Ad

Ad

25 November 2014

ສານນະຄອນຫລວງຕັດສິນລົງໂທດຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ 3 ລາຍ



    ໃນວັນທີ 20 ພະຈິກນີ້, ສານ ນະຄອນຫລວງວຽງຈັນ, ໄດ້ຕັດ ສີນລົງໂທດທ້າວ ຖານ ອາຍຸ 36 ປີ, ຢູ່ບ້ານ​ໂນນ​ຊາຍ ເມືອງ ປາກງື່ມ ຈຳ​ຄຸກ​ເປັນ​ເວລາ 9 ປີ​ 6 ເດືອນ, ພ້ອມ​ປັບ​ໃໝ​ເງິນ 83 ລ້ານ​ກີບ, ທ້າວ ​ເຈີ​ລີ ອາຍຸ 20 ປີ, ຢູ່ບ້ານ ໂພຄຳ ເມືອງໄຊທານີ ແລະ ທ້າວກຸນ ອາຍຸ 32 ປີ, ຢູ່​ບ້ານດົງສ້າງຫີນ ເມືອງໄຊ ທານີ ຈຳຄຸກຜູ້ລະ 5 ປີ, ພ້ອມປັບ ໃໝຜູ້ລະ 10 ລ້ານກີບ ໃນຂໍ້ຫາ ຄ້າຂາຍຢາເສບຕິດ.
     ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ຖານຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອເດືອນມີນາ 2014 ພ້ອມຂອງ ກາງຢາບ້າ ຈຳນວນ 652 ເມັດ, ທ້າວກຸນ ແລະ ທ້າວ ເຈລີ ຖືກ ເຈົ້າໜ້າທີ່ຈັບຕົວໄດ້ເມື່ອເດືອນ ເມສາ 2014 ພ້ອມຂອງກາງຢາ ບ້າ 100 ກວ່າເມັດ. ນອກຈາກນີ້ ຍັງຢຶດຂອງກາງເປັນລົດຈັກ 1 ຄັນ, ໂທລະສັບມືຖື 3 ໜ່ວຍ ແລະ ເງິນຈຳນວນ 820.000 ກີບ.

No comments:

Post a Comment