Ad

Ad

25 November 2014

ລາຄາຜັກບາງປະເພດຢູ່ທ້ອງຕະຫລາດມີທ່າອ່ຽງແພງຂຶ້ນ



     ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວ ໄປແລ້ວໃນໄລຍະອາທິດທຳອິດຂອງເດືອນພະຈິກ ນີ້ວ່າ: ລາຄາ ສິນຄ້າຢູ່ທ້ອງຕະຫລາດໂດຍ ສະເພາະແມ່ນພືດຜັກປະເພດຕ່າງໆ ເຫັນ ວ່າຢູ່ໃນສະພາບປົກກະຕິດີ, ແຕ່ພໍເລີ່ມເຂົ້າສູ່ໜາວ, ລາຄາຜັກບາງປະເພດພັດມີທ່າ ອ່ຽງແພງຂຶ້ນແຕກຕ່າງກັບ 2 ອາທິດກ່ອນ ເຊັ່ນ: ຫອມປ້ອມ, ຜັກກາດຊອມ ແລະ ອື່ນໆ ອາດເນື່ອງມາຈາກການຕອບສະໜອງບໍ່ພຽງພໍກັບຄວາມຕ້ອງການຂອງຕະ ຫລາດ ແລະ ຜູ້ບໍລິໂພກກໍອາດເປັນໄດ້.
     ຕາມການຕີລາຄາຂອງນັກວິ ຊາການທີ່ກ່ຽວຂ້ອງໄດ້ໃຫ້ເຫດຜົນວ່າ:ສາເຫດຕົ້ນຕໍທີ່ພາໃຫ້ ລາຄາພືດຜັກບາງປະເພດແພງ ຂຶ້ນກໍຍ້ອນວ່າ: ຢູ່ຕະຫລາດບ້ານ ເຮົາສ່ວນໃຫຍ່ແມ່ນຍັງເພິ່ງພາ ການນຳເຂົ້າສິນຄ້ານັບແຕ່ໝາກໄມ້, ອາຫານທະເລ ແລະ ພືດ ຜັກຕ່າງໆຈາກຕ່າງປະເທດ, ຖ້າ ຂາດການນຳເຂົ້າສິນຄ້າ ປະເພດ ນີ້ ຈາກປະເທດໃກ້ຄຽງຈຶ່ງເຮັດ ໃຫ້ລາຄາມີການເໜັງຕີງຄື: ຜັກ ຫອມປ້ອມລາຄາປົກກະຕິຈາກ ເມື່ອກ່ອນ 12.000 ກີບ/ກິໂລ ຖີບ ໂຕຂື້ນເປັນ 30.000/ກິໂລ, ຜັກ ກາດຊອມແຕ່
ກ່ອນ 5-8.000 ກີບ/ກິໂລ ແຕ່ດຽວນີ້ແມ່ນ 10- 12.000 ກີບ/ກິໂລ ແລະ ຜັກອື່ນໆ ກໍໄດ້ມີການເໜັງຕີງຂຶ້ນຕາມລຳດັບ. ຂະນະທີ່ໝາກເພັດ, ໝາກ ເຂືອ, ໝາກນາວ, ຜັກກະລຳ, ຜັກ ກາດຂາວທີ່ຊາວສວນເຮົາປູກໄດ້ຫລາຍກໍສາມາດຮັກສາລາຄາ ເດີມໃນລະດັບ 10.000 ກີບລົງມາ.
     ເຖິງຢ່າງໃດກໍດີສຳລັບທາງ ອອກໃນການແກ້ໄຂບັນຫາລາຄາພືດຜັກແພງ ກ່ອນອື່ນໝົດອຳນາດການປົກຄອງ ແລະ ພາກ ສ່ວນກ່ຽວຂ້ອງຕ້ອງໄດ້ປຸກລະດົມຊາວສວນໃຫ້ເອົາໃຈໃສ່ຕໍ່ການປູກພືດລະດູແລ້ງ ແລະ ໃຫ້ ຖືເປັນອາຊີບຕົ້ນຕໍອັນສຳຄັນ ຂອງຂະແໜງປູກຝັງລ້ຽງສັດ ເພື່ອເຮັດໃຫ້ໜ້າທີ່ປຸກລະດົມປະຊາຊົນເຂົ້າສູ່ການປະຕິບັດວຽກ ງານຕົວຈິງບວກໃສ່ກັບການ ຕອບສະໜອງປັດໄຈສົ່ງເສີມ ການຜະລິດໃຫ້ພຽງພໍເຊັ່ນ: ເຄື່ອງມືການຜະລິດ, ຢາປາບ ສັດຕູພືດ ແລະ ສິ່ງສຳຄັນອື່ນໆເພື່ອ ສ້າງແຮງຈູງໃຈໃຫ້ຜູ້ຜະລິດນັບມື້ຫລາຍຂຶ້ນ.

No comments:

Post a Comment