Ad

Ad

25 November 2014

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານສື່ມວນຊົນ



        ຄະນະຜູ້ແທນສື່ມວນຊົນ ສສ ຫວຽດນາມ ນຳໂດຍທ່ານ ດວນກົງຣິງ ຫົວ ໜ້າຖະແຫລງ ຂ່າວ ແລະ ສື່ສານ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ ວັນທີ 23-29 ພະຈິກ 2014 ເພື່ອ ສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງຂະແໜງການສື່ມວນຊົນ ລາວ-ຫວຽດນາມໃຫ້ນັບມື້ນັບ ຂະຫຍາຍ ຕົວ ແລະ ເປັນຮູບປະ ທຳຍິ່ງໆຂຶ້ນ. ຕອນບ່າຍວັນທີ 24 ພະຈິກນີ້ ທ່ານ ສະຫວັນຄອນ ຣາຊະມົນຕີລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ ຕອນຮັບທ່ານ ດວນກົງຣິງ ພ້ອມຄະນະໃນໂອ ກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພ້ອມທັງແຈ້ງໃຫ້ຄະນະຜູ້ແທນ ຫວຽດນາມຊາບກ່ຽວກັບວຽກງານດ້ານສື່ ມວນຊົນຂອງລາວໂດຍສະເພາະການນຳໃຊ້ສື່ສັງ ຄົມອອນລາຍໃນປັດຈຸບັນ.

    ໃນວັນດຽວກັນ ກໍໄດ້ມີການ ພົບປະສອງຝ່າຍລະຫວ່າງຄະນະຜູ້ແທນສື່ມວນຊົນລາວ ແລະ ຄະນະຜູ້ແທນສື່ມວນ ຊົນ ຫວຽດນາມເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກ ງານດ້ານສື່ບໍ່ວ່າຈະເປັນສື່ສິ່ງ ພິມ, ສື່ເອເລັກໂຕຣ ນິກ ແລະ ອື່ນໆເຊິ່ງຝ່າຍລາວນຳໂດຍທ່ານ ສີວຽງແຂກ ກອນນິວົງ ຫົວໜ້າ ບັນນາທິການໜັງສືພິມປະຊາຊົນທັງເປັນຫົວໜ້າ ຄະນະຜູ້ແທນຝ່າຍລາວ ແລະ ຝ່າຍຫວຽດ ນາມ ນຳໂດຍ ທ່ານ ດວນກົງຣິງ ຫົວໜ້າຖະແຫລງຂ່າວ, ກະຊວງຖະແຫລງຂ່າວ ແລະ ສື່ສານ ສສ ຫວຽດນາມ.
     ໂອກາດດັ່ງກ່າວ  ທັງສອງ ຝ່າຍໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານດ້ານສື່ມວນຊົນໃນຕະຫລອດໄລຍະທີ່ ຜ່ານມາໃຫ້ກັນຊາບເຊິ່ງຝ່າຍ ລາວໄດ້ລາຍງານໃຫ້ຝ່າຍຫວຽດນາມ ຊາບກ່ຽວກັບ ສະ ພາບການຈັດຕັ້ງປະຕິບັດວຽກ ງານ ດ້ານສື່ຕ່າງໆໂດຍສະເພາະສື່ສິ່ງພິມ, ສື່ເອເລັກໂຕຣນິກ, ສື່ສັງຄົມອອນລາຍ, ວຽກງານ ການຄຸ້ມຄອງສື່ໃນ ສປປ ລາວ ແລະ ການຂະຫຍາຍຕົວຂອງວຽກງານສື່ຕ່າງໆທີ່ມີກົດໝາຍລັດຄຸ້ມຄອງ.

No comments:

Post a Comment