Ad

Ad

20 November 2014

1 ອາທິດຜ່ານມາ, ຢູ່ນະຄອນ ຫລວງວຽງຈັນ ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ 40 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ



     ພຽງ 7 ວັນຄື ນັບແຕ່ວັນທີ 10-16 ພະຈິກນີ້, ຢູ່ນະຄອນຫລວງວຽງຈັນ ມີອຸ ປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ 40 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 6 ຄົນ. ແຕ່ທຽບກັບອາທິດກ່ອນຫລຸດລົງ 9 ກໍລະນີ.
     ເຈົ້າໜ້າທ​ີ່ກົມຕຳຫລວດ ຈະລາຈອນໃຫ້​ຮູ້​ວ່າ: ໃນວັນທີ 14 ຜ່ານມາ, ມີອຸປະ ຕິເຫດທີ່ສົ່ງຜົນໃຫ້ມີຄົນເສຍຊີວິດ 3 ກໍລະ ນີຄື: ໃນເວລາຫົວຄ່ຳຢູ່ເຂດບ້ານ ຫີນ ລັບເມືອງສັງທອງ, ໄດ້ເກີດເຫດລົດຈັກຕຳກັນເຮັດໃຫ້ມີຜູ້ ເສຍຊີວິດຄາທີ່ 1 ຄົນ ແລະ ຢູ່ເຂດບ້ານໂພສີ ເມືອງຫາດຊາຍ ຟອງ ມີລົດໂດຍສານປີ້ນ  ສົ່ງ ຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ, ຕົກ ມາໃນເວລາທ່ຽງຄືນ, ຢູ່ເຂດບ້ານຄຳສະຫວາດ ເມືອງໄຊ ເສດຖາ, ມີລົດຈັກລົ້ມເອງຢ່າງ ຮຸນແຮງເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຄາທີ່, ສຳລັບວັນທີ 15 ຜ່ານມາມີອຸປະຕິເຫດເກີດຂຶ້ນ 2 ກໍລະນີຄື ໃນເວລາເກືອບທ່ຽງຄືນ, ຢູ່ເຂດ ບ້ານປາກທ້າງເມືອງສີໂຄດຕະບອງ, ລົດໃຫຍ່ຕຳ ກັບລົດຈັກເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ
ແລະ ໃນຕອນເດິກ ຢູ່ເຂດບ້ານດົງ ເມືອງໄຊທານີ, ໄດ້ເກີດເຫດລົດ ບັນທຸກຕຳກັບ ລົດຈັກ, ມີຜູ້ເສຍຊີວິດ 1 ຄົນ ແລະ ຕົກມາຮອດວັນທີ 16 ໃນຕອນຫົວຄ່ຳ, ຢູ່ເຂດບ້ານດົງສ້າງຫີນເມືອງໄຊທານີ, ລົດໃຫຍ່ ຕຳລົດຈັກມີຜູ້ເສຍຊີວິດ 1 ຄົນ.
     ເຈົ້າໜ້າທີ່ກົມຕຳຫລວດ ຈະລາຈອນຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບອາທິດຜ່ານມາ, ທົ່ວປະ ເທດມີອຸປະຕິເຫດເກີດຂຶ້ນ 99 ກໍລະນີມີຜູ້ເສຍຊີວິດ 20 ຄົນ, ມີ ພາຫະນະເປ່ເພ 89  ຄັນ, ຕົກເປັນ ມູນຄ່າການເສຍຫາຍຫລາຍ ກວ່າ 1.880  ລ້ານກີບ.
     ທ່ານ ພັນຕີ ສັງຄົມ ພົມມະ ລາດຮອງຫົວໜ້າກອງໂຄສະນາ ພະແນກຈະລາຈອນນະຄອນ ຫລວງວຽງຈັນ ກ່າວວ່າ: ຕໍ່ກັບ ສະພາບການດັ່ງກ່າວນີ້ທາງເຈົ້າໜ້າທີ່ຂອງພວກເຮົາກໍໄດ້ສົມທົບກັບຫລາຍພາກສ່ວນ, ໂດຍສະ ເພາະກໍແມ່ນພະແນກ ໂຍທາທິການ ແລະ ຂົນສົ່ງ ເພື່ອເລັ່ງ ຄວບຄຸມ ແລະ ລະບາຍການ ສັນຈອນແກ້ໄຂບັນຫາລົດແອອັດສັບສົນຢູ່ຕາມສາຍ ທາງຕ່າງໆທີ່ມີສະພາບສ່ຽງກໍໄດ້ສຸມໃສ່ເຮັດວຽກງານໂຄສະນາ ແລະ ເຜີຍ ແຜ່ກົດໝາຍວ່າດ້ວຍການຈະລາ ຈອນທາງບົກ ແລະ ການຂັບ ຂີ່ປອດໄພໃຫ້ມວນຊົນໄດ້ຮັບຮູ້ຢ່າງກວ້າງຂວາງ, ໂດຍສະ ເພາະແມ່ນຢູ່ຕາມໂຮງຮຽນ, ສະຖາບັນ, ມະຫາວິ ທະຍາໄລແຫ່ງ ຊາດ, ສຳນັກງານ, ອົງການ ແລະ ສະຖານທີ່ອື່ນໆ  ແລະ ນຳ ໃຊ້ສື່ຕ່າງໆຄື ວິທະຍຸ, ໂທລະພາບ ແລະ ໜັງສືພິມເພື່ອໂຄ ສະ ນາປູກຈິດສຳນຶກການຂັບຂີ່ປອດໄພໃຫ້ກັບມວນຊົນໃຫ້ພວກເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິjງຕໍ່ລະບຽບການຂັບ ຂີ່, ເພື່ອມີສະຕິຫລີກເວັ້ນການເກີດອຸປະຕິເຫດ.

No comments:

Post a Comment