Ad

Ad

24 November 2014

ສປ ຈີນຊ່ວຍເຫລືອໂຄງການພັດທະນາກວມລວມນະຄອນຫລວງວຽງຈັນ



    ໃນວັນທີ 21 ພະຈິກນີ້, ຢູ່ຫ້ອງວ່າການລັດຖະບານ, ໄດ້ມີພິທີລົງນາມລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ວ່າດ້ວຍ ສປ ຈີນ ສະໜອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ ເຂົ້າໃນໂຄງການພັດທະນາ ກວມລວມນະຄອນຫລວງວຽງຈັນ ມູນຄ່າ 617,5 ລ້ານຢວນ (ສະກຸນເງິນຈີນ), ໂຄງການດັ່ງກ່າວແມ່ນບູລິມະສິດຮີບດ່ວນຂອງລັດຖະບານລາວເພື່ອຍົກລະດັບພື້ນ ຖານໂຄງລ່າງ ໃນຕົວເມືອງນະຄອນຫລວງວຽງຈັນຮອງຮັບ ແຜນງານໃຫຍ່ສຳຄັນ ຂອງຊາດເປັນຕົ້ນ: ພິທີສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ, ພິ ທີສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີໃນປີ 2015, ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິ ວັດລາວ ແລະ ກອງປະຊຸມສຸດ ຍອດອາຊຽນໃນປີ 2016 ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບ.
     ຕາງໜ້າລັດຖະບານລາວ ລົງນາມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແລະ ຕາງໜ້າລັດຖະ ບານ ສປ ຈີນ ແມ່ນທ່ານ ກວນ ຮົວ ປິງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ມີລັດຖະມົນຕີ, ເຈົ້າຄອງນະ ຄອນຫລວງວຽງຈັນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

No comments:

Post a Comment