Ad

Ad

21 November 2014

ມູນນິທິພັດທະນາຜາສຸກລະດົມທຶນຊ່ວຍເຫລືອປະຊາຊົນຜູ້ຂາດເຂີນຢູ່ເຂດຫ່າງໄກສອກຫລີກ



     ໃນວັນທີ 20 ພະຈິກນີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນ ຫລວງວຽງຈັນໄດ້ຈັດງານຖະແຫລງຂ່າວກ່ຽວ ກັບການລະດົມທຶນຊ່ວຍເຫລືອປະ ຊາຊົນຜູ້ຂາດເຂີນທີ່ອາໄສຢູ່ເຂດຫ່າງໄກສອກຫລີກ, ໂດຍການເຂົ້າຮ່ວມຂອງທ່ານ ບົວລະ ພັນ ທັນພິລົມ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ຄຳໃສ ສຸລິນທອນ ປະທານ ມູນນິທິພັດທະນາຜາ ສຸກ.
     ປະທານມູນນິທິພັດທະນາ ຜາສຸກ ກ່າວວ່າ: ເຖິງແມ່ນວ່າ ພັກ ແລະ ລັດຖະ ບານຈະພະຍາຍາມຊ່ວຍເຫລືອຢ່າງເປັນປະຈຳກໍຕາມ, ແຕ່ກໍຍັງບໍ່ທັນພຽງພໍກັບຄວາມຕ້ອງການ. ດັ່ງນັ້ນທາງມູນນິທິຂອງ ພວກເຮົາຈຶ່ງເຫັນໄດ້ຄວາມສຳຄັນໃນການຂຶ້ນແຜນປຸກລະດົມຂົນຂວາຍການຊ່ວຍເຫລືອຈາກສັງຄົມເພື່ອຮ່ວມຊ່ວຍເຫລືອ ຜູ້ດ້ອຍໂອກາດ ແລະ ຍັງຂາດເຂີນຢູ່ຕາມຊົນນະບົດເຂດຫ່າງໄກສອກຫລີກເປັນ ຕົ້ນເຄື່ອງນຸ່ງຫົ່ມທີ່​ໃຊ້ແລ້ວເຊັ່ນ: ໂສ້ງເສື້ອ ກັນໜາວ ຫລື ທຳມະດາ, ຜ້າຫົ່ມ, ປຶ້ມແບບຮຽນແຕ່ຊັ້ນປະຖົມຈົນຮອດມັດທະຍົມຕອນປາຍທີ່ລູກຫລານຂອງທ່ານເຄີຍ
ໃຊ້ຜ່ານຊັ້ນໄປແລ້ວນັ້ນ, ແຕ່ຍັງມີສະພາບ​ດີ ເພື່ອພວກເຮົາຈະນຳໃຊ້ໄປມອບໃຫ້ປະຊາຊົນ ແລະ ລູກຫລານຂອງເຂົາເຈົ້າ  ຜູ້ທີ່ຂາດເຂີນຢູ່ເຂດຊົນນະບົດຫ່າງໄກສອກ ຫລີກເປັນຕົ້ນ: ແຂວງຜົ້ງສາລີ, ອຸດົມໄຊ, ຫລວງນ້ຳທາ, ຫລວງພະບາງ, ແຂວງ ວຽງຈັນ, ສະຫວັນນະເຂດ ແລະ ແຂວງອື່ນໆ.
     ສຳລັບເຄື່ອງນຸ່ງຫົ່ມນັ້ນຖ້າ ເປັນເຄື່ອງກັນໜາວກໍ​ຍິ່ງ​ດີເພາະ ໄລຍະນີ້ເປັນລະດູໜາວ ແລະ ເຄື່ອງນຸ່ງຫົ່ມຂອງພະສົງສຳມະ ເນນ, ສະຖານທີ່ໃນການຮັບບໍລິ ຈາກສິ່ງຂອງເຫລົ່ານັ້ນແມ່ນສາມາດຕິດຕໍ່​ໄດ້ທີ່ຫ້ອງການມູນນິທິ ພັດທະນາຜາສຸກ, ຕັ້ງຢູ່ ບ້ານ ໜອງທາເໜືອ ຮ່ອມ 10 ເມືອງ ຈັນທະບູລີນະຄອນຫລວງວຽງ ຈັນ, ວັດຕານມີໄຊ, ວັດໜອງສາງທໍ່, ວັດໜອງບອນ, ວັດ ບ້ານຝາຍ, ວັດໜອງບົວທອງ​ໃຕ້​ເຫລົ່າ​ນີ້​ເປັນຕົ້ນ.
     ມູນນິທິພັດທະນາຜາສຸກ ສ້າງຕັ້ງຂຶ້ນໃນເດືອນກຸມພາ 2014 ຜ່ານມາ, ເພື່ອເຮັດໜ້າທີ່ຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ຮັບ ບໍລິຈາກສິ່ງຂອງຕ່າງໆຕາມເງື່ອນໄຂ, ມີອາສາສະໝັກ 2-300 ຄົນ ທີ່ປະຈຳຢູ່ມູນນິທິດັ່ງກ່າວ.

No comments:

Post a Comment