Ad

Ad

19 November 2014

ການບິນ​ລາວ​ໄດ້​ເຮືອບິນ​ລຳ​ໃໝ່ເສີມ​ບໍລິການ



        ວັນ​ທີ 18  ພະຈິກ​ນີ້, ຢູ່​ສະໜາມບິນ​ວັດ​ໄຕ​ສາກົນ, ໄດ້​ມີພິທີ​ຕ້ອນຮັບເຮືອ ບິນ​ລຳ​ໃໝ່  ATR 600.  ໂດຍ​ມີ​ຄະນະ​ອຳນວຍ​ການລັດ​ວິ​ສາ​ຫະກິດ​ການບິນ​ລາວ  ແລະ  ພະນັກງານ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.
          ທ່ານ ແສງ​ປະ​ເສີດ ມະທຸ​ຈັນ ຮອງອຳນວຍ​ການ​ການບິນ​ລາວ​ກ່າວ​ວ່າ: ປັດຈຸບັນ​ການບິນ​ລາວ​ມີ​ເຮືອບິນ  ATR 500  ຈຳນວນ 7 ລຳ, MA 4 ລຳ ​ແລະ ​ເ​ເອບັສ 4 ລຳ. ສຳລັບເຮືອບິນ ATR 600, ສາມາດ​ບັນຈຸ​ຜູ້​ໂດຍ ສານ​ໄດ້ 70 ບ່ອນ​ນັ່ງ, ​ຜະລິດ​ຢູ່​ປະ​ເທດຝຣັ່ງ ​ເຮືອບິນ​ລຳ​ໃໝ່ນີ້​ ຈະ​ມາ​ເສີມ​ການ​ບໍລິການ​ຂົນ​ສົ່ງ​​ໂດຍສານ​ທາງ​ອາກາດຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງ​ປະ​ເທດ​ເປັນຕົ້ນ​ແມ່ນ: ​ສ.ເກົາຫຼີ, ຈີນ ແລະ  ການ​ເລືອກ​ນຳ​ໃຊ້​ເຮືອບິນ​ປະ​ເພດ​ນີ້ມາ​ຮັບ​ໃຊ້​ບໍລິການ​​ເນື່ອງ​ຈາກ​ວ່າ​ເປັນ​ເຮືອບິນ​ທີ່​ທັນ​ສະ​ໄໝ ແລະ ມີ​ເຕັກ​ໂນໂລຊີສູງ.

        ໃນປີ​ທີ່​ຜ່ານ​ມາ​ມີ​ຜູ້​ໃຊ້​ບໍລິການ​ຂອງ​ການບິນ​ລາວ ປະມານ 7 ແສນ​ກວ່າ​ຄົນ, ບິນໄປພາຍ​ໃນ​ປະ​ເທດສ່ວນຫຼາຍ​ແມ່ນ ຫຼວງພະ​ບາງ ​ແລະ ຕ່າງປະ​ເທ​ດກໍ​ແມ່ນ ສ.ເກົາຫຼີ ແລະ ຈີນ. ການ​ທີ່​ເພີ່ມ​ເຮືອບິນ​ຂື້ນ​ມາກໍເພື່ອ​ຮອງ​ຮັບ​ກັບ​ການ​ຂະຫຍາຍ​ແຜນ​ທຸລະ​ກິດການບິນ​ຂອງ​ລາວ​, ພ້ອມ​ກັນນັ້ນກໍເປັນ​ການ​ຮັບຮອງສົ່ງ​ເສີມ​ດ້ານ​ການທ່ອງທ່ຽວຂອງ​ປະ​ເທດ​ເຮົາ​ໃຫ້ຫຼາຍຂຶ້ນ.

No comments:

Post a Comment