Ad

Ad

20 November 2014

ຈັບຂະບວນການຄ້າຢາເສບຕິດລາຍໃຫຍ່



  ໃນວັນທີ 17 ພະຈິກຜ່ານມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານ ຢາເສບຕິດ, ໄດ້ນຳກຳລັງເຂົ້າ ຈັບຂະບວນການຄ້າຢາເສບ ຕິດລາຍໃຫຍ່ໃນເຮືອນຫລັງໜຶ່ງຢູ່ ບ້ານດອນກອຍ ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ, ໄດ້ຜູ້ຕ້ອງຫາຄື ທ້າວ ຕູ່ວື່ ອາຍຸ 35 ປີຢູ່ບ້ານຊຽງດາ ເມືອງ ໄຊເສດຖາ ນາງ ເປີວື່ ອາຍຸ 21 ປີພັກ ເຊົາຢູ່ບ້ານທົ່ງກາງ ເມືອງ ສີສັດຕະນາກ ນະຄອນຫລວງ ວຽງຈັນ ແລະ ນາງ ໄມ ຈົວລີ ອາຍຸ 26 ປີຢູ່ບ້ານເຕົາຖ່ານ ເມືອງໂພນໂຮງ ແຂວງວຽງຈັນ ພ້ອມຂອງກາງຢາ ບ້າຈຳນວນ 132 ພັນເມັດ, ລົດໃຫຍ່ ແລະ ລົດຈັກໜຶ່ງຄັນຈຶ່ງໄດ້ຢຶດໄວ້ເປັນ ຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດ ໝາຍ.
   ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກ ກ່ຽວແມ່ນຂະບວນການເຄືອ ຂ່າຍຄ້າຢາເສບຕິດລາຍໃຫຍ່ຢູ່ ນະຄອນຫລວງວຽງຈັນ ແລະ ເປັນ ເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນແລ້ວ, ຈົນມາຮອດ ປັດຈຸບັນຈຶ່ງສາມາດຈັບພວກ ກ່ຽວມາດຳເນີນຄະດີດັ່ງກ່າວ ແລະ ຈະໄດ້ສືບສວນຂະຫຍາຍ ຜົນຫາຜູ້ຮ່ວມຂະບວນການຄົນ ອື່ນໆເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.

No comments:

Post a Comment