Ad

Ad

24 November 2014

ໂມໂຫໃຊ້ມີດແທງເສຍຊີວິດ

     ເຈົ້າໜ້າທີ່ ປກສ ແຂວງວຽງ ຈັນ, ໄດ້ຈັບຕົວທ້າວ ສົນ ອາຍຸ 46 ປີ ຢູ່ບ້ານຖ້ຳ ເທີບ, ເມືອງກາ ສີ, ມາດຳເນີນຄະດີຕາມລະ ບຽບກົດໝາຍ, ພາຍຫລັງຜູ້ ກ່ຽວໄດ້ ໃຊ້ມີດແທງເມຍຈົນເສຍຊີວິດຍ້ອນເມຍບໍ່ໃຫ້ເງິນໄປຊື້ ເຫລົ້າ.
     ເຫດການດັ່ງກ່າວເກີດຂຶ້ນ ເວລາ 22:00 ໂມງຂອງວັນທີ 10 ພະຈິກ 2014, ເຊິ່ງທ້າວ ສົນ ຮັບ ສາລະພາບວ່າ: ມື້ເກີດ ເຫດຢູ່ ເຮືອນຕົນແມ່ນເຮັດພິທີສູ່ຂວັນ, ພາຍຫລັງສຳເລັດການຜູກແຂນກໍໄດ້ດື່ມກິນຊຸມແຊວກັບຍາດພີ່ ນ້ອງ ແລະ ໝູ່ ເພື່ອນຈົນຮອດເວ ລາປະມານ 22:00 ໂມງເຫລົ້າ ໝົດ, ຈຶ່ງໄດ້ໄປຂໍເງິນນຳເມຍ ເພື່ອຊື້ເຫລົ້າມາຕື່ມ, ແຕ່ເມຍບໍ່ ໃຫ້ຈື່ງເກີດ ມີການຜິດຖຽງກັນ ແລະ ດ້ວຍຄວາມມືນເມົາບວກ ກັບຄວາມໂມໂຫຕົນຈຶ່ງເຂົ້າໄປ ຈັບເອົາມີດຢູ່ໃນເຮືອນອອກມາ ແທງບໍ ລິເວນໜ້າເອີກຂອງເມຍເສຍຊີວິດຄາທີ່.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ສົນ ແລະ ເມຍ ແຕ່ງງານກັນມາໄດ້ 10 ກວ່າປີ, ມີລູກນຳກັນ 4 ຄົນ,  ໂດຍທ້າວສົນເປັນຄົນມັກ ດື່ມເຫລົ້າ ແລະ ມັກຜິດຖຽງກັບເມຍເປັນປະຈຳ, ກ່ອນຊີວິດຄູ່ຂອງທັງສອງຈະລົງດ້ວຍເຫດສະຫລົດໃຈດັ່ງກ່າວ.

No comments:

Post a Comment