Ad

Ad

21 November 2014

ນັກ​​ຮຽນ​ໂຮງ​ຮຽນ​ສີ​ຫາ​ວົງ​ວິທະຍາ​ໄດ້​ຮັບ​ການ​ສັກ​ຢາ​ກັນ​ພະຍາດໝາກ​ແດງ​ແລ້ວ



           ວັນ​ທີ 20 ພະຈິກ​ນີ້​ ຄະນະ​ອຳນວຍ​ການ​ໂຮງ​ໂຮງ​ປະຖົມ​ສົມບູນ​ສີ​ຫາ​ວົງ​ວິທະຍາ ​ເປີດ​ຂະ​ບວນການ​ສັກ​ຢາ​ກັນພະ ຍາດໝາກ​ແດງ​ນ້ອຍ-ໝາກ​ແດງ​ໃຫຍ່, ຢອດ​ຢາ​ວິຕາມິນ​ອາ ​ແລະ ແຈກ ຢາຂ້າ​ແມ່​ທ້ອງ​​ໃນ​ໂຄງການ​ສັກ​ຢາ​ກັນພະຍາດ​ແຫ່ງ​ຊາດປະຈຳ​ປີ 2014 ​ຂຶ້ນ, ຢູ່ໂຮງຮຽນ​ດັ່ງ ກ່າວຕັ້ງ​ຢູ່ບ້ານ​ຮ່ອງ​ສຸ​ພາບ, ​ເມືອງ​ໄຊ​​ເສດ​ຖາ  ນະ​ຄອນ​ຫຼວງ​ວຽງ​ຈັນ ມີ​ນັກຮຽນ​ 300 ກວ່າ​ຄົນ​ເຂົ້າ​ຮັບ​ການ​ສັກ​ຢາ​ຄັ້ງ​ນີ້.
      ທ່ານ ນາງ ບົວ​ລຸນ ລິນ​ທະ​ວົງ ອຳນວຍ​ການ​ໂຮງຮຽນປະ ຖົມດັ່ງກ່າວ​ມີ​ຄຳ​ເຫັນວ່າ: ໂຮງ ຮຽນ​ຂອງ​ຕົນ​ເປັນອີກ​ໂຮງຮຽນ​ໜຶ່ງ​ທີ່​​​ໄດ້​ຮັບ​ການ​ສັກ​​ຢາ​ກັນ​ພະຍາດ​ໝາກ​ແດງ​ໃນ​ໂຄງການ​ສັກ​ຢາ​ກັນ​ພະຍາດ​ແຫ່ງ​ຊາດ ປະ ຈຳ​ປີ 2014​,​ ເພື​່ອ​ໃຫ້​ນັກຮຽນ​​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 10 ປີ​ໄດ້​ຮັບ​ການ​ສັກ​ຢາ​ກັນ​ພະຍາດ​​ໄດ້​ທົ່ວ​ເຖິງ,​ເພື່ອ​ໃຫ້​ເດັກນ້ອຍ​ລາວ​ມີ​ສຸຂະ ພາບ​ແຂງ​ແຮງ, ມີ​ໂພ​ສະນາ​ການ​ທີ່​ດີ​ແລະ​ຈະ​ເລີ​ນ​ເຕີບ​ໂຕ​ຕາມ​ໄວ​ອາຍຸ, ການ​ເປີດ​ຂະ​ບວນການ ສັກ​ຢາ​ກັນ​ພະຍາດ​ຄັ້ງ​ນີ້​​​ເປັນ​ຂະ​ບວນການ​ໃຫຍ່​ເມື່ອທຽບ​ໃສ່​​ຂະ​ບວນກ​ານສັກ​ຢາ​ໃນ​ຊຸມ​ປີຜ່ານ ມາ ​ແລະ ​​ເປັນ​ໂອກາດ​ທີ່​ດີ​ເພື່ອ​ສຸຂະພາບ​ຂອງ​ນັກຮຽນ.

   ອຳ​ນວຍ​ການ​ກ່າວ​ວ່າ:​ໂຮງຮຽນ​ສີ​ຫາ​ວົງ​ວິທະຍາ​ ເປັນ​ໂຮງຮຽນ​ເອກະຊົນ​ທີ່​ໄດ້​ຮັບ​ການ ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2012, ​ລວມມີ 13 ຫ້ອງ​ຮຽນ,​ ນັບ​ແຕ່​ໂຮ​ງລ້ຽງ​ເດັກ​ຈົນ​ຮອດ​ຊັ້ນ​ປະຖົມ ປ 5, ປັດຈຸບັນ​ມີ​ນັກຮຽນ​ທັງ​ໝົດ 342 ຄົນ, ມີ​ຄູ​ສອນ 22 ຄົນ,​ ໂດຍ ທ່ານ​ຝາກ​ເຖິງ​ພໍ​່​ແມ່​ຜູ້​ປົກ​ຄອງນັກ ຮຽນຈົ່ງ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື້ອ​ໃຈ​​​ໃນ​ການ​ເບິ່ງ​ແຍກ​ດູ​ແລ​ ແລະ ສິດສອນ​ລູກ​ຫຼານ​ຂອງ​ທ່ານ ເພາະ​ໂຮງຮຽນ​ຂອງ​ຕົນ​ເນັ້ນ​ການສິດສອນ​ທີ່​ມີ​ຄຸນ​ນະພາ​ບ, ການ​ເບິ່ງ​ແຍງ​ທີ່​ດີ, ຄູ​ສອນ​ທຸກ​ ຄົນ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,​ ໂດຍ​ປະຕິບັດການ​ສິດ ສອນ​ຕາມ 5 ຫຼັກ​ມູນ​ທີ່​ກະຊວງ​ສຶກສາ​ທິການ ​ແລະ ​ກິລາ​ວາງ​ອອກ, ​ພ້ອມ​ນັ້ນ​ທາງ​ໂຮງ​ໂຮງ​ຍັງ​ມີ​ແພດສະ​ເພາະ​ເພື່ອ​ເບິ່ງ​ແຍກ​ສຸ​ຂະ​ພາບ​ເດັກ​ນັກຮຽນ,​ ໂດຍ​ທີ່​ພໍ​່​ແມ່​ຜູ້​ປົກຄອງ​ບໍ່​ຕ້ອງ​ເປັນ​ຫ່ວງດ້ານ​ສຸຂະພາບ ​ແລະ ​ໂພ​ສະນາ​ການ​ຂອງ​ລູກ​ຫຼານ​ຂອງ​ຕົນ​ທີ່​ເຂົ້າ​ມາ​ສຶກສາ​ຮ່ຳຮຽນ​ຢູ່​ໂຮງຮຽນ​ແ່ຫ່ງນີ້.

No comments:

Post a Comment