Ad

Ad

21 November 2014

ຮອງ​ນາຍົກລັດຖະມົນຕີ ອາຊາງ ລາວລີ ຕ້ອນຮັບ​ອຳນວຍການ​ຝ່າຍ​ຄຸ້ມ​ຄອງໂຄງການທະນາຄານ​ໂລກ



     ໃນ​ວັນ​ທີ 20 ​ພະຈິກນີ້, ຢູ່ຫ້ອງ​ວ່າການ​ລັດຖະບານ, ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ,​ ໄດ້​ຕ້ອນ​ຮັບ​ການ​ເຂົ້າ ຢ້ຽມ​ຂ່ຳນັບ​ຂອງທ່ານ ຈອນ ຣູມ ອຳ ນວຍການ​ຝ່າຍ​ຄຸ້ມ​ຄອງ​ໂຄງ ການຂ​ອງທະ​ນາຄາ​ນ​ໂລກພ້ອມ​ດ້ວຍ​ຄະນະ, ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
     ໂອກາດ​ດັ່ງກ່າວ ,ທ່ານ ອາ​ຊາງ ລາວ​ລີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ຕໍ່ການ​ເດີ​ນທາງມາ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ການ​ຕິດຕາມ- ກວດກາການ ຈັດຕັ້ງປະຕິບັດ​ໂຄງການ​ນ້ຳ​ເທີນ 2 ໂດຍ​ສະ​ເພາະ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງ ນ້ຳ ແລະ ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດນາ​ກາຍ-ນ້ຳ​ເທີນຢູ່ລາວ ຂອງ​ທ່ານ ຈອນຣູມ ​ແລະ ຄະນະໃນຄັ້ງນີ້.
     ທ່ານ ຈອນ ຣູມ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານຮອງ​ນາຍົກລັດຖະມົນຕີ ອາຊາ​ງ ລາວ​ລີ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໃນ​​ຄັ້ງນີ້ ແລະ ຍັງ​ໄດ້ສະແດງຄວາມຊົມເຊີຍ​ຕໍ່ ສປປ ລາວ ທີ່​ໄດ້​ຕັ້ງໜ້າ​ເອົາ​ໃຈ​ໃສ່​ຈັດຕັ້ງປະ​ຕິ​ບັດ​ໂຄງການ​ນ້ຳ​ເທີນ 2 ໄປ​
ຄຽງ​ຄູ່​​ກັບ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ປົກ​ປັກ​ຮັກສາ​ແຫ​ລ່ງນ້ຳໃນຂອບເຂດ​ໂຄງການ ກໍ​ຄື​ເຂດປ່າ​ສະຫງວນ​ແຫ່ງ​ຊາດນາ​ກາຍ-ນ້ຳ​ເທີນ. ພ້ອມ​ກັນນີ້, ທ່ານຍັງໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ປັດຈຸ​ບັນ​ອົງ ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ແຫ​ລ່ງນ້ຳ (Water shed Ma nagement and Protection Au thority: WMPA) ໄດ້​ພະຍາ ຍາມ​ປັບປຸງ​ລະບົບ​ນິ​ເວດ ​ແລະ ຍົກ​ລະ ດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນທີ່​ອາ​​​ໄສຢູ່​ໃນ​ຂອບ​​ເຂດ​ນ້ຳ​ເທີນ 2 ​ເຊິ່ງ​ໄລຍະ​ຜ່ານ​ມາອົງ ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ແຫ​ລ່ງນ້ຳໄດ້​ນຳ​ໃຊ້​ງົບປະມານ​ເຖິງ 98% ຂອງ​ມູນ​ຄ່າ​ທີ່​ໄດ້​ຮັບ​ການ​ອະນຸມັດ 1,25 ລ້ານໂດ​ລາສະຫະລັດເຂົ້າ​ໃນ​ການຈັດຕັ້ງ ປະຕິບັດ​ວຽກ​ງານ​ດັ່ງກ່າວ​ຕາມ​ແຜນການ​ທີ່​ກຳນົດ​ໄວ້. ໃນ ຕໍ່ໜ້າຈະ​ເລັ່ງ​ໃສ່​ການ​ເພີ່ມ​ພື້ນທີ່​ປ່າ​ປົກ​ຫຸ້ມ, ຊຸກຍູ້​ການ​ຜະລິດ ແລະ ສຸມ​ໃສ່​ການ​ພັດທະນາ​ຊຸມ​ຊົນກໍ​ຄື​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່່ຂອງ​ປະຊາຊົນ​ໃນ​ເຂດ​ດັ່ງ ກ່າວ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
     ໃນ​ຕອນ​ທ້າຍ, ທ່ານ ອາຊາ​ງ ລາວ​ລີ ກໍໄດ້ອວຍພອນ​ໃຫ້ຄະນະຈົ່ງ​ປະສົບ​ຜົນສຳ​ເລັດ​​ໃນ​ການປະຕິບັດ​ໜ້າທີ່ວຽກງານຢູ່ ລາວໃນຄັ້ງນີ້ ​ແລະ ຫວັງ​ຢ່າງ​ຍິ່ງ​ວ່າ: ສ ປປ ລາວ ຈະ​ສືບຕໍ່​ໄດ້ຮັບ​ການ​ຮ່ວມ​ມື ແລະ ສະໜັບສະໜູນຈາກ​ທະນາຄານ​ໂລກໃນ ອະນາຄົດ.

No comments:

Post a Comment