Ad

Ad

21 November 2014

ເອກະລັກທີ່ຂາດບໍ່ໄດ້ໃນຍຸກເຊື່ອມໂຍງ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ສອງສາມມື້ຜ່ານມານີ້ ອາກາດເລີ່ມລົດອຸນຫະພູມລົງ. ຄວາມຮ້ອນອົບເອົ້າຄ່ອຍໆ ຖືກຄວາມເຢັນປັດເຂ່ຍອອກຈາກວົງ ໂຄຈອນ. ຫລາຍຄົນເລີ່ມນອນຫົ່ມຜ້າ. ບາງ ບຸກຄົນ ແລະ ອົງການກຸສົນໄດ້ເລີ່ມປະກາດຮັບຜ້າ ຫົ່ມ, ເສື້ອນວມເພື່ອໄປຊ່ວຍ ພີ່ນ້ອງຮ່ວມຊາດທີ່ທຸກຍາກສູ້ຮົບ ຕົບມືກັບຄວາມໜາວ. ສ່ວນຂ່າວຕ່າງປະ ເທດ ນັ້ນກໍບອກວ່າ: ຫລາຍສິບລັດໃນສະ ຫະລັດອາເມ ລິກາພວມຖືກຫິມະ ແລະ ຄວາມ ໜາວຈູ່ໂຈມຈົນມີຄົນເສຍຊີວິດ ຍ້ອນ 6 ຄົນແລ້ວ (ຂ່າວຕ່າງປະ ເທດຕອນ ເຊົ້າວັນທີ 20/11/2014) ຢູ່ນິວຢ໋ອກມີຫິມະຄູນກັນຂຶ້ນໜາ ເຖິງ 1,93 ແມັດ ເປັນປະຫວັດ ການ.
     ເມື່ອງວາກໄປຊ້າຍກໍໜາວ ໄປຂວາກໍໜາວຄືແນວນີ້ ຈານແຍ່ ກໍຮີບຄົ້ນເອົາເສື້ອໜາໆນວມໆມາ ກຽມໄວ້ ເພາະຄິດເຫັນປີ ຜ່ານມາ ຄວາມໜາວມັນແກ່ຍືດແກ່ຍາວພໍ ສົມຄວນ. ເມື່ອຈິດໃຈສຸມໃສ່ແຕ່ ເລື່ອງເຄື່ອງນຸ່ງກັນໜາວ, ແນວ ຄິດໜຶ່ງກໍສ່ອງ ແສງແວບໆໃນສະ ໝອງຊ່ວຍໃຫ້ຄິດພໍ້ວ່າ: ຈານແຍ່ ເຄີຍຂຽນກ່ຽວກັບເຄື່ອງນຸ່ງປະ ຈຳຊາດ ເຊິ່ງມີຫລາຍ ເວົ້າບໍ່ ເຫືອດສົບ ເຫືອດປາກວ່າ: ຈຳ ເປັນຕ້ອງມີແທ້ໆ ເພື່ອສ້າງເອກະ ລັກສະເພາະກ່ອນປະຊາຄົມອາ ຊຽນຈະເດີນໄປຈຸຈອດຮອດຝັ່ງ. ຫລາຍຄົນຮູ້ສຶກຮ້ອນໆໜາວໆຢູ່ ວ່າ: ເມື່ອອາຊຽນເປັນປະຊາຄົມ ໜຶ່ງທີ່ຍັງບໍ່ໄດ້ຮັບການເຊີດຊູຢ່າງ ແຂງແຮງນັ້ນ ກໍອາດ
ຈະສູນຫາຍ ໄປ. ຫວ່າງບໍ່ເຫິງມານີ້ ຈານແຍ່ ອ່ານພົບວ່າ: ຢູ່ປະເທດໄທໄດ້ມີ ການຂຶ້ນທະບຽນຊັບສິນທາງປັນຍາອາຫານ ການກິນ, ເຄື່ອງນຸ່ງຂອງຖືໃນພາກອີສານ, ໃນນັ້ນ ລວມມີຕຳສົ້ມໝາກຫຸ່ງ, ປາແດກ ແລະ ອື່ນໆ ເພາະອາຫານປະເພດ ນີ້ຕິດພັນ ກັບວິຖີຊີວິດຂອງໄທອີ ສານມາແຕ່ໃດໆ. ຍິນຂ່າວນີ້ ແລ້ວກໍຮູ້ສຶກໜາວໆ, ແຕ່ບໍ່ເຖິງ ເປັນໄຂ້ສັ່ນ ເພາະຕຳໝາກຫຸ່ງ ແລະ ປາແດກຂອງລາວກໍມີຈຸດ ພິເສດ ແລະ ລົດຊາດສະເພາະທີ່ບໍ່ ຄືໃຜ ແລະ ກໍບໍ່ມີໃຜຄື ທະແນມ ແຕ່ວ່າພວກເຮົາຮູ້ອະ ນຸລັກ ຮັກສາ ແລະ ພັດທະນາໃຫ້ຍືນຍົງຄົງຢູ່ ກັບສັງຄົມລາວຕະຫລອດໄປ. ຂໍ ກ້ຽວມາເລື່ອງເຄື່ອງນຸ່ງປະຈຳຊາດຂອງພວກ ເຮົາເຊິ່ງເມື່ອ ສອງສາມປີຜ່ານມານີ້ ໄດ້ມີການ ຫາລືກັນປຶກສາຢ່າງຄຶກຄັກພໍສົມ ຄວນ, ມີການທາບທາມຄຳຄິດເຫັນຂອງສັງ ຄົມວ່າເສື້ອປະຈຳ ຊາດນັ້ນຄວນມີຮູບຊົງແນວໃດ, ເຮັດດ້ວຍແພຊະນິດໃດ, ເສື້ອສຳລັບເພດຊາຍ ແລະ ເພດຍິງຄວນ ເອົາແບບໃດ ແລະ ລະອຽດໄປ ເຖິງບ່ອນວ່າ ເຄື່ອງນຸ່ງປະຈຳ ຊາດຄວນນຸ່ງເວລາໃດ. ອ່ານຂ່າວນີ້ແລ້ວ ຄວາມດີໃຈໄດ້ໄຕ່ ຈາກໜ້າເອິກມາຢ້ອນຕຶກໆຢູ່ລຳ ຄໍຈານແຍ່ ເພາະຄິດວ່າໃກ້ຄວາມ ເປັນຈິງແລ້ວ. ຫາງສຽງວ່າຄວນ ມີເຄື່ອງນຸ່ງປະຈຳຊາດ ນີ້ໄດ້ຍິນ ມາຫລາຍຟ້າຫລ້າປີແລ້ວ, ແຕ່ບໍ່ ເຄີຍປາກົດຈິງຈັກເທື່ອ, ຜູ້ແທນ ສະພາຫລາຍຄົນກໍເຄີຍສະເໜີ ເລື່ອງນີ້ຈົນນ້ຳລາຍ ແຫ້ງ, ແຕ່ສຸດທ້າຍກໍ “ເປິ” ຄືຊາວລາວແຂວງ ຫົວພັນວ່າ. ດັ່ງນັ້ນ ຈານແຍ່ເອງ ຈຶ່ງບໍ່ແປກໃຈ ເມື່ອບັນຫາເລື່ອງ ເຄື່ອງນຸ່ງປະ ຈຳຊາດບໍ່ໄປບໍ່ມາ ມິດຊ້ອຍມ້ອຍຄືຫອຍໄຂ້ໂດຍບໍ່ຮູ້ ສາເຫດ ແລະ ຫລາຍຄົນກໍເລີຍຂີ້ ຄ້ານຖ້າ, ພາກັນຕັດເສື້ອໄໝລາວ ແບບຊາຟາຣີ, ຄໍທຳມະດາ, ຄໍຕັ້ງ, ຕັດແບບເສື້ອໃຫຍ່ນຸ່ງງານສຳຄັນ ຂອງລາວເຮົາເອງ ແລະ ຂອງ ຕ່າງປະເທດຕາມເນື້ອໃນ ຂອງ ບັດເຊີນທີ່ກຳນົດວ່າ: “ນຸ່ງຊຸດສາ ກົນ ຫລື ເຄື່ອງປະຈຳຊາດ”. ເລື່ອງຕັດເອງນຸ່ງເອງ ແລະ ສົມ ມຸດເອົາເອງວ່າເປັນເຄື່ອງ ນຸ່ງປະຈຳຊາດນັ້ນໃຜກໍເຮັດໄດ້, ແຕ່ເວ ລານຸ່ງແລ້ວພັດຮູ້ສຶກວ່າຄ້າຍກັບ ວ່າຕົນເອງພວມຂັບລົດທີ່ບໍ່ມີທະ ບຽນທາງການ. ຈານແຍ່ຈຶ່ງຢາກ ຂໍຖາມພາກສ່ວນກ່ຽວຂ້ອງວ່າ: ເຫດໃດບໍ່ຮີບຮ້ອນຕົກລົງແບບ ເຄື່ອງນຸ່ງປະຈຳຊາດ ແລ້ວເອົາ ໄປຜ່ານອົງ ການກ່ຽວຂ້ອງ ເພື່ອ ຮັບຮອງເອົາຢ່າງເປັນທາງການ ຫລື ຍັງຢ້ານວ່າມັນຊິບໍ່ເຊື່ອມ ໂຍງຄັກ ຖ້າໃສ່ແຕ່ຊຸດປະຈຳ ຊາດ. ຈານແຍ່ວ່າ: ຊຸດປະຈຳ ຊາດ ແລະ ຊຸດສາກົນນັ້ນນຸ່ງສັບ ປ່ຽນກັນໄດ້. ຂໍໃຫ້ເບິ່ງບາງປະ ເທດໃກ້ຄຽງ, ບາງຄັ້ງພວກເພິ່ນ ນຸ່ງຊຸດສາກົນ ບາງຄັ້ງເພິ່ນກໍນຸ່ງ ຜ້າສະໂຫລ້ງໃສ່ເກີບອີ່ເຕະຮັບ ແຂກຢ່າງສະຫງ່າຜ່າເຜີຍ ບໍ່ເຫັນ ວ່າຊິມີໃຜນິນທາວ່າ ຮ້າຍ ໃຫ້ເພິ່ນ. ສະນັ້ນ ພາກສ່ວນທີ່ຮັບຜິດຊອບ ເລື່ອງເຄື່ອງນຸ່ງປະຈຳຊາດນີ້ ຄວນຢຽບຄັນເລັ່ງຖີ່ໆແຮງໆຕື່ມ ເພື່ອໄປ ຮອດເປົ້າ ໝາຍໄວໆ. ສຳ ລັບຈານແຍ່ເອງນີ້, ຂໍບອກຄວາມ ຊື່ວ່າ: ເບື່ອມັດກາຣາວັດ ເບື່ອນຸ່ງ ຊຸດສາກົນແຂ່ງຄວາມກັບແສງ ແດດ ແລະ ຄວາມອົບເອົ້າຂອງ ອາກາດບ້ານເຮົາ ເຊິ່ງມີເຫລືອ ເຟືອເກືອບຕະຫລອດປີ.

No comments:

Post a Comment