Ad

Ad

24 November 2014

ໂຕໂຍຕ້າຈັບສະຫຼາກມອບໂຊກ ທ້າຍອາທິດທີ 7 ໃຫ້ລູກຄ້າ



          ວັນທີ 15 ພະຈິກນີ້ບໍລິສັດ ລາວໂຕໂຍຕ້າ ບໍລິການຈຳກັດ, ໄດ້ຈັດພິທີຈັບ ສະຫຼາກມອບລາງວັນໃຫ້ລູກຄ້າໃນໂຄງການລາວໂຕໂຍຕ້າແຈກໂຊກທຸກໆ ທ້າຍອາ ທິດຂຶ້ນ, ຢູ່ບໍລິສັດດັ່ງກ່າວສາ ຂາທົ່ງຂັນຄຳ ໃນນະຄອນຫຼວງ​ວຽງ​ຈັນ ເປັນອາ ທິດ ທີ 7, ໂດຍການເຂົ້າຮ່ວມຂອງທ່ານ ນາງ ວາດ​ສະໜາ ສູ​ນນະລາດ ຮອງຜູ້ ຈັດການ ຝ່າຍການຕະຫຼາດບໍລິ ສັດດັ່ງກ່າວ, ພ້ອມດ້ວຍລູກຄ້າ ເຂົ້າຮ່ວມເປັນຈຳນວນຫຼາຍ.
 ຮອງຜູ້ຈັດການຝ່າຍການ ຕະຫຼາດກ່າວວ່າ: ໂຄງການໂຕ ໂຍຕ້າແຈກໂຊກທຸກໆ ທ້າຍອາທິດໄດ້ເລີ່ມມາແຕ່ເດືອນຕຸລານີ້​ໂດຍ ຈະດຳເນີນໄປຈົນຮອດທ້າຍ ປີ, ລວມມີ 12 ອາທິດ, ຊຶ່ງແຕ່ລະ ອາທິດຈະມີການ ຈັບສະຫຼາກເພື່ອແຈກໂຊກອາທິດລະ 3 ລາງ ວັນໃຫ້ລູກຄ້າຜູ້ທີ່ມາຊື້ລົດຈາກບໍລິສັດຂອງ​ຕົນນັບແຕ່ວັນ 1 ຕຸລາ ນີ້ເປັນຕົ້ນ ໄປ, ຊຶ່ງລວມມີລາງວັນຕ່າງໆຄື: ລາງວັນທີ 1 ທ່ຽວ ຍີ່ປຸ່ນມີ 12 ລາງວັນລາງວັນລະ 2 ຄົນ, ລາງວັນທີ 2 ລົດຈັກ YAMA
HA SPARK ມີ 12 ລາງ ວັນ, ລາງວັນທີ 3 ໂທລະພາບສີ 40 ນິວ 12 ລາງວັນ, ນອກຈາກນີ້ຍັງມີໂຄງການມ່ວນຫຼາຍ ທ້າຍປີຊຶ່ງຈະແຈກລາງວັນໃຫຍ່ຄື: ລົດກະບະວີໂກ້ 1 ຄັນ, ພ້ອມກັບ ລົດເກັ່ງວີອອດ, ລົດຈັກຟີໂນ ແລະ ອື່ນໆ, ລວມມູນ ຄ່າລາງວັນທັງໝົດ 1,4 ຕື້ກີບ ແລະ ການຈັບສະຫຼາກ ມອບໂຊກໃນຄັ້ງນີ້ຜູ້ໂຊກດີໄດ້ຮັບລາງວັນທີ 1 ໄດ້ແກ່ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ລາງວັນ​ທີ 2 ທ່າ​ນ ຫົງ​ດາ​ວັນ ກໍ​ມະນີ ແລະ ລາງວັນ​ທີ 3 ​ແມ່ນ​ທ່ານ ບົວ​ພັນ​ ວັນນະ​ສອນ.

No comments:

Post a Comment