Ad

Ad

21 November 2014

ໄຟໄໝ້ໂຮງເລື່ອຍໄມ້ຢູ່ຊຽງ ຂວາງອາດເກີດຈາກໄຟຟ້າລັດວົງຈອນ



    ພາຍຫລັງເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ, ໄດ້ລົງກວດ ກາ ແລະ ພິສູດ ເຫດໄຟໃໝ້ໂຮງ ເລື່ອຍໄມ້ແປຮູບຂະໜາດໃຫຍ່ ຂອງທ່ານ ເສີມວອນ ອາຍຸ 45 ປີຢູ່ບ້ານລີ ເມືອງແປກ ແຂວງ ຊຽງຂວາງເມື່ອເວລາປະມານ 3 ໂມງເຊົ້າຂອງວັນທີ 13 ພະຈິກ ຜ່ານມາ, ເສຍຫາຍໝົດກ້ຽງ, ໃນນັ້ນມີຈັກກົບໄມ້, ຈັກເລື່ອຍໄມ້ 2 ເຄື່ອງ, ຈັກຊອຍໄມ້ 3 ເຄື່ອງ ແລະ ໄມ້ປະມານ 200 ຄິວຕົກເປັນມູນຄ່າປະມານ 2 ຕື້ກວ່າກີບ, ຜ່ານການສັນນິຖານເບື້ອງຕົ້ນເຫດໄຟໃໝ້ຄັ້ງນີ້ອາດເກີດ ຈາກໄຟຟ້າ ລັດວົງຈອນ, ເນື່ອງຈາກຜ່ານການສືບສວນ-ສອບສວນຈຸດຕົ້ນເຫດ ແລະ ຄຳໃຫ້ການຂອງກຳມະກອນຈຳນວນໜຶ່ງທີ່ພັກ ເຊົາໃນໂຮງເລື່ອຍໃຫ້ຮູ້ວ່າ: ກ່ອນເກີດເຫດແມ່ນໄດ້ຍິນສຽງແຕກດັງຂຶ້ນປະມານ 2-3 ຄັ້ງ, ຈາກນັ້ນ, ກໍມີແປວໄຟລຸກໄໝ້ ຂຶ້ນໃນບໍລິເວນຫລັງຄາໂຮງເລື່ອຍ, ກ່ອນຈະລຸກລາມໄປທົ່ວໂຮງເລື່ອຍໄດ້ຢ່າງໄວວາ.

No comments:

Post a Comment