Ad

Ad

20 November 2014

ລະວັງພະຍາດລະບາດໃນລະດູໜາວ



           ທ່ານ ດຣ ຈັນທະ​​ໄລ​ ​ໄຊ​ຍະ​ວົງ, ຫົວໜ້າ​ຂະ​ແໜງ​ລະບາດ​ວິທະຍາ, ພະ​ແນກສາທາລະນະ​ສຸກ​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວລາວ​ພັດທະ ນາ​ພວກ​ເຮົາ​ໃນ​ວັນ​ທີ 19 ພະຈິກ​ນີ້​ວ່າ: ປັດຈຸບັນອາກາດໄດ້ເລີ່ມ ມີການປ່ຽນແປງ ​ແລະ ກ້າວ ເຂົ້າສູ່ລະດູໜາວແລ້ວ, ຊຶ່ງອາດ ເຮັດໃຫ້ສຸຂະພາບຂອງຄົນເຮົາ ໄດ້ຮັບ ຜົນກະທົບ ​ແລະ ມັກ​ມີ​ພະ ຍາດ​ຕາມ​ລະດູ​ການ​ເກີດ​ຂຶ້ນ ເຊັ່ນ: ພະຍາດລະບົບ​ທາງ​ເດີນ​ຫານ​ໃຈ, ປອດ​ອັ​ກ​ເສບ,​ ໄຂ້ ຫວັດ, ພະຍາດ​ຜິວໜັງ ​ແລະ ພະ ຍາດ​ທີ່​ມາ​ກັບ​ພາຫະ ນະ​ນຳ​ເຊື້ອ​ອື່ນໆ, ດັ່ງ​ນັ້ນເພື່ອ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ​ຈຶ່ງເຕືອນ​ໃຫ້ປະ ຊາ ຊົນຈົ່ງ​ເອົາ​ໃຈ​ໃສ່​ຮັກສາ​ສຸ​ຂະ​ພາບ, ດ້ວຍ​ການ​ປະ ຕິບັດ​ຕາມ​ຫຼັກ​ສຸຂະ​ອະນາ​ໄມ ​ແລະ ຫຼັກການ​ອະນາ​ໄມ 3 ສະອາດ​​ຄື ນຸ່ງ ເຄື່ອງໃຫ້ອົບອຸ່ນຢູ່ສະເໝີ, ໂດຍ ສະເພາະເດັກນ້ອຍ, ກິນອາຫານ ທີ່ມີປະໂຫຍດ, ສະອາດ, ສຸກ, ສົົດໃໝ່, ອອກກຳລັງກາຍ ເລື້ອຍໆ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ລ້າງມືື ທຸກຄັ້ງກ່ອນ ແລະ ຫຼັງການກິນອາຫານ, ປະຕິບັດຕາມມາລະຍາດໄອ
ຈາມຕ້ອງອັດປາກ ແລະ ສິ່ງສຳຄັນແມ່ນ ຕ້ອງອະນາໄມຕົນເອງ ແລະ ທີ່ ຢູ່ອາໄສໃຫ້ສະອາດຢູ່ສະເໝີ, ຖ້າເຂດແຂວງຫຼືທ້ອງ ຖິ່ນໃດຫາກເກີດມີກໍລິນີເກີດລະບາດຂອງພະຍາດໃດໜຶ່ງໃຫ້ຮີບຮ້ອນໄປພົບແພດໝໍທັນທີເພື່ອມີວິທີການປິ່ນປົວຮັກສາ ໃຫ້ດີ.
      ຂ່າວ​ໃຫ້​ຮູ້​ອີກ​ວ່າ:​ ເມື່ອ​ມໍ້ໆ​ນີ້​ພະ​ແນ​ກສາທາລະນະ​ສຸກ​,​ ໄດ້​ຮ່ວມ​ກັບ​ກົມ​ຄວມຄຸມພະ​ຍາດຕິ​ດຕໍ່​ແລະ​ບໍລິສັດ​ລາວ​​​ ​ແຈັດ​ປັບປຸງ​ລະບົບ​​ການ​ເຝົ້າ​ລະວັງ​ພະຍາດ​ອີ​ໂບລາ​ຢູ່​ສະໜາມ​​ບິນ​ສາກົນ​ວັດ​ໄຕ​ເພື່ອ​ສະກັດ​ກັ້ນ​ການ​ແຜ່ຂອງ​ເຊື້ອ​ອີ​ໂບລາ ​ແລະ ​ເພື່ອ​​ເຮັດ​ໃຫ້​ງ່າຍ​ໃນ​ການກວດ​ຜູ້​ທີ່​ເດີນທາງ​ມາ​ຈາກ​ປະ​ເທດ​ທີ່​ມີ​ການລະບາດ​ຂອງ​ພະຍາດ​ອີ​ໂບລາ.

No comments:

Post a Comment