Ad

Ad

20 November 2014

ສານນະຄອນຫລວງຕັດສີນລົງໂທດກຸ່ມຊິງຊັບຕົວອັນຕະລາຍ



    ສານນະຄອນຫລວງວຽງ ຈັນ, ໄດ້ຕັດສີນລົງໂທດທ້າວ ມີໄຊ (ຫລ້າ) ອາຍຸ 31 ປີຢູ່ບ້ານ ດົງຊຽງດີ ເມືອງນາຊາຍທອງ, ທ້າວ ໄມ ອາຍຸ 20 ປີຢູ່ບ້ານ ໂພນສະ ຫວາດເໜືອ ເມືອງສີ ໂຄດຕະບອງ ນະຄອນຫລວງ ວຽງຈັນ ຈຳຄຸກເປັນເວລາ 4 ປີເຄິ່ງ, ພ້ອມປັບໃໝ 4 ລ້ານກີບ ແລະ ທ້າວ ພອນສະຫວັນ (ຈ່ອຍ) ອາຍຸ 26 ປີຢູ່ບ້ານໂພນຕ້ອງຈອມ ມະນີ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນໃຫ້ຈຳຄຸກ ເປັນເວລາໜຶ່ງປີ ແລະ ປັບໃໝ ໜຶ່ງລ້ານກີບໃນຂໍ້ຫາຊິງຊັບພົນ ລະເມືອງ, ໂດຍພວກ ກ່ຽວໄດ້ຮ່ວມກັນເຄື່ອນໄຫວຊິງຊັບພົນ ລະເມືອງໃນຕົວເມືອງຫລາຍຄັ້ງ ເປັນຕົ້ນ: ດຶງສາຍຄໍ, ດຶງກະເປົາ ຢູ່ເຂດຕະຫລາດຊັງ ຈຽງ, ຕະຫລາດໜອງດ້ວງ, ເຂດໜອງ ແຕ່ງ, ທົ່ງປົ່ງ, ດົງນາໂສກ, ສີໄຄ, ສີສະຫວາດ ແລະ ເຂດອື່ນໆ, ເຊິ່ງໄດ້ຊັບສີນຂອງ ຜູ້ຕົກເປັນເຫຍື່ອເງິນຫລາຍສີບລ້ານກີບ, ຄຳຮູບປະພັນຫລາຍສີບບາດ, ສ່ວນໝູ່ຮ່ວມຂະບວນການທີ່ ພວກກ່ຽວຊັກທອດ ອີກຈຳນວນໜຶ່ງແມ່ນຍັງເອົາຕົວຫລົບໜີການຈັບກຸມຂອງເຈົ້າໜ້າທີ່.

No comments:

Post a Comment