Ad

Ad

19 November 2014

ສືບຕໍ່ຂົນຂວາຍທຶນຈາກສາກົນຮ່ວມແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ



     ໃນໂອກາດໂອລົມກອງປະ ຊຸມຂອງຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກ ຍາກຂັ້ນສູນກາງປະຈຳສົກປີ 2013-2014, ເຊິ່ງມີຂຶ້ນໃນຕົ້ນ ເດືອນພະ ຈິກນີ້, ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານການປົກຄອງ ໄດ້ເນັ້ນບາງບັນຫາສຳຄັນກ່ຽວກັບການຕີລາຄາສະພາບການ ຮ່ວມມື ແລະ ໂຄງການ ຊ່ວຍເຫລືອຜ່ານອົງການຈັດຕັ້ງສາ ກົນທີ່ ບໍ່ສັງກັດລັດຖະບານ, ຊຶ່ງເຫັນວ່າ: ການ ຮ່ວມມືຊ່ວຍເຫລືອດັ່ງກ່າວ ໄດ້ປະກອບສ່ວນ ສຳຄັນເຂົ້າໃນການສ້າງສາພັດ ທະ ນາເສດຖະກິດ-ສັງຄົມກໍຄື ຊ່ວຍແກ້ໄຂຄວາມທຸກຍາກຂອງ ສປປ ລາວ.
     ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ໝາກຜົນການຊ່ວຍເຫລືອໃຫ້ ເກີດປະໂຫຍດສູງສຸດຕໍ່ການ ພັດທະນາປະເທດຊາດ, ໂດຍສະເພາະການລຶບລ້າງຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ, ກ່ອນອື່ນໝົດພວກເຮົາຕ້ອງໄດ້ ຍາດແຍ່ງອົງການນີ້ ເພື່ອໃຫ້ເຂົາ ເຈົ້າຊ່ວຍເຫລືອການຈັດສັນພູມ ລຳເນົາໃນບ້ານນ້ອຍທີ່ມີຄວາມຫຍຸ້ງຍາກໃຫ້ສຳເລັດ, ໂດຍ ບໍ່ຈຳເປັນລໍຖ້າແຕ່ທືນຂອງລັດເຮົາ, ດີແທ້ຕ້ອງແກ້ໄຂຢູ່ໃນກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ), ໄລຍະທີ III ໃຫ້ສຳ
ເລັດຍິ່ງເປັນການດີ ແລະ ມອບໃຫ້ຄະນະນຳຂອງບັນດາກະຊວງ, ອົງການ ແລະ ບັນດາແຂວງຍູ້ຂະບວນ ການພັດທະນາ ໃຫ້ເຂົ້າສູ່ລວງເລິກ. ພ້ອມກັນນັ້ນກໍໃຫ້ເລີ່ມລົງເກັບກຳຂໍ້ມູນ ແລະ ຄັດເລືອກຄອບຄົວຕົວແບບ, ບ້ານຕົວແບບ, ຜູ້ປະກອບ ການ ແລະ ນັກພັດທະນາກອນດີເດັ່ນໃຫ້ຖືກຕ້ອງຕາມມາດຕະຖານທີ່ກຳນົດໄວ້ຕັ້ງ ແຕ່ດຽວນີ້ເປັນຕົ້ນໄປເພື່ອຈະໄດ້ສະ ເໜີຍ້ອງຍໍທົ່ວປະເທດໃນທ້າຍປີ 2015.
     ອີງຕາມການກວດການ ແລະ ປະເມີນມາດຕະຖານຄວາມທຸກ ຍາກ ແລະ ມາດຕະຖານການ ພັດທະນາປະຈຳປີ 2014 ເຫັນ ວ່າ: ທົ່ວປະເທດມີຄອບຄົວທຸກ ຍາກ 92.328 ຄອບຄົວ ເທົ່າກັບ 8,11% ທຽບໃສ່ປີ 2013 ຫລຸດລົງ 24.480 ຄອບ ຄົວ, ມີຄອບຄົວພັດ ທະນາ 808.422 ຄອບຄົວທຽບ ໃສ່ປີ 2013 ເພີ່ມຂຶ້ນ 83.630 ຄອບຄົວ. ປັດຈຸບັນໃນທົ່ວປະ ເທດ ມີບ້ານທັງໝົດ 8.514 ບ້ານ, ໃນນັ້ນມີບ້ານທຸກຍາກ 1.966 ບ້ານທຽບໃສ່ປີ 2013 ຫລຸດລົງ 325 ບ້ານ, ມີບ້ານພັດທະນາ 3.095 ບ້ານທຽບໃສ່ປີ 2013 ເພີ່ມຂຶ້ນ 742 ບ້ານ, ຍັງມີເມືອງທຸກຍາກ 30 ເມືອງ ໃນຈຳນວນ 148 ເມືອງໃນທົ່ວປະເທດ, ຫລຸດ ລົງຈາກປີຜ່ານມາ 7 ເມືອງ ແລະ ມີ 4 ຈຸດສຸມ ຂອງແຂວງໄຊຍະບູລີ ໄດ້ຮັບຮອງເປັນຕົວເມືອງ ນ້ອຍໃນຊົນນະບົດຄື ຈຸດສຸມ ບ້ານນາຫລາ ເມືອງໄຊຍະບູລີ ແລະ 3 ຈຸດສຸມຂອງເມືອງປາກ ລາຍຄື ຈຸດສຸມບ້ານເມືອງປາ, ຈຸດສຸມບວມເລົາ-ຜາ ແກ້ວ ແລະ ຈຸດສຸມບ້ານສຸວັນນະພູມເຫລົ່ານີ້ເປັນຕົ້ນ.

No comments:

Post a Comment