Ad

Ad

21 November 2014

ຄວນມີມາດຕະການຕໍ່ລົດຈຳໂບ້, ຕຸກໆສວຍໂອກາດສໍ້ໂກງລາຄາໂດຍສານ



     ຂະນະທີ່ອົງການກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ໄດ້ຖື ສຳຄັນໃນການຄຸ້ມ ຄອງການ ແລ່ນໂດຍສານຕຸກໆ-ຈຳໂບ້ ລວມໄປເຖິງລົດສອງແຖວທີ່ ແລ່ນຕາມ ເສັ້ນທາງສາຍສຳຄັນຕ່າງໆ, ນັບທັງສະຖານີລົດໂດຍ ສານສາຍເໜືອ ແລະ ໃຕ້ ໃຫ້ເຂົ້າ ສູ່ລະບຽບຫລັກການ, ເພື່ອກຽມ ຮອງຮັບການເຂົ້າຮ່ວມປະຊາ ຄົມເສດ ຖະກິດອາຊຽນໃນປີ 2015, ແຕ່ກໍຍັງມີບາງປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນ ການ​ບໍລິການ​ໂດຍສານດັ່ງກ່າວ ​ໂດຍ​ສະ​ເພາະແມ່ນປາກົດ​ການສໍ້ໂກງ ລາຄາໂດຍສານທີ່ມາຈາກຕ່າງ ແຂວງ, ເຂດຫ່າງໄກສອກ ຫລີກ, ລວມໄປເຖິງນັກທ່ອງທ່ຽວຊາວຕ່າງປະເທດ, ທີ່ເຂົ້າມາທ່ຽວນະ ຄອນຫລວງ ​ໂດຍ​ອາໄສ​ການບໍ່ ຮູ້ພາສາລາວ​ເພື່ອ​ໂກງ​ລາຄາ​ຄ່າ​ໂດຍສານຈຶ່ງເກີດມີຫາງສຽງ ຈາກສັງຄົມຕາມມາຢ່າງແຜ່ຫລາຍ.

     ສະພາບການດັ່ງກ່າວນັ້ນໄດ້ ເກີດມີມາເປັນເວລາດົນນານ ແລ້ວ, ແຕ່ພາກສ່ວນກ່ຽວຂ້ອງ​ເມີນ​ເສີຍ ​ແລະ ຖືເບົາຕໍ່ບັນຫາ. ຊຶ່ງຕາມທຳມະດາແລ້ວ ລົດ ຕຸກໆ-ຈຳໂບ້, ສອງແຖວທີ່ແລ່ນ ຮັບ-ສົ່ງໂດຍສານຕາມສາຍທາງຕ່າງໆໄດ້ຕິດລາຄາຄ່າໂດຍສານ ຈາກຄີວຈອດລົດແຕ່ລະຈຸດໄປ ຫາປາຍທາງແຕ່ລະບ່ອນຈະມີ ລາຄາແຕກຕ່າງກັນທີ່ຄະນະກຳມະການໄດ້ກຳນົດໄວ້, ແຕ່ກົງ ກັນຂ້າມເຈົ້າຂອງຜູ້ປະກອບການບໍ່ໄດ້ຖືສຳຄັນມີແຕ່ໃຊ້ປາກ ເວົ້າຕາມໃຈມັກຂອງເຂົາເຈົ້າ ເຊັ່ນວ່າ: ຄ່າໂດຍສານຈາກທາງ 13 ໃຕ້ ເຂົ້າມາຕົວເມືອງຍາມເວລາຄ່ຳຄືນມີ​ລາຄາແພງເກີນ ຂອບເຂດບາງຄັ້ງ ມີ​ລາຄາ​ສູງ​ເປັນ​ແສນກີບ/ຄົນ, ຖ້າ​ແມ່ນນັກ ທ່ອງ ທ່ຽວຕ່າງປະເທດພວກເຂົາຈະເອົາເປັນເງິນຕາ​ແຕ່ 10-20 ໂດລາສະຫະລັດ/ຄົນ ແລະ ໄປ ຍັງຈຸດອື່ນໆກໍມີລາຄາສູງຂຶ້ນ ເຊັ່ນ ດຽວກັນ, ເຖິງແມ່ນຄົນໂດຍສານຈະມີການຕໍ່ລອງແຕ່ກໍບໍ່ມີ ຜົນປະໂຫຍດມີແຕ່ສ້າງຄວາມ ເຂົ້າໃຈຜິດໃຫ້ແກ່ກັນໃນ ທີ່ສຸດກໍ ເກີດມີຫາງສຽງຈາກສັງຄົມ, ກໍໃຫ້ເກີດມີພາບພົດບໍ່ດີຕໍ່​ບ້ານ​ເມືອງເຮົາ. ດັ່ງນັ້ນຈຶ່ງຮຽກ ຮ້ອງມາຍັງພາກສ່ວນກ່ຽວ​ຂ້ອງ ກວດ ກາຄືນເຖິງການກະທຳຂອງພວກສວຍໂອກາດອັນໄດ້ ສ້າງສິ່ງກີດຂວາງການທ່ອງ ທ່ຽວສ້າງຄວາມເຊື່ອມສັດທາຕໍ່ພາບ​ພົດ ​ແລະ ຊື່​ສຽງ​ຂອງປະເທດເຮົາ.

No comments:

Post a Comment