Ad

Ad

20 November 2014

ອຸຕຸແຈ້ງໄລຍະນີ້ອາກາດໜາວໄດ້ແຜ່ລົງມາປົກຄຸມທົ່ວທຸກພາກຂອງລາວ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ:  ສະພາບອາກາດນັບແຕ່ວັນທີ 19-20 ພະຈິກນີ້, ບໍລິເວນຄວາມກົດດັນອາ ກາດສູງຂອງອາກາດເຢັນຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ ສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຮັດໃຫ້ອຸນຫະພູມອາກາດຈະໜາວລົງຕື່ມອີກ, ໂດຍສະເພາະແຂວງພາກເໜືອດ້ານຕາ ເວັນອອກ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ນິຄົມ 34, ທ່າ ແຕງ ແລະ ເມືອງດາກຈຶງ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ຈາກນັ້ນວັນທີ 21-23 ພະຈິກ 2014, ອຸນຫະພູມອາກາດຈະສູງ ຂຶ້ນເລັກນ້ອຍ ແລະ ຮອດວັນທີ 24-25  ອຸນຫະພູມອາກາດຈະ ເຢັນລົງຕື່ມຍ້ອນບໍລິເວນຄວາມກົດດັນອາກາດໜາວຈາກປະ ເທດຈີນ ຈະມີທ່າອ່ຽງເພີ້ມກຳ ລັງແຮງ ຂຶ້ນແຜ່ລົງມາປົກຄຸມຢູ່ ທົ່ວທຸກພາກຂອງລາວພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
     ສະພາບອຸນຫະພູມໃນທ້າຍອາທິດນ ີ້ອາກາດຍັງຈະເຢັນຫາໜາວເຢັນຢູ່ຕື່ມອີກ, ໂດຍສະເພາະແຂວງພາກເໜືອຫາ ພາກກາງດ້ານຕາເວັນອອກ, ເຂດພູດອຍ, ແຂວງໄຊສົມບູນ, ປາກຊ່ອງ, ທ່າແຕງ ແລະ ເມືອງດາກຈຶງ. ຈາກນັ້ນຕົ້ນອາທິດ
ໜ້າອາກາດຈະເຢັນລົງຕື່ມອີກ, ຍ້ອນ ກະແສລົມຕາເວັນອອກສ່ຽງ ເໜືອຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມ, ອາກາດຍັງ ຈະສືບຕໍ່ໜາວເຢັນພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ, ໂດຍສະເພາະແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ລົມພັດແຮງເປັນ ບາງໂອກາດໃນຕອນບ່າຍຫາຕອນຄ່ຳ. ສະພາບ ຝົນໃນໄລຍະວັນທີ 19-23 ພະຈິກນີ້, ຈະບໍ່ມີຝົນຕົກ. ຈາກນັ້ນວັນທີ 24-25 ພະຈິກ, ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

No comments:

Post a Comment