Ad

Ad

21 November 2014

ລົດບັນທຸກນ້ຳມັນຕຳລົດຈັກຢູ່ທາງ 450 ປີເສຍຊີວິດໜຶ່ງຄົນ



     ເຈົ້າໜ້າທີ່ພະແນກຈະລາຈອນນະຄອນຫລວງວຽງຈັນ ລາຍງານວ່າ: ເວລາປະ 17:00 ໂມງຂອງວັນທີ 18 ພະຈິກນີ້, ໄດ້ ເກີດອຸປະຕິເຫດລົດບັນທຸກນ້ຳ ມັນໝາຍ ເລກທະບຽນ ບກ 8824 ກຳແພງນະຄອນ, ຂັບໂດຍທ້າວ ອິນທອງ ອາຍຸ 45 ປີຢູ່ ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ຕຳ ລົດຈັກໝາຍເລກ ທະບຽນ ຍບ 2638 ກຳແພງນະຄອນ, ເຊິ່ງຂັບ ຂີ່ໂດຍນາງຈັນສະໝອນ ອາຍຸ 24 ປີຢູ່ບ້ານສາມສະອາດເສຍຊີວິດ ຄາທີ່. ຜ່ານການສືບສວນ-ສອບສວນຮູ້ວ່າ: ລົດຈັກແລ່ນມາທິດທາງດຽວກັນບົນເສັ້ນທາງ 450 ປີເພື່ອມຸ້ງໜ້າມາສີ່ແຍກໄຟແດງດົງໂດກ, ພໍມາຮອດຈຸດເກີດເຫດ ເຂດ ບ້ານນາແຄ, ເມືອງໄຊທານີ ລົດຈັກຫັກລົບບັນ ທຸກທີ່ຈອດຢູ່ແຄມທາງຈຶ່ງຖືກລົດບັນທຸກນ້ຳມັນຕຳຢ່າງແຮງຈົນເສຍຊີວິດ.

     ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າ ທີ່ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃຫ້ມີສະຕິລະວັງຕົວໃນການຂັບຂີ່ຢ່າຂັບຂີ່ປະໝາດ ເຊັ່ນ: ການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດດ້ວຍຄວາມໄວ, ລ່ວງປ້າຍຫ້າມ ຫລື ໄຟອຳນາດເຫລົ່ານີ້ເປັນຕົ້ນ, ສິ່ງສຳ ຄັນຜູ້ຂັບຂີ່ຕ້ອງໃຫ້ການເຄົາລົບລະບຽບຈະລາຈອນຢ່າງເຂັ້ມງວດ, ເພື່ອຮັບປະກັນໃຫ້ການສັນຈອນບົນທ້ອງຖະໜົນມີ ຄວາມເປັນລະບຽບ ແລະ ຜູ້ຂັບຂີ່ມີຄວາມປອດໄພ.

No comments:

Post a Comment