Ad

Ad

21 November 2014

ເຜີຍແຜ່ການຢຸດ​ໃຊ້​ຄວາມ​ຮຸ່ນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ



     ໃນ​ວັນ​ທີ 20 ​ພະຈິກນີ້, ກະ ຊວງ​ແຜນການ ແລະ ການ​ລົງ ທຶນ, ໄດ້​​ສະ​ເຫລີ​ມສະຫລອງ​ວັນ​ສາກົນ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ເດັກນ້ອຍ (ວັນ​ທີ 25 ພະຈິກ) ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ພະນັກ​ງານລັດຖະ ກອນ​ມີ​ຄວາມ​ເຂົ້າ​ໃຈ​ເລິກ ຕື່ມກ່ຽວ​ກັບ​ການ​ຕໍ່ຕ້ານ​ການຢຸດຕິ​ການໃຊ້​ຄວາມ​ຮຸນ​ແຮງ ​ແລະ ລຶບລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ ແລະ ເດັກນ້ອຍ​ໃຫ້ ຫລາຍ​ຂຶ້ນ​, ເພື່ອໃຫ້ສາມາດນຳ​ໄປ​ຈັດ ຕັ້ງປະຕິບັດ​ໃຫ້​ປະກົດ​ຜົນ​ເປັນຈິງເທື່ອລະກ້າວ. ໂດຍການເຂົ້າຮ່ວມຂອງທ່ານນາງ  ຄຳ​ຈັນ ວົງ​ແສນ​ບູນ ລັດມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ, ມີຜູ້ຕາງ​ໜ້າ​ຈາກ​ກອງ​ເລຂາ​ຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ແຫ່ງ​ຊາດ ​ແລະ ພະນັກງານ​ທີ່​ກ່ຽວ ຂ້ອງ​​ເຂົ້າ​ຮ່ວມຢ່າງພ້ອມພຽງ.
        ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການ ລົງທຶນ ​ກ່າວ​ວ່າ: ການ​ສະ​ເຫລີມ ສະຫລອງ​ວັນດັ່ງກ່າວນີ້, ກໍເພື່ອ​​ໃຫ້​ສັງຄົມ​ເຫັນ​ໄດ້ຄວາມ​ສຳຄັນ​ຂອງ​ວຽກ​ງານ​ການ​ຢຸດຕິ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ເດັກນ້ອຍ,​ ເຊິ່ງຍາມ​ໃດ​ພັກ ແລະ ລັດຖະບານ​ ກໍ​ຖື​ວຽກ​ແມ່ຍິງ​ເປັນ​ກຳລັງ​ສຳຄັນ, ເນື່ອງຈາກວ່າ ແມ່ຍິງແມ່ນ​ກວມ​ເອົາ​ເຄິ່ງໜຶ່ງ​ຂອງ​ພົນລະ​ເມືອງ, ແມ່ຍິງ​ມີ
​ຄວາມ​ຮູ້, ຄວາມ​ສາມາດ​ເທົ່າ​ທຽມ​ກັບ​ເພດ​ຊາຍ, ມີ​ບົດ​ບາດ​ສຳຄັນ​ໃນ​ຂົງ​ເຂດວຽກ​ງານ​ການ​ເມືອງ,​ ເສດຖະກິດ, ວັດທະ ນະ​ທຳ-ສັງຄົມ ​ແລະ ຄອບຄົວ, ບໍ່ວ່າຍຸກໃດ​ສະໄໝ ​ກໍ​ມີ​ຄວາມ​ເຊື່ອໝັ້ນຕໍ່​ການ​ປະກອບສ່ວນ​ອັນ​ສຳຄັນໃຫຍ່ຫລວງ​ທີ່​ສຸດ​ຂອງ​
ເອື້ອຍນ້ອງ​ແມ່ຍິງລາວ​ບັນດາ​ເຜົ່າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ກໍ​ຄືພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ ໂດຍ​ສະ​ເພາະ​ແມ່ນ​ແຜນ​ງານ​ລຶບລ້າງ​ຄວາມທຸກ​ຍາກ​ແຫ່ງ​ຊາດ ​ເພື່ອ​ເຮັດ​ໃຫ້​ເອື້ອຍນ້ອງ​ແມ່ ຍິງ​ມີ​ການ​ພັດທະນາ​​ ​ແລະ ໄດ້​ຮັບ​ການປັບປຸງໃນດ້ານຊີວິດການ ເປັນຢູ່ດີຂຶ້ນເທື່ອລະກ້າວ, ພວກ ເຮົາຈົ່ງພ້ອມແຮງພ້ອມໃຈກັນ​ລຶບລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ​, ສະກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ແມ່ຍິງ ​ແລະ ເດັກນ້ອຍ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ຄອບ​ຄົວ ແລະ ພ້ອມກັນສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ໄດ້​ເຂົ້າ​ຮ່ວມ ​ແລະ ເປັນ​ກຳລັງ​ແຮງ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດ ທະນາ​ປະ​ເທດ​ຊາດໃຫ້ຈະເລີນສີວິໄລ.

No comments:

Post a Comment