Ad

Ad

24 November 2014

3 ປີແຫ່ງການເຕີບໂຕຂອງຄ້າຍເພງບີເອັນ ເອັນເຕີເທັນເມັນ


     ວັນທີ 22 ພະຈິກນີ້, ຄ້າຍເພງ ບີເອັນ ເອັນເຕີເທັນເມັນ (BN Entertain ment), ໄດ້ຈັດງານສະ ເຫລີມສະຫລອງວັນ ສ້າງຕັ້ງຄ້າຍເພງຂອງຕົນຄົບຮອບ 3 ປີ, ຂຶ້ນຢູ່ຮ້ານອາຫານ ແມັກຊີ (Merci), ນະຄອນຫລວງວຽງ ຈັນ ໂດຍການເຂົ້າ ຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະ ທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍສິລະປິນ ນັກຮ້ອງ, ທີ່ມີຊື່ສຽງ ຈາກຄ້າຍເພງຕ່າງໆເຂົ້າຮ່ວມ ເປັນຈຳນວນຫລາຍ.
     ໃນໄລຍະ 3 ປີຜ່ານມາຄ້າຍ ເພງ ບີເອັນ ໄດ້ສຸມໃສ່ພັດທະນາ ຕົນເອງໃຫ້ຂະຫຍາຍຕົວຢ່າງຕໍ່ ເນື່ອງ, ສາມາດສ້າງໄດ້ນັກ ຮ້ອງທີ່ມີຊື່ສຽງຫລາຍທ່ານ ເພື່ອ ເຄື່ອນໄຫວສະແດງຮັບໃຊ້ສັງຄົມໄດ້ຢ່າງກວ້າງຂວາງ ເຊັ່ນ: ງານ ເປີດໂຕສິນຄ້າ, ງານລ້ຽງສ້າງ ສັນ, ງານບຸນປະເພນີຂອງຊາດ ຕ່າງໆອັນໄດ້ເຮັດໃຫ້ນັກສິລະ ປິນຫລາຍທ່ານໄດ້ຮັບລາງວັນ ຫລາຍລະດັບເຊັ່ນ: ລາງວັນ ນາກ ຄຳ ແລະ ລາງວັນດວງຈຳ ປາເຫລົ່ານີ້ເປັນຕົ້ນ.
     ຮູບແບບຂອງຄ້າຍເພງດັ່ງ ກ່າວສ່ວນຫລາຍແມ່ນປະເພດ ເພງປ໊ອບ, ອາແອນບີ, ນັກຮ້ອງວົງຣ໋ອກ, ເຊິ່ງເປັນໂສມໜ້າ ໃໝ່ຂອງຄ້າຍເພງນຳອີກເຊັ່ນ: ວົງ ເອັກແຊັດ, ວົງເອເວີເລດ, ວົງ ເຂົ້າປຸ້ນນ້ຳແຈ່ວ ແລະ ສິລະປິນອື່ນໆນຳອີກ.

No comments:

Post a Comment