Ad

Ad

25 November 2014

ລົດບັນທຸກຕຳລົດຈັກເສຍຊີວິດຄາທີ່ຢູ່ທາງ 13 ເໜືອ



    ເຈົ້າໜ້າທີ່ຈະລາຈອນນະ ຄອນຫລວງວຽງຈັນໃຫ້ຮູ້ວ່າ: ເວລາປະມານ 19:00 ໂມງຂອງ ວັນທີ 20 ພະຈິກ 2014 ໄດ້ ເກີດອຸປະຕິເຫດລົດບັນທຸກໝາຍເລກ ທະບຽນ ບກ 1175 ຊຽງຂວາງ, ຂັບໂດຍທ້າວ ບົວສະຫວັນ ອາຍຸ 43 ປີຢູ່ບ້ານໂພນ ງາມ ເມືອງແປກ ແຂວງຊຽງຂວາງຕຳລົດ ຈັກໝາຍເລກທະບຽນ ຈທ 4247 ກຳແພງນະຄອນຢ່າງແຮງຢູ່ ເສັ້ນທາງ 13 ເໜືອ ເຂດບ້ານນາງ່າ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ ເຮັດໃຫ້ຜູ້ ຂັບຂີ່ລົດຈັກຊື່ທ້າວ ສົມຈັນ ອາຍຸ 46 ປີ ຢູ່ບ້ານພັດ ທະນາ, ເມືອງນາຊາຍທອງ, ເສຍຊີວິດຄາທີ່. ຜ່ານການສຶບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ລົດບັນທຸກຄັນດັ່ງ ກ່າວແລ່ນມາແຕ່ ແຂວງຊຽງຂວາງມຸ້ງໜ້າເຂົ້າມານະຄອນຫລວງວຽງຈັນ, ສ່ວນລົດຈັກແມ່ນມຸ້ງໜ້າໄປເມືອງນາຊາຍທອງ, ພໍມາຮອດຈຸດເກີດ ເຫດລົດຈັກແມ່ນແລ່ນຂ້າມໄປເລນທາງເບື້ອງໜຶ່ງຈຶ່ງຕຳເຊິ່ງໜ້າກັບລົດບັນທຸກຈົນເສຍຊີວິດ.

No comments:

Post a Comment