Ad

Ad

21 November 2014

ການ​ແກ້​ໄຂ​ລະເບີດບໍ່ທັນ​ແຕກ​ມີ​ຄວາມ​ຄືບ​ໜ້າ​ສູງ


           ຄະນະ​ພັດທະນາ​ຊົນນະ ບົດ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ໃຫ້​ຮູ້​ວ່າ: ຄວມພະຍາຍາມ​ຂອງ​ລັດຖະບານ​ໃນ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ໄດ້​ເລີ່​ມ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ​ແລະ​ໃນ​ປີ 2003 ລັດຖະບານ​ກໍ່​ໄດ້​ກຳນົດ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຊຶ່ງ​ເອີ້ນ​ວ່າ: ​ເສັ້ນທາງ​ກ້າວ​ສູ່​ຄວາມ​ປອດ​ໄພ​ໄລຍະ​ແຕ່​ປີ 2003-2013 ແລະ ​ໃນ​ປີ 2010 ລັດຖະບານ​ໄດ້​ສະ​ເໜີ​ອົງການ​ສະຫະປະຊາ​ຊາດ​ໃຫ້​ຮັບຮອງ​ເອົາ​ເປົ້າ​ໝາຍສະຫັດ​ສະຫວັດ​ດ້ານ​ການ​ພັດທະນາ​ເປັນ ເປົ້າ​ໝາຍ​ທີ 9 ຄື​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ, ຊຶ່ງ​ລັດຖະບານ​ໄດ້​ປັບປຸງ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ການ​ແກ້​ໄຂ​ລະ​ບັນຫາ​ລະ​ເບ​ີດບໍ່​ທັນ​ແຕກ​ມາ​ເປັນ​ແຜນ​ຍຸດ​ທະ​ສາດ​ກ້າວ​ສູ່​ຄວາມ​ປອດ​ໄພ II ໄລຍະ​ແຕ່​ປີ 2011-2020​ເພື່ອ​ໃຫ້​ສອດຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ​ແຫ່ງ​ຊາດ,​ ໃນ​ການຈັດ​ຕັ້ງ​ແຜນ​ຍຸດ​ທະ​ສາດ​ດັ່ງກ່າວ​ກໍມີ​ຄວາມ​ຄືບ​ໜ້າ​​ໃນ​ຫຼາຍດ້ານ​ເຊັ່ນ: ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ອອກ​ຈາກ​ພື້ນ​ທີ່​ກາ​ນພັດທະນາ ແລະ ​ເນື້ອ​ທີ່​ຜະລິດ​ກະສິກຳ​ເພີ່ມ​ຂຶ້ນ  51.000​ ເຮັກຕາ​ໃນ​ປີ
2014 (ສະ​ເລ່ຍປີ​ລະ​ປະມານ 6.000 ​ເຮັກຕາ, ສາມາດ​ຫຼຸດຜ່ອນ​ຈຳນວນ​ຜູ້​ທີ່​ຖືກ​​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຈາກ 300 ຄົນ​ໃນ​ປີ 2008 ມາ​ເປັນ 40 ຄົນ​ໃນ​ປີ 2014,​ໄດ້​ຊ່ວຍ​ເຫຼືອ​ປິ່ນປົວ​ຜູ້​ເຄາະ​ຮ້າຍ​ຈາກ​ລະ​ເບ​ີດບໍ່​ທັນ​ແຕກ​ໄດ້ 1.566 ຄົນ, ພ້ອມ​ນີ້​ກໍ​ໄດ້​ເອົາ​ໃຈ​ໃສ່​ໂຄ ສະນາ​ກ່ຽວ​ກັບ​ຜົນ​ຮ້າຍ ​ແລະ ອັນຕະລາຍ​ຂອງ​ລະ​ເບີດ​ບໍ່​ທັນ​ແຕກ​ຢູ່​ໃນ 10​ ແຂວງຢ່າງ​ທົ່ວ​ເຖິງ ​ແລະ ຄາດ​ວ່າ​ລາວ​ເຮົາ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ນີ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

No comments:

Post a Comment