Ad

Ad

24 November 2014

ອ​ົບຮົມ​ການ​ປ້ອງ​ກັນ​ ແລະ ຄວບ​ຄຸມ​ການ​ຕິດ​ເຊື້ອ​ອີ​ໂບລາ​ໃຫ້​ພະນັກງານ​ສະໝາ​ມບິນ​ສາກົນວັດ​ໄຕ



            ວັນ​ທີ 21 ພະ​ຈິດ​ນີ້, ພະ​ແນ​ກສາທາລະນະ​ສຸກ​ນະຄອນຫຼວງ​ວຽງ​ຈັນ​ຮ່ວມ​ກັບອົງການ​ອະນາ​ໄມ​ໂລກ​ໄດ້​ເປີດ​ຊຸດ​​ອົບຮົມ​ການ​ປ້ອງ​ກັນ​ ແລະ​ ຄວບ​ຄຸມ​ ການ​ຕິດ​ເຊື້ອ​ອີ​ໂບລາ​ໃຫ້​ພະນັກງານ​ສະໝາ​ມບິນ​ສາກົນ​ວັດ​ໄຕ ຂຶ້ນ, ຢູ່​ສະໝາ​ມບິນ​ດັ່ງກ່າວ,​ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຮອງ​ຫົວໜ້າ​ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ຜູ້ຕ່າງ​ໜ້າ​ອົງການ​ອະນາ​ໄມ​ໂລກປະຈຳ​ລາວ, ຕ່າງ​ໜ້າ​ກອງ​ຄຸມ​ຄອງ​ສະໝາ​ມບິນ​ ແລະ ພະນັກງານ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.
        ທ່ານ ດຣ ລຸຍ​ດາ​ແປ່ງ​ ຕາງ ໜ້າ​ອົງການ​ອະນາ​ໄມ​ໂລກ​ປະ ຈຳ​ລາວ​ມີ​ຄຳ​ເຫັນ​ວ່າ: ດັ່ງ​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ​ປັດຈຸບັນ​ໄດ້​ເກີດ​ການລະບາດ​ຂອງ​ພະ ຍາດ​ອີ​ໂບລາ​ຢູ່ພາກ​ໃຕ້​ຂອງ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແລະ ​ມາ​ຮອດ​ປັດຈຸບັນ​ເລກ​​ຜູ້​ຕິດ​ເຊື້ອ​ພຍາດ​ດັ່ງ ກ່າວສູງ​ເຖິງ 15 ພັນ​ກວ່າ​ຄົນ​,​ ໃນ​ນັ້ນ​ເສຍ​ຊີວິດ​ແລ້ວຫຼາຍ​ກວ່າ5 ພັນ​ຄົນ, ຊຶ່ງ​ຈຳນວນ​ຜູ້​ຕິດ​ເຊື້ອ​ທັງ​ໜົດ​ແມ່ນ​ເລີ່​ມຈາກ​ເດັກ​ນ້ອຍ​ອາຍຸ 2 ປີ  ​ແລະ ​ເຊື້ອ​ພະຍາດ​ດັ່ງ ກ່າວ​ໄດ້​ແຜ່​ລະບາດຢ່າງ​ໄວວາ​ຢູ່ ບັນດາ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ​ເຮັດ​ໃຫ້​ທົ່ວ​​ໂລກມີ​ຄວາມ ກັງວົນ ​ແລະ ​ມື້​ນີ້​ພວກ​ເຮົາ​ຈ​ະມາ ເບິ່ງ​ວ່າ​ປະ​ເທ​ດລາວ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ພະຍາດ​ອີ​ໂບ​ລາ​ຫຼືບໍ່ ແລະ​ບ່ອນ​
ໃດ​ມີ​ຄວາມ​ສ່ຽງ​ຫຼາຍທີ່​ສຸດ, ດັ່ງ​ທີ​ອົງການ​ອະນາ​ໄມ​ໂລກ ​ແລະ ກະຊວງ​ສາທາລະ ນະ​ສຸກ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ແລະ ເຫັນ​ວ່າຄວາມ​ເປັນ​ໄປ​ໄດ້​ທີ່​​ເຊື້ອພະຍາດ​ດັ່ງກ່າວຈະມາ​ເຖິງ​ລາວ​ແມ່ນ​ມີ​ໜ້ອຍ,​ ແຕ່​ກໍ​ຍັງ​ມີ​ຄວາມ​ສ່ຽງ​ເຊັ່ນ​ດຽວ​ກັນ, ຊຶ່ງ ບັນດາ​ທ່ານ ເຮັດ​ວຽກ​ຢູ່​ສະໜາມ​ບິນຖືວ່າ​ເປັນ​ກອງ​ໜ້າ​ທີ່​ຈະ​ຕ້ອງ​ໄດ້ປະ​ເຊີນກ່ອນໝູ່ຖ້າ​ຫາກ​ເກີດ​ມີ​ກໍລະນີ​ຜູ້​ຕິດ​ເຂົ້າ​ມາ​ທາງ​ສະ ໜາມ​ບິນ, ດັ່ງ​ນັ້ນ​ມັນ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ພະນັກງານ​ພາຍ​ໃນ​ສະໜາມ​ບິນ​ຈະ​ຕ້ອງ​ໄດ້​ຮຽນ​ຮູ້​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ຕິດ​ເຊື້ອ​ພະຍາດ, ຜ່ານ​ມາ​ກະຊວງ​ສາທາລະນະ​ສຸກ ແລະ ​ເຈົ້າ​ໜ້າ​ທີ່​ການບິນ​ກໍ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​​ແຂງ​ແຮງ​ເພື່ອ​ຕອບ​ໂຕ້​ກັບ​ພະຍາດ​ດັ່ງ ກ່າວ​ດ້ວຍ​ການ​ສ້າງ​ໂປ​ສະ​ເຕີ​ແລະ ​ຕອບ​ສະໜອງຂໍ້​ມູນ​ຂ່າວ ສານ​ຕ່າງໆ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະ ບຸກຄົນ​ທີ່​ເຂົ້າ​ມາ​ໃນ​ປະ​ເທດ​ລາວ ​​ແລະ ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ສິ່ງ​ໜຶ່ງ​ທີ່​ພວກ​ເຮົາ​ຈະ​ໄດ້​ປັບປຸງ​ແມ່ນການ​ຄວບ​ຄຸມ​ການ​ຕິດ​ເຊື້ອ,​ເນື້ອ​ງຈາກ​ວ່າ​ຜ່ານ​ມາ​ພະນັກງານ​ເຮົາ​ຍັງ​ຂາດ​ຄວາມ​ຮູ້​ໃນ​ດ້ານ​ນີ້, ສຳລັບ​ການ​ຄຸມ​ຄວບ​ການ​ຕິດ​ເຊື້ອ​ມີ​ຢູ່ 2 ຈຸດ ໃຫຍ່ຄື 1 ປົກ​ປ້ອງ​ຕົວ​ທ່ານ​ເອງ​ບໍ່​ໃຫ້​ຕິ​ດ​ເຊື້ອ ​ແລະ ​ປົກປ້ອງ​ການ​ແຜ່​ກະ ຈາຍ​ຂອງ​ເຊື້ອ​ໄປ​ສູ່​ບ່ອນ​ອື່ນ​ແລະ ການ​ຝຶກ​ອົບຮົມ​ນີ້​ຈະ​ເຮັດ​ໃຫ້​ບັນດາ​ທ່ານ​ສາມາດ​ປ້ອງ​ກັນ​ຕົວ​ເອງ ​ແລະ ປ້ອງ​ກັນ​ປະຊາຊົນ​ລາວ​​ໄດ້​ດີ​ຍິ່ງ​ຂຶ້ນ.

No comments:

Post a Comment