Ad

Ad

20 November 2014

ມີການຮົ່ວໄຫລບໍ່ໜ້ອຍໃນຂະ ແໜງພາສີ



    ຂະແໜງພາສີ, ແມ່ນໜ່ວຍງານສຳຄັນໜຶ່ງຂອງລັດຖະບານເຮັດໜ້າທີ່ການ ຈັດເກັບລາຍຮັບ ເຂົ້າງົບປະມານ, ຊຶ່ງຫລາຍສົກປີຜ່ານມາການຈັດເກັບລາຍຮັບ ຂອງຂະແໜງການດັ່ງກ່າວແມ່ນບັນລຸຕາມແຜນທີ່ລັດຖະບານຕັ້ງເປົ້າໝາຍໄວ້, ອັນເຮັດໃຫ້ລະ ບົບງົບປະມານຂອງລັດມີສະພາບຄ່ອງຕົວດີ, ເສດຖະກິດມີ ການຂະຫຍາຍຕົວຕາມຈັງຫວະເທື່ອລະກ້າວ, ແຕ່ຕົກມາໃນໄລ ຍະສອງສາມປີ ມານີ້ເຫັນວ່າສະພາບການຈັດເກັບລາຍຮັບງົບປະມານຍັງບໍ່ສາມາດ ປະຕິບັດໄດ້ ຕາມແຜນການ, ໂດຍສະເພາະ ແມ່ນຂະແໜງພາສີ, ຂະນະທີ່ການສົ່ງອອກ ແລະ ນຳເຂົ້າສິນຄ້າໃນທົ່ວປະເທດພັດມີຕົວເລກເພີ່ມຂຶ້ນທຸກປີ. ແຕ່ສາເຫດທີ່ບໍ່ສາມາດຈັດເກັບໄດ້ນັ້ນກໍມີທັງປັດໃຈໃນຕົວ ແລະ ນອກຕົວ, ແຕ່ໜຶ່ງໃນ ນັ້ນກໍແມ່ນຈາກສະພາບການຮົ່ວໄຫລ ແລະ ນະໂຍບາຍຍົກເວັ້ນພາສີຕໍ່ສີນຄ້າທີ່ເປັນແຫລ່ງລາຍຮັບ ໃຫຍ່ກໍມີຈຳນວນເພີ່ມຂຶ້ນ ຄື ດັ່ງຢູ່ພາສີເຂດ V ເຫັນວ່າສົກປີ 2013-2014 ນີ້, ມີສະ ພາບຮົ່ວໄຫລຂອງລາຍຮັບພາສີຫລາຍ ສົມຄວນ, ເຊິ່ງເກີດຈາກຫລາຍບັນຫາເຊັ່ນ: ການແຈ້ງເສຍຄ່າ ພາສີຕ່ຳ, ມີການຍົກເວັ້ນ ການນຳເຂົ້ານ້ຳມັນ ແລະ ພາຫະນະ
ເປັນຈຳນວນຫລາຍ, ການຄຸ້ມຄອງລາຍຮັບຈາກການສົ່ງອອກໄມ້, ແຮ່ທາດຍັງບໍ່ຮັດກຸ່ມ ເທົ່າທີ່ຄວນເຮັດໃຫ້ມີການຮົ່ວໄຫລ ດ້ານລາຍຮັບພາສີ, ເກີດການສວຍໂອກາດຂອງບໍລິສັດຜູ້ນຳ ເຂົ້າໂດຍການແອບອ້າງວ່ານຳ ເຂົ້າພາຫະນະກົນຈັກເພື່ອໄປຮັບ ໃຊ້ໂຄງການແຕ່ແລ້ວກໍເອົາມາ ຂາຍກໍມີ, ລົດທີ່ບໍ່ໄດ້ເຂົ້າສາງ ຜ່ານອອກເລີຍມີຫລາຍກວ່າລົດ ເຂົ້າສາງເຫລົ່ານີ້ເປັນຕົ້ນ, ຈາກ ສະພາບດັ່ງກ່າວພາສີເຂດ V ຈຶ່ງຈັດເກັບລາຍຮັບໄດ້ພຽງ 2.464 ຕື້ກວ່າກີບ, ເທົ່າກັບ 88% ຂອງແຜນການ ແລະ ໂອກາດ ໂອ້ລົມຕໍ່ກອງປະຊຸມການເງິນ ທົ່ວປະເທດປະຈຳສົກປີ 2013- 2014 ຂອງທ່ານນາຍົກລັດຖະ ມົນຕີ ທອງສິງ ທຳມະວົງ ເມື່ອ ທ້າຍເດືອນຕຸລານີ້ເພີ່ນກໍເນັ້ນໃຫ້ກະຊວງການ ເງິນຕ້ອງເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດໃຫ້ພະ ນັກງານລັດຖະກອນໃຫ້ຫລາຍກວ່າເກົ່າ ເພື່ອຍົກສູງ ຄວາມຮັບພິຊອບ ທາງດ້ານການເມືອງ, ໜ້າທີ່ວຽກ ງານ ແລະ ຕີຖອຍ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນເຊັ່ນ: ການສໍ້ລາດບັງ ຫລວງ ແລະ ສວຍໃຊ້ອຳນາດໜ້າທີ່ຂອງພະນັກງານໃນ ທາງທີ່ຜິດ, ອັດຊ່ອງຫວ່າງການຮົ່ວໄຫລງົບປະມານໃຫ້ໄດ້ຢ່າງຈະແຈ້ງ ແລະ ເປັນຮູບປະທຳກວ່າເກົ່າ.

No comments:

Post a Comment