Ad

Ad

24 November 2014

9 ເດືອນຜ່ານມາທະນາຄານ ນະໂຍບາຍປ່ອຍສີນເຊື່ອໃຫ້ກະສິກອນຫລາຍກວ່າ 800 ຕື້ກີບ



     ທະນາຄານນະໂຍບາຍ ໃຫ້ຮູ້ວ່າ: ໃນປີ 2014 ໄດ້ຮັບອະນຸ ມັດທຶນຈາກທະ ນາຄານແຫ່ງ ສ ປປ ລາວ ກໍຄືລັດຖະບານຈຳ ນວນ 977 ຕື້ກວ່າກີບ, ໃນນັ້ນທຶນ ໄລຍະສັ້ນໜຶ່ງປີລົງມາ 350 ຕື້ ກວ່າກີບ, ໄລຍະກາງ 5 ປີມີ 212 ຕື້ກວ່າກີບ ແລະ ໄລ ຍະຍາວ 7 ປີ ລົງມາມີ 414 ຕື້ກວ່າກີບ ແລະ ໃນ 9 ເດືອນຂອງປີ 2014 ນີ້, ສາມາດປ່ອຍສີນເຊື່ອໃຫ້ກະສິກອນລົງທຶນໃສ່ການຜະລິດກະສິກຳເປັນສີນຄ້າເພື່ອ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກໄປແລ້ວປະມານ 803 ຕື້ ກວ່າກີບເທົ່າກັບ 109% ຂອງ ແຜນ, ໃນນັ້ນສີນເຊື່ອໄລຍະສັ້ນມີ 288 ຕື້ກວ່າກີບ, ໄລຍະກາງ 184 ຕື້ກວ່າກີບ ແລະ ໄລຍະຍາວມີ 330 ຕື້ກວ່າກີບ. ໃນນັ້ນສະເພາະ ສີນເຊື່ອເພື່ອສົ່ງເສີມການປູກຝັງ ມີ 214 ຕື້ກວ່າກີບ, ລ້ຽງສັດ 384 ຕື້ກວ່າກີບ, ຫັດຖະກຳ 19 ຕື້ກວ່າກີບ, ອຸດສະຫະກຳປຸງແຕ່ງ 10 ຕື້ ກວ່າກີບ ແລະ ການບໍລິການ 147 ຕື້ກວ່າກີບ. ໂດຍເລັ່ງໃສ່ບັນ ດາເມືອງເປົ້າ ໝາຍຕ່າງໆມີກວມປະມານ 786 ຕື້ກວ່າກີບ, ເມືອງ ທຸກຍາກ  605 ຕື້ກວ່າ ກີບ ແລະ ເປົ້າໝາຍເຮັດທົດລອງສາມສ້າງປະ ມານ 101 ຕື້ກວ່າກີບ. ສ່ວນ ການເກັບໜີ້ຄືນໃນ 9 ເດືອນແມ່ນ ປະຕິບັດໄດ້ 317 ຕື້ກວ່າກີບ, ໃນນີ້ ໄດ້ຈາກໜີ້ກາຍສັນຍາ 119 ຕື້ກວ່າກີບ.

     ທະນາຄານດັ່ງກ່າວໃຫ້ຮູ້ ວ່າ: ໃນໄລຍະຜ່ານມາ, ທະນາ ຄານນະໂຍບາຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ໃນການສະໜອງສິນ ເຊື່ອຊຸກຍູ້ສົ່ງເສີມປະຊາຊົນກໍຄື ກະສິກອນໃນ 68 ເມືອງທຸກ ຍາກ, 64 ຈຸດສຸມລັດຖະບານ ແລະ ບ້ານເປົ້າໝາຍເຮັດທົດ ລອງສາມສ້າງໃຫ້ມີການຜະລິດເປັນສີນຄ້າຕາມນະໂຍບາຍຂອງພັກ ແລະ ລັດຖະບານເພື່ອປະກອບສ່ວນແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ແຕ່ຄຽງຄູ່ກັນ ນັ້ນກໍຍັງມີຫຍຸ້ງຍາກທ້າທາຍ ຫລາຍອັນເຊັ່ນ: ການ ລົງເຄື່ອນໄຫວປະຕິບັດວຽກງານສິນເຊື່ອຂອງສາຂາ ຫລື ໜ່ວຍບໍລິການ ຈຳນວນໜຶ່ງພົບຄວາມຫຍຸ້ງຍາກ, ເນື່ອງຈາກເງື່ອນໄຂ ການຄົມມະນາຄົມບໍ່ສະດວກຈຶ່ງເຮັດ ໃຫ້ປະຊາຊົນບ້ານເປົ້າໝາຍເຂດຫ່າງໄກຈຳນວນໜຶ່ງບໍ່ສາມາດ ເຂົ້າເຖິງແຫລ່ງທຶນ, ໜີ້ ກາຍສັນຍາ ແລະ ດອກເບັ້ຍຄ້າງຮັບເພີ່ມຂຶ້ນຍ້ອນປະຊາຊົນຫລາຍຄອບຄົວບໍ່ໃຫ້ຄວາມຮ່ວມມື, ບໍ່ຕືນຕົວ ແລະ ບໍ່ມີຄວາມ ຈຶ່ງໃຈໃນການ ຊຳລະໜີ້, ໂຄງການຜະລິດສີນ ຄ້າຈຳນວນໜຶ່ງທີ່ທະນາຄານລົງທຶນຜ່ານມາບໍ່ມີປະສິດທິຜົນ, ມີ ການນຳໃຊ້ເງິນ ກູ້ບໍ່ຖືກເປົ້າໝາຍໂດຍສະເພາະຢູ່ນອກເມືອງເປົ້າໝາຍ ແລະ ອື່ນໆ. ສ່ວນນະໂຍບາຍສີນເຊື່ອເພື່ອແກ້ໄຂຜົນເສຍຫາຍຈາກໄພ ນ້ຳຖ້ວມແມ່ນຕໍ່ສັນຍາເງິນກູ້ບ້ວງເກົ່າອອກໄປໜຶ່ງ ປີ, ເຍື້ອນເວລາການຊຳລະດອກເບັ້ຍ ແລະ ສະໜອງເງິນກູ້ໃໝ່ດັ່ງນີ້ເປັນ ຕົ້ນ.

No comments:

Post a Comment