Ad

Ad

24 November 2014

ກິດຈະ​ກຳ​ແລກປ່ຽນ​ວັດທະນະ​ທຳ​ປັກ​ກິ​່ງ-ອາ​ຊຽນ



    ວັນ​ທີ 21 ພະຈິກຜ່ານມາ, ສະມາຄົມ​ມິດຕະພາບ​ລາ​ວ-ຈີນ​, ນະຄອນຫລວງ​ວຽງ​ຈັນ ແລະ​ ສະມາຄົມ​ມິດຕະພາບ​ກັບ​ນາໆ​ຊາດ​ປະຊາຊົນ​ຈີນ, ​ໄດ້​ຮ່ວມ​ກັນ​ຈັດ​ກິດຈະ​ກຳ​ແລກປ່ຽນ​ວັດທະ ນະ​ທຳປັກ​ກິ​່ງ-ອາ​ຊຽນ ຂຶ້ນຢູ່​ສູນ​ການ​ຄ້າ​ລາວ-​ໄອເຕັກ, ນະຄອນຫລວງ​ວຽງ​ຈັນ, ເພື່ອຊຸກຍູ້​ການ​ຮ່ວມ​ມື​  ​ແລະ ແລກປ່ຽນດ້ານ​ວັດ ທະນະ ທຳລະຫວ່າງນະຄອນຫລວງ​ວຽງ​ຈັນ ແລະ ນະຄອນຫລວງ​ປັກ​ກິ່ງ, ທັງ​ເປັນ​ການ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຄົາລົບ​ນັບຖື​ຕໍ່​ວັດທະນະ​ທຳລະຫວ່າງ​ຈີນກັບປະ​ເທດ​ອາ​ຊຽນ​​ໂດຍມີທ່ານ ອານຸພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ປະທານ​ສະມາຄົມ​ມິດ ຕະພາບ​ລາວ-ຈີນ ນະຄອນ ຫລວງ​ວຽງ​ຈັນ, ທ່ານ ເຕີ້ງ ຊ້າວ​ ຫຸ້ຍ ຫົວໜ້າ​ຄະນະ​ຜູ້​ແທນ​ແລກ ປ່ຽນ​ວັດທະນະ​ທຳ​ປັກ​ກິ່ງ-ອາ​ຊຽນ, ມີ​ບັນດາ​ຄະນະ​ຜູ້​ແທນ​ນະ​ຫລວງວຽງ​ຈັນ ແລະ ຄະນະ​ຜູ້​ແທນນະຄອນຫລວງ​ປັກ​ກິ່ງ, ພ້ອມ​ດ້ວຍ​ນ້ອງ​ນັກຮຽນ​ເຂົ້າ​ຮ່ວມຢ່າງຫລວງຫລາຍ.

    ທ່ານ ອານຸພາບ ຕຸ​ນາ​ລົມ ກ່າວ​ວ່າ: ການຈັດ​​ກິດຈະ​ກຳດັ່ງ ກ່າວເປັນ​ການ​ເຜີຍ​​ແຜ່​ສີລະ​ປະ ວັດ​ທະນະ​ທຳ​ຂອງ​ເພື່ອນ​ຈີນ​ທີ່​ມີ​ຄວາມ​ເປັນ​ເອກະລັກ​ໂດດ​ເດັ່ນ ພ້ອມ​ກັນນີ້ກໍ​ເປັນ​ການ​ໂຄສະ ນາເຜີຍ​ແຜ່​ວັດທະນະ​ທຳ​ຮີດ ຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ ​ແລະ ​ໂຄສະນາ​ເຜີຍ​ແຜ່​ຖາ ນະ​ບົດບາດ​ຂອງ​ນະຄອນຫລວງ​ວຽງ​ຈັນ​ໃນ​ເວທີ​ພາກພື້ນ ແລະ ສາກົນ.
    ທ່ານ ເຕີ້ງ ຊ້າ​ວ ຫຸ້ຍ ​ກ່່າວ​ວ່າ: ​​ປີ 2014 ເປັນ​ປີ​ແລກປ່ຽນ​ວັດທະ ນະ​ທຳ​ຈີນ-ອາ​ຊຽນ ເພື່ອ​ເປີດ​ກ້ວາງ​ການ​ແລກປ່ຽນ​ວັດ ທະນະ​ທຳລະຫວ່າງ​ຈີນກັບປະ​ເທດ​ອາ​ຊຽນ​ໃນ​ການ​ເພີ່ມ​ທະວີ​ການ​ໄປ ມາຫາສູ່ລະຫວ່າງ​ຕົວ​ເມືອງ, ນະ ຄອນຫລວງ​ຂອງ​ປະ​ເທດ​ອ້ອມ​ຂ້າງ​​ໃຫ້​ຫລາຍ​ຂຶ້ນ, ເຊິ່ງການ ແລກປ່ຽນ​ວັດທະນະ​ທຳ​ດັ່ງກ່າວ ປະກອບ​ດ້ວຍກິດຈະກຳຄື: ການ ວາງສະ​ແດງ​ມໍລະ ດົກ​ວັດທະນະ​ທຳ​ທີ່​ເປັນ​ສີລະ​ປະ​ເຊັ່ນ: ມວຍ​ຈີນ, ກັງ​ຟູ, ຮ້ອງ​ເພງ ແລະ ອື່ນໆ, ການສະ​ແດງ​ສີມື​ຫັດຖະ​ກຳ​ຂອງ​ມໍລະດົກ​ວັດທະນະ​ທຳ​ທີ່​ເຮັດ​ດ້ວຍ​ອຸປະກອນ​ຕ່າງໆ​ເຊັ່ນ: ​ເຮັດ​ວ່າວເປັນຮູບນົກ, ຮູບແມງກະ ເບື້ອ ​ແລະ ຮູບ​ສັດປະ​ເພດ​ຕ່າງໆ​ ແລະ ການວາງສະ​ແດງ​ຮູບ​ພາບ ພາຍ​ໃຕ້​ຫົວ​ຂໍ້​ປັກ​ກິ່ງ​ທີ່​ມີ​ສະເໜ່, ຄຸ້ມ​ຊື່​ເສີ້ງທີ່​ມີ​ຫລາກ​ຫລາຍ​ສີສັນ, ເຊິ່ງສະ​ແດງ​ໃຫ້​ເຫັນ​ແຫ​ລ່ງ ທ່ອງ​ທ່ຽວ​ວັດທະນະ​ທຳ​ປະຫວັດສາດ ​ແລະ ສິ່ງກໍ່ສ້າງ​ທີ່​ທັນ​ສະ​ໄໝ​​ຢູ່ ປັກ​ກິ່ງ.
                 ທ່ານ ເຕີ້ງ ຊ້າ​ວ ຫຸ້ຍ ​ກ່າວ​ຕື່ມ​​ວ່າ: ການຈັດກິດຈະ​ກຳ​ແລກ ປ່ຽນ​ວັດທະນະ​ທຳ​ປັກ​ກິ່ງ-ອາ​ຊຽນຈະ​ຈັດ​ຢູ່​ສາມ​ປະ​ເທດ ​ເຊິ່ງ ສປປ ລາວ ​ເປັນ​ປະ​ເທດ​ທຳ​ອິດຕໍ່​ໄປ​ຈະ​ໄປ​ຈັດ​ຢູ່​ປະ​ເທດ​ກຳປູ​ເຈຍ ແລະ ປະ​ເທດມາ​ເລ​ເຊຍ.

No comments:

Post a Comment