Ad

Ad

25 November 2014

ການ​ສຳ​ຫຼວດພົນລະ​ເມືອງ ​ແລະ ທີ່ຢູ່​ອາ​​ໄສສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ



     ໜ່ວຍ​ງານ​ສຳ​ຫຼວດພົນລະ​ເມືອງ ​ແລະ ທີ່ຢູ່ອາ​​ໄສຂັ້ນ​ສູນ ກາງ​ໃຫ້​ຮູ້​ວ່າ: ການສຳ​ຫຼວດພົົນ ລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສທົ່ວ​ປະ​ເທດ​​ແມ່ນ​ການ​ສຳ​ຫຼວດທີ່​ໃຫຍ່​ໃນ​ການຈົດນັບ​ພົນລະ​ເມືອງ​​ໃຫ້​ຮູ້​ເຖິງ​ຈຳນວນ​, ການ​ໂຍກ​ຍ້າຍ​ຂອງ​ພົນລະ​ເມືອງ, ສະພາບ​ການ​ດຳລົງ​ຊີວິດ ​ແລະ ຄຸນ​ລັກ​ຊະນະ​ລະດັບ​ແຂວງ,​ ເມືອງ ​​ແລະ ບ້ານ, ນອກຈາກ​ນັ້ນ​ຍັງ​ສະ​ແດງ​​ໃຫ້​ເຫັນ​ຂໍ້​ມູນ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ ​ແລະ ບັນດາ​ປັດ​ໃຈ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ລວມທັງ​ເງື່ອນ​ໄຂ ​ແລະ ສະພາບ​ຄວາມ​ເປັນ​ຢູ່​ຂອງ​ພົນລະ​ເມືອງ ​ແລະ ທ​ີ່ຢູ່​ອາ​ໃສ່​ທົ່ວ​ປະ​ເທດ​, ເພື່ອ​ມີ​ຂໍ້​ມູນ​ສະໜອງ​ໃຫ້​ແກ່​ການ​ສ້າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ,​ ໂດຍ​ສະ​ເພາະ​ແມ່ນ​ການວາງ​ແຜນນະ​ໂຍບາຍ​ທາງ​ດ້ານ​ປະຊາກອນ ​ແລະ​ ຕິດຕາມ​ເປົ້າ​ໝາຍ​ສະຫັດ​ສະຫວັດ​​ດ້ານ ການ​ພັດທະນາ, ຜ່ານ​ມາລັດ​ຖະບານ​ໄດ້​ຈັດ​ຕັ້ງ​ປະຕິບັດ​ການ​ສຳ​ຫຼວດພົນລະ​ເມື​ອງ ​ແລະ ທີ່ຢູ່​ອາ​ໄສມາ​ແລ້ວ 3 ຄັ້ງຄື ການ​ສຳ​ຫຼວດພົນລະ​ເມືອງ ​ແລະ​ ທີ່ຢູ່​ອາ​ໄສຄັ້ງ​ທີ່​ໜຶ່ງ​ໄດ້​ຈັດ​ຂຢູ່ນ​ໃນ​ປີ 1985, ຄັ້ງ​ທີ 2 ປີ 1995  ​​ແລະ ຄັ້ງ​ທີ  3 ປີ 2005, ສຳລັບ​ຄັ້ງ​ທີ 4​ແມ່ນ​ຈະ​ຈັດ​ຂຶ້ນ​ໃນ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້, ມັນ​ມີ​ຄວາມ​ສຳຄັນ​ຫຼາຍ​ເພາະວ່າ​ເປັນ​ຖານ​ຂໍ້​ມູນ​ເພື່ອ​ຕິດຕາມ, ກວດກາ,  ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ສະ ດັບຄາດ​ໝາຍຂອງ​ແຜນ​ພັດທະ ນາ​
ເສດ​ຖິດ​ສັງຄົມ-ສັງຄົມ 5 ປີ​ຄັ້ງ​ທີ່ 7​ແລະ ​ເປັນ​ພື້ນຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ສ້າງ​ແຜນ​ພັດ ທະນາ​ເສດຖະກິດ​-ສັງຄົມ​ຄັ້ງ​ຕໍ່​ໄປ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ແຜນນະ​ໂຍບາຍ​ຕ່າງໆ​ດ້ານ​ປະ ຊາກອນ​ຂອງ​ ສປປ ລາວ, ນອກ ຈາກ​ນັ້ນ​ການ​ສຳ​ຫຼວດພົນລະ​ເມືອງ ​ແລະ ທີ່ຢູ່​ອາ​​ໄສ​​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຸດ​ເພາະ​ເປັນ​ແຫຼ່ງດຽວ​ໃນ​ການ​ສະໜອງຂໍ້​ມູນ​ດ້ານ​ເສດຖະກິດ-ສັງຄົມ​ໄດ້​ເຖິງ​ລະດັບ​ບ້ານ​ທີ່​ເປັນ​ພື້ນຖານ​ໃຫ້​ແກ່​ການ​ນຳ​ທ້ອງ​ຖິ່ນ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການວາງ​ນະ​ໂຍບາຍ​​ແກ້​ໄຂ​ຄວາມທຸກ​ຍາກ. ກໍ​ຄື​ວຽກ​ງານ 3 ສ້າງ​ຂອງ​ລັດຖະບານ​ໃນ​ປັດຈຸ​ບັນ, ພ້ອມ​ຍັງ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການຕີລາຄາ​ການບັນ​ລຸ ເປົ້າ​ໝາຍ​ສະຫັດ​ສະວັດ​ດ້ານ ການ​ພັດທະນາ​, ທັງ​ເປັນ​ການ​ປະ ກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ສຳ​ຫຼວດພົນລະ​ເມືອງ​ ແລະ​ ທີ່ຢູ່​ອາ​​ໄສ​ຂອງ​ພາກ​ພື້ນ​ ແລະ​ ສາກົນ ນຳອີກ.

No comments:

Post a Comment