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ບັນດາ​ຜູ້ຕາງໜ້າ​ລັດຖະບານ ແລະ ອົງການ​ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ​ໃນ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເຂົ້າ​ຮ່ວມ.
           ທ່ານ ໂຈມ​ແຍງ ​ແພງ​ທອງ​ສະຫວັດ ​ກ່າວ​ວ່າ: ກອງ​ປະຊຸມ​​ຄັ້ງນີ້ຈະ​ເປີດ​ໂອກາດ​ໃຫ້​ຜູ້​ຕາງ​ໜ້າ​ລັດຖະບານ ແລະ ອົງ ການ​ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະ ບານ​ປຶກສາ​ຫາລືທົບ​ທວນຄືນ​ບັນ ດາ​ກິດຈະ​ກຳ​ຕ່າງໆ​ເຊັ່ນ: ວຽກ​ງານ​ຄົນ​ພິການ, ເດັກນ້ອຍ, ຜູ້​ ສູງ​ອາຍຸ ​ແລະ ຄອບຄົວທີ່​ຈັດຕັ້ງ ປະຕິບັດ​ໃນ​ໄລຍະ​ໜຶ່ງ​ປີຜ່ານມາ​ທີ່​ຕົກລົງ​ກັນ​ໃນ​ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ສະຫວັດດີ​ການ- ສັງຄົມ ​ແລະ ການ​ພັດທະນາ​ອາ​ຊຽນຄັ້ງທີ 9 ​ທີ່​ຊຽມລຽບ, ປະ​ເທດ​ກຳປູ​ເຈຍ, ນອກ​ນັ້ນຍັງ​ຈະ​ໄດ້​ປຶກສາ​ຫາລື ແລະ ວາງ​ແຜນ ການ​ບໍລິການ​ສະຫວັດດີ​ການ-​ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອາ​ຊຽນຫລັງ​ຈາກ​ປີ 2015  ​ເພື່ອ​ຈະ​ນຳ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸໂສ​ສະຫວັດດີ​ການ​-ສັງຄົມ ​ແລະ ການ​ພັດທະນາ​ອາ​ຊຽນຄັ້ງທີ 10 ເພື່ອ​ຮັບຮອງ ​ແລະ ນຳ​ໄປ​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ ພາບ, ​ເຊິ່ງກອງ​ປະຊຸມ​ດັ່ງກ່າວ ຈະ​ມີ​​ຂຶ້ນ​ໃນ​ວັນ​ທີ 25 ​ພະຈິກ​ນີ້ຢູ່, ນະຄອນຫລວງ​ວຽງຈັນ.

No comments:

Post a Comment