Ad

Ad

21 November 2014

ຍົກສູງວຽກງານຄຸ້ມຄອງການ ເງິນໃຫ້ພະນັກງານກ່ຽວຂ້ອງກະຊວງ ຖວທ



     ພະນັກງງານການເງິນອ້ອມ ຂ້າງກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ), ໄດ້ຮັບການຍົກລະດັບ ຄວາມຮູ້ໃນການຄຸ້ມຄອງງົບປະມານ ແລະ ການເງິນ, ເພື່ອໃຫ້ ວຽກງານດັ່ງກ່າວມີການເຄື່ອນ ໄຫວຖືກຕ້ອງຕາມລະ ບຽບກົດ ໝາຍ, ໂດຍສະເພາະການຈັດຕັ້ງປະຕິບັດແຜນງົບປະມານໃນແຕ່ລະ ສົກປີໃຫ້ມີຜົນສັກສິດ, ສາມາດຄຸ້ມຄອງການບໍລິຫານການເງິນຖືກຕ້ອງຕາມກົດ ໝາຍວ່າດ້ວຍງົບປະມານ ແລະ ລະ ບຽບການເງິນ, ແນໃສ່ເຮັດໃຫ້ວຽກງານການເງິນ ກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວມີຄວາມເຂັ້ມແຂງຂຶ້ນ ເທື່ອລະກ້າວ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດສະຫລຸບການຈັດຕັ້ງ ປະຕິບັດແຜນງົບປະມານສົກປີ 2013-2014, ບົດແນະນຳການຈັດຕັ້ງແຜນງົບປະມານສົກປີ 2014-2015, ການ ສະໜອງ ຂໍ້ມູນສະຖິຕິຊັບສີນຂອງລັດ, ການຈັດຕັ້ງປະຕິບັດໂຄງ ການລົງທຶນຂອງລັດເຂົ້າໃນ ແຜນປະຈຳປີ, ຕົວແບບມາດຕະຖານ ເອກະສານປະມູນດ້ວຍ ການສົມທຽບລາຄາ ຫລື ການ ປະມູນວົງແຄບສຳລັບສີນຄ້າ, ແນະນຳການຂຶ້ນແຜນລາຍຮັບ-ລາຍ
ຈ່າຍງົບປະມານ ແລະ ເງິນລາຍຮັບວິຊາການຕາມສາລະ ບານງົບປະມານ ແລະ ແນະນຳ ກ່ຽວກັບການປະກອບເອກກະສານ ຈົດຮັບ-ຈົດຈ່າຍຜ່ານຄັງເງິນແຫ່ງຊາດໃຫ້ຮັດກຸ່ມ.
     ການຍົກລະດັບຄວາມຮູ້ວຽກ ງານດັ່ງກ່າວມີຂຶ້ນໃນວັນທີ 20 ພະຈິກນີ້, ຢູ່ກະຊວງຖະແຫລງ ຂ່າວ, ວັດທະນາທຳ ແລະ ທ່ອງ ທ່ຽວ, ໂດຍການເປັນປະທານ ຂອງທ່ານນາງ ແພງຈັນ ແພງ ເມືອງ ຫົວໜ້າກົມແຜນການ- ການເງິນກະຊວງດັ່ງກ່າວ ແລະ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລວງຫຼາຍ.

No comments:

Post a Comment