Ad

Ad

20 November 2014

ທົ່ວ​ປະ​ເທດ​ເກັບ​ກ່ຽວ​ເຂົ້ານາ​ປີ​ສຳ​ເລັດ​ແລ້ວຫຼາຍ​ກວ່າ 50%

            ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 11 ພະຈິກ​ນີ້​ທົ່ວ​ປະ​ເທດ​ສາມາດ​ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ປີ​ໄດ້​ແລ້ວ 379 ພັນ​ກ່ວາ​ເຮັກຕາ,​ເທົ່າ​ກັບ 51% ຂອງ​ເນື້ອ​ທີ່​ປັກ​ດຳ,​ໃນ​ນີ້ພາກ​ເໜືອ​ປະຕິບັດ​ໄດ້ 43%, ພາກ​ກາງ​ປະຕິບັດ​ໄດ້ 54 % ​ແລະ ພາກ​ໃຕ້​ປະຕິບັດ​ໄດ້ 50 %, ຄາດ​ວ່າການ​ເກັບ​ກ່ຽວ​​ໃນ​ທົ່ວ​ປະ​ເທດ​ຈະ​ສຳ​ເລັດ 100%​ໃນ​ທ້າຍ​ເດືອນ​ພະຈິກ​ນີ້​ ແລະ ​ເມື່ອ​ທຽບ​ໃສ່​ໄລ ຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ແລ້ວ ເຫັນ​ວ່າການ​ເກັບ​ກ່ຽວ​ເຂົ້ານາ​ປີ​ປີ​ນີ້​ຍັງ​ຢູ່ໃນ​ເກນ​ປົກກະຕິ, ສຳ​ລັບການ​ເກັບ​ກ່ຽວ​ເຂົ້າ​ເນີນ​ສູງ​ມາ​ຮອດ​ປັດຈຸ​ບັນ​ສຳ​ເລັດ​ແລ້ວ 86 ພັນ​ກວ່າ​ເຮັກຕາ,​ ເທົ່າ​ກັບ 75% ຂອງ​ເນື້ອທີ່ທັງ​ໝົດ, ສ່ວນ​ການ​ປູກ​ພືດອື່ນໆ​ໃນ​ເນື້ອ​ທີ່​ແຜນການ 631.500​ ເຮັກຕາ, ມາ​ຮອດ​ປັດຈຸບັນ​ທົ່ວ​ເທດ​ປະ​ເທດສາມາດ​ປູກ​ໄດ້​ແລ້ວ 450 ພັນ​ກ່ວາ​ເຮັກ ຕາ, ​ເທົ່າ​ກັບ 71 % ຂອງ​ເນື້ອ​ທີ່​ແຜນການ, ສ່ວນຂະ​ແໜງ​ກະສິ​ເອງ​ກໍ​ໄດ້​ນຳ​ສົ່ງ​ພະນັກງານ​ວິຊາ​ການລົງ​ຊ່ວຍ​​ແນະ ນຳ​ການ​ເກັບ​ກ່ຽວມ້ຽນ​ມັດ​ເຂົ້ານາ​ປີຂ​ອງປະ ຊາຊົນ​ໃນ​ແຕ່ລະ​ທ້ອງ​ຖິ່ນ​ຢ່າງ​ໃກ້​ຊິດ,​​ ເພື່ອ​ຮັບປະກັນ​ໃຫ້​ສະມັດ​ຕະພາບ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ ແລະ ກະກຽມ​ໃຫ້​ແກ່​ການ​ຜະລິດ​ລະດູ​ແລ້ງ​ທ່ວງ​ທັນ​ເວລາ.

No comments:

Post a Comment