Ad

Ad

24 November 2014

ສັງຄົມຮຽກຮ້ອງພາກສ່ວນກ່ຽວຂ້ອງເຂັ້ມງວດກວດກາຊີ້ນປາຢູ່ທ້ອງຕະຫລາດ



     ທີ່ຜ່ານມາມັກມີຂ່າວຢ່າງ ແຜ່ຫລາຍກ່ຽວກັບຊາວຄ້າຂາຍສວຍໂອກາດໃຊ້ຟອກໂມນ ຫລື ສານກັນບູດອື່ນໆໃສ່ຊີ້ນ ແລະ ອາຫານທະເລປະເພດຕ່າງໆ, ທີ່ ວາງຂາຍຢູ່ທ້ອງຕະຫລາດນັບ ແຕ່ຕົວເມືອງໄປຈົນຮອດຊົນນະບົດແຕ່ເໜືອຮອດໃຕ້ ແລະ ມາ ຮອດດຽວນີ້ບັນຫາດັ່ງກ່າວແມ່ນໄດ້ແຜ່ຫລາຍ, ໂດຍສະເພາະຢູ່ຕາມທ້ອງຕະຫລາດໃນນະຄອນຫລວງວຽງຈັນສັງຄົມຈຶ່ງ ຂໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການກວດກາເຂັ້ມງວດ, ຫາກມີການພົບເຫັນຂໍໃຫ້ດຳເນີນມາດຕະການທາງກົດ ໝາຍຕໍ່ຜູ້ກະທຳຜິດໃຫ້ເຂັມງວດກວ່າເກົ່າ.
    ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ອາຫານເປັນຜິດດັ່ງກ່າວສ່ວນ ຫລາຍແມ່ນນຳເຂົ້າຈາກຕ່າງປະເທດ, ແລ້ວນຳມາວາງຂາຍຢູ່ ຕາມຕະຫລາດໃຫຍ່ຕ່າງໆຄື ຂົວດິນ, ໜອງດ້ວງ, ທົ່ງຂັນຄຳ, ໂພນຕ້ອງ ແລະ ອື່ນໆ, ໂດຍພວກເຂົາຈະຂາຍໃນລາຄາຖືກ ກວ່າລາຄາຊີ້ນປາຢູ່ພາຍໃນປະເທດ, ບາງກໍລະນີທີ່ກິນຊີ້ນປາໃຊ້ສານ ກັນບູດເຂົ້າໄປຈະເກີດມີອາກາດເຈັບທ້ອງ, ສຸທ້ອງ, ວິນຫົວ, ເຮັດໃຫ້ສຸຂະພາບອ່ອນເພຍ, ໃນທີ່ສຸດ ກໍເກີດມີພະຍາດອື່ນໆແຊກຊ້ອນຕາມມາ. ດັ່ງນັ້ນຕໍ່ບັນຫານີ້ຈຶ່ງ ຂໍຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງໂດຍສະເພາະຄະນະຄຸ້ມຄອງອາ ຫານ ແລະ ຢາ (ຄອຢ) ສົມທົບກັບຂະແໜງລ້ຽງສັດ, ສັດຕະ ວະແພດຈົ່ງຖືສຳຄັນໃນການຕິດຕາມກວດກາຢ່າງເຂັ້ມງວດປະເພດຊີ້ນ ແລະ ປາ ຢູ່ຕາມທ້ອງຕະຫລາດຕ່າງໆ ແລະ ຄວນ ເຮັດຢ່າງເປັນປະຈຳສະໝ່ຳສະເໝີເພື່ອກຳຈັດການສວຍໂອກາດຂອງພວກບໍ່ດີດັ່ງກ່າວໃຫ້ໝົດໄປ.

No comments:

Post a Comment