Ad

Ad

20 November 2014

ຢູ່ລາວມີ 2 ລ້ານກວ່າຄົນຍັງຂາດວິດຖ່າຍ



      ກະຊວງສາທາລະນະສຸກ ເປີດເຜີຍວ່າ: ປັດຈຸບັນ, ຢູ່ລາວມີປະມານ 2,3 ລ້ານຄົນບໍ່ໄດ້ຖ່າຍໃສ່ວິດ ຫລື ຖ່າຍຊະຊາຍ, ຂະນະທີ່ອົງການອານາໄມໂລກໃຫ້ຮູ້ ວ່າ: ທົ່ວໂລກຄົນປະມານ 2,5 ຕື້ ຄົນບໍ່ໄດ້ຖ່າຍໃສ່ວິດ, ໃນນັ້ນ ໜຶ່ງຕື້ກວ່າຄົນແມ່ນຖ່າຍ ຊະຊາຍຍ້ອນບໍ່ມີວິດຖ່າຍ, ເຊິ່ງສະພາບດັ່ງກ່າວແມ່ນເກີດຂື້ນຫລາຍຢູ່ຊົນນະບົດ ເຂດຫ່າງໄກສອກຫລີກ, ມັນເປັນສິ່ງທ້າທາຍຕໍ່ວຽກງານ ສຸຂະພິບານ.
     ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ລະບົບສຸຂາພິບານບໍ່ໄດ້ມາດຕະຖານຍັງສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດ, ໂດຍທະນາຄານໂລກຊີ້ໃຫ້ເຫັນ ວ່າ ສປປ ລາວ ຕ້ອງສູນເສຍ ງົບປະມານເຖິງ 5 ພັນຕື້ກີບເທົ່າ ກັບ 5,6% ຂອງລວມຍອດ ຜະລິດຕະພັນພາຍໃນ (GDP) ຍ້ອນລະ ບົບສຸຂາພິບານບໍ່ໄດ້ມາດຕະຖານ ແລະ ພະຍາດຖອກທ້ອງ ແມ່ນອັນດັບ 3 ຂອງ ສາເຫດການເສຍຊີວິດກ່ອນໄວອັນຄວນ, ໂດຍສະເພາະການເສຍຊີວິດໃນເດັກນ້ອຍ, ເຊິ່ງເຊື້ອພະຍາດດັ່ງ ກ່າວມີສາເຫດມາ ຈາກການຂາດການເຂົ້າເຖິງນ້ຳທີ່ສະອາດ ແລະ ສຸຂະອະນາໄມ.

     ບັນຫາດັ່ງກ່າວໄດ້ລາຍງານ ຢູ່ພິທີສະເຫລີມສະຫລອງວັນວິດຖ່າຍໂລກວັນທີ 19 ພະຈິກ 2014, ຢູ່ນະຄອນຫລວງວຽງ ຈັນ, ໂດຍແມ່ນກະຊວງສາທາລະນະສຸກຂອງລາວ, ອົງການຢູນີເຊັບ, ທະນາຄານໂລກຮ່ວມກັນຈັດຂຶ້ນໃນຫົວຂໍ້: ຄວາມສະ ເໝີພາບ ແລະ ກຽດສັກສີ. ສຳລັບ ສປປ ລາວ ໄດ້ວາງເປົ້າໝາຍດ້ວຍການຫລຸດຜ່ອນອັດຕາການຖ່າຍຊະຊາຍຢູ່ເຂດຊົນນະ ບົດໃຫ້ໄດ້ 35% ພາຍໃນປີ 2016 ແລະ ການ ເຊື່ອມສານວຽກງານສຸຂາພິບານໄປຄຽງຄູ່ກັບແຜນງານດ້ານອາຫານ ແລະ ໂພສະນາການ 2014-2020.
     ວັນວິດຖ່າຍໂລກ 19 ພະຈິກ, ແມ່ນຖືກຮັບຮອງເປັນວັນສາກົນຢ່າງເປັນທາງການໂດຍອົງການສະຫະປະຊາຊາດໃນປີ 2013 ເພື່ອເປັນການຍອມຮັບເຖິງຄວາມສຳຄັນຂອງສຸຂາພິບານຕໍ່ກັບບັນຫາຄວາມທຸກຈົນ.

No comments:

Post a Comment