Ad

Ad

25 November 2014

​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເຂດ​ສາມຫຼ່ຽມ​ພັດທະນາ​ກຳປູເຈຍ-ລາວ- ຫວຽດນາມຮ່ວມ​ຫາລື​ກຽມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 8



     ກອງ​ປະຊຸມ​ຂອງ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​​ເຂດ​ສຸມ​ຫຼ່ຽນພັດທະນາ​ກຳປູ​ເຈຍ-ລາວ- ຫວຽດນາມ      (​CLV) ໄດ້​ຈັດ​ຂື້­​ນ​ໃນ​ວັນທີ 24 ພະ​ຈິກ​ນີ້, ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ,​ໃນນະຄອນຫຼວງ​ວຽງ​ຈັນ, ພາຍ​ໃຕ້​ການ­​ເປັ­​ນປະທານ­​ຂອງ​ທ່າ­ນ  ສະ​ເຫຼີ​ມ​ໄຊ ກົມ ມະ​ສິດ ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວ ໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສຝ່າຍ​ລາວ,​ໂດຍ​ມີ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ+20 ຈາກ​ປະ​ເທດ​ດັ່ງກ່າວ​ເຂົ້າ​ຮ່ວມ​ເພື່ອ​ຫາລື​ບັນຫາ​ຕ່າງໆ​ໃຫ້​ແກ່​ການ​ກຽມ​ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫຼ່ຽມ​ພັດທະນາ (CLV.) ຄັ້ງ​ທີ 8 ຊຶ່ງ​ຈະ​ຈັດ​ຂຶ້ນ​ຢູ່ນະຄອນ ຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 25 ພະຈິກ​ນີ້.
          ​ປະທານ​ກອງ​ປະຊຸມ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກະ ກຽມ​ໃຫ້​ກອງ​ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມ​ຫຼ່ຽມພັດທະນາ​ກຳປູ​ເຈຍ- ລາວ​-ຫວຽດນາມ​ຄັ້ງ​ທີ 8​ ເພື່ອ​ຮັບຮອງເອົາ​ຖະ​ແຫຼ່ງ ການ​ຮ່ວມ​ຂອງ​ຜູ້ນຳ​ສາມ​ປະ​ເທດ​ກຳປູ​ເຈຍ-ລາວ-ຫວຽດນາມ, ພ້ອມ​ນັ້ນ​ກໍ​ໄດ້​ຕີ​ລາຄາ​ຄືນ​ການ​ຮ່ວມ​ມື​ ​ແລະ ການພັດທະນາ​ຢູ່​ເຂດ​ສາມ ຫຼ່ຽມໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນຢູ່ 13​ ແຂວງ ຂອງ 3 ປະ​ເທ​ດ (CLV) ຄື : 4 ແຂວງ​ຂອງ​ລາວ​​ມີ: ​
ແຂວງ​ອັດ​ຕະປື, ສາລະ​ວັນ,​ ເຊ​ກອງ ​​ແລະ ຈຳປາ​ສັກ, 4 ​ແຂວງ​ຂອງ​ກຳປູ​ເຈຍມີ: ຊຽງ​ແຕງ, ຣັດຕະນະ​ຄິຣິ, ມົນ ທົນ​ຄິຣິ​ແລະ ກະ​ແຈະ ​ແລະ 5​ແຂວງ​ຂອງ​ຫວຽດນາມ​ມີ: ດັກ​ລັກ, ຢາ​ລາຍ, ກອນ​ຕູມ, ດັກ​ນົງ ແລະ ບິງ​ເຟືອ​ກ, ພ້ອມ​ນັ້ນ​ກໍ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ແຜນການ​ຮ່ວມ​ມື ແລະ​ ພັດທະນາ​ໃນ​ຕໍ່ໜ້າ​​​​ເປັນ​ຕົ້ນ​ແມ່ນການ​ຂົນຂວາຍ​ຫາ​ທືນ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ​ຕ່າງໆຢູ່ເຂດ​ດັ່ງກ່າວ​ໃຫ້​ສຳ​ເລັດຕາມ​ເປົ້າ​ໝາຍ.
    ​ປະ​ທານກອງ​ປະຊຸມ​ກ່າວ​ວ່າ: ການ​ຮ່ວມ​ມື​ຢູ່​ເຂດສາມຫຼ່ຽມພັດ ທະນາ​ດັ່ງກ່າວ​​ໃນ​ໄລຍະ​ຜ່ານ​ມາ ສິ່ງ​ທ້າທາຍຕົ້ນຕໍ​ແມ່ນ ການ​ລະດົມ​ທຶນ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ບັນ ດາ​ໂຄງການ​ຕ່າງໆ,​ ເນື່ອງ​ຈາກ 3 ປະ​ເທດ​ພວກ​ເຮົາ​ເປັນ​ປະ​ເທດ​ທີ່​ກຳລັງ​ພັດທະນາ,​ ໂດຍ​ສະ​ເພາະປະ​ເທດລາວ ​ແລະ ກຳ​ປູ​ເຈຍ​​ເປັນ​ປະ​ເທດ​ດ້ອຍ​ພັດທະນາ, ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມຈຳ​ເປ​ັນຕ້ອງ​ມີ​ງົບປະມານ ແລະ ​ແຫຼ່ງທືນ​ເພື່ອ​ສະໜອງ​ໃຫ້​ແກ່ການ​ຈັດ​ຕັ້ງ​ປະຕິບັດບັນດາ​​ໂຄງການ​ຕ່າງໆ ມີ​ປະສິດທິ​ຜົນ​ເຖິງ​ວ່າສ່ວນ​ໜຶ່ງ​ໄດ້​ຖືກ​ຈັດຕັ້ງ​ປະ​ຕ​ິບັດ​​ໄປ​ແລ້ວ ແລະ ສ່ວນ​ໜຶ່ງ​ກໍ​ຍັງ​ມີ​ຄວາມ​ຫຼ້າ​ຊ້າ​ຍ້ອນ​ຂາດ​ທືນຮອນ​ ​ແລະ ນີ້​ກໍ​ເປັນ​ບັນຫາ​ເລັ່ງດ່ວນ​ທີ່​ກອງ​ປະ ຊຸມ​ຄັ້ງ​ນີ້​ຈະ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ໃຫ້​ມີ​ຜົນສຳ​ເລັດ.

No comments:

Post a Comment