Ad

Ad

19 November 2014

ຄົ້ນພົບວັດຖຸບູຮານຍຸກທອງສຳລິດເກົ່າແກ່ຈຳນວນຫລາຍຢູ່ໃນ ເຂດບໍ່ຄຳເຊໂປນ



     ທ່ານ ດຣ ທອງລິດ ຫລວງໂຄດ ນັກບູຮານວິທະຍາຈາກກົມມໍລະດົກປະຈຳ ຢູ່ພາກ ສະໜາມໂຄງການຂຸດຄົ້ນບໍ່ຄຳ- ທອງ ເຊໂປນ ເມືອງວິລະບູລີ ແຂວງສະ ຫວັນນະເຂດ ໃຫ້ຮູ້ວ່າ: ຕາມການບອກເລົ່າຂອງປະຊາ ຊົນເຂດບ້ານບຸ່ງຄຳ ເມືອງວິ ລະບູລີ ທີ່ໄປເຮັດໄຮ່, ເຮັດສວນ ຢູ່ບໍລິເວນພູແທ່ນຄຳ ວ່າໄດ້ພົບ ເຫັນວັດຖຸບູ ຮານຢູ່ບໍລິເວນດັ່ງ ກ່າວ ແລະ ຄະນະສຳຫລວດຕີ ລາຄາກະທົບຈາກໂຄງການນີ້ ກໍ ພົບເຫັນວັດຖຸບູຮານຢູ່ເຂດດັ່ງ ກ່າວເຊັ່ນກັນເຊິ່ງຄາດວ່າເປັນເຂດແຫລ່ງຜະລິດວັ ດຖຸທີ່ເຮັດດ້ວຍທອງຂອງຊຸມຊົນຄົນບູ ຮານ. ດັ່ງນັ້ນ ທາງກົມມໍລະດົກ ຈຶ່ງໄດ້ສົ່ງວິຊາການໂດຍສົມທົບກັບພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວິລະບູລີແຂວງສະຫວັນ ນະເຂດພ້ອມດ້ວຍໜ່ວຍງານມໍລະດົກຂອງບໍ ລິສັດລ້ານຊ້າງ ມິເນ ໂຣນ, ຊ່ຽວຊານ ແລະ ວິຊາ ການຈາກຕ່າງປະເທດລົງຂຸດຄົ້ນມາແຕ່ວັນທີ 15 ຕຸລາ 2014 ເປັນ ຕົ້ນມາ, ໂດຍໄດ້ພົບເຫັນ ວັດຖຸບູຮານຍຸກທອງສຳລິດທີ່ມີອາຍຸ ຫລາຍກວ່າ 200 ປີ ເປັນຈຳ ນວນຫລາຍເຊັ່ນ: ເບົ້າຫລໍ່, ແບບ ຫລໍ່
ຈົນເປັນທີ່ມາຂອງຊື່: “ເປີ້ນ ເບົ້າຫລໍ່” ນອກນັ້ນ ຍັງໄດ້ພົບ ເຟື້ອງໝໍ້, ໄຫ, ວັດຖຸທີ່ເຮັດດ້ວຍ ທອງເຊັ່ນ: ຂວານທອງ, ປາຍ ຫອກ, ອາວຸດ, ໝາກປັດ, ເຄື່ອງມີເຫລັກ, ຂວານຫີນ, ຂຸມຝັງສົບ ແລະ ເຄື່ອງອຸທິດເຖິງຄົນຕາຍ ທີ່ສະແດງໃຫ້ເຫັນເຖິງ ພິທີກຳການຝັງສົບໃນສະໄໝບູຮານ ແລະ ໃນວັນທີ 15 ພະຈິກ 2014 ທ່ານ ດຣ. ບຸນທ່ຽງ ສິຣິບົວພັນ ຫົວໜ້າກົມມໍລະດົມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພ້ອມດ້ວຍຄະນະຈຶ່ງ ໄດ້ເດີນທາງໄປເບິ່ງການຂຸດຄົ້ນ ວັດຖຸບູຮານຢູ່ ເຂດດັ່ງກ່າວ ແລະ ໄດ້ຮັບ ຟັງລາຍງານຈາກທ່ານ ດຣ. ໄນໂຈ ຈາງ ຊ່ຽວຊານຈາກ ມະຫາວິທະຍາໄລ ເຈັມສ໌ຄຸກ ປະ ເທດອົດສະຕາລີວ່າ: ການພົບວັດ ຖຸບູຮານຢູ່ໃນໂຄງການແມ່ນໄດ້ພົບເຫັນເລື້ອຍໆເຊິ່ງເມື່ອ ກ່ອນພວກເຮົາໄດ້ຂຸດຄົ້ນຢູ່ທົ່ງ ນາງເງືອກ ແລະ ໄດ້ພົບເຫັນຮ່ອງ ຮ່ອຍ ແລະ ວັດຖຸບູຮານໃນ ລັກສະນະດຽວກັນນີ້ເປັນຈຳ ນວນຫລາຍເຊັ່ນກັນເຊິ່ງວັດຖຸດັ່ງ ກ່າວເປັນສິ່ງທີ່ມີຄຸນຄ່າທາງ ດ້ານ ປະຫວັດສາດ, ຄວນອະນຸ ລັດຮັກສາ, ສຶກສາຄົ້ນຄວ້າປະ ຫວັດຄວາມເປັນມາໃນແຕ່ລະ ຍຸກ, ແຕ່ລະສະໄໝ. ທ່ານ ດຣ. ໄນໂຈ ໃຫ້ຮູ້ວ່າ: ປັດຈຸບັນພວກ ເຮົາໄດ້ຄົ້ນພົບອີກຈຸດໜຶ່ງທາງ ດ້ານທິດຕາເວັນອອກຂອງພູ ແທ່ນຄຳເຊິ່ງໄດພົບເຫັນໂຄງຮ່າງ ໄມ້ບູຮານຄາດວ່າເປັນບ່ອນຂຸດເອົາແຮ່ທາດເພື່ອໄປຫລອມ ໃນສະໄໝກ່ອນ, ສິ່ງສຳຄັນໃນ ແຕ່ລະບອ່ນທີ່ໄດ້ຄົ້ນພົບທາງຄະ ນະຜູ້ຂຸດຄົ້ນກໍຄືທາງກົມມໍລະດົກຈະສະເໜີໄປໃຫ້ບໍລິສັດລ້ານຊ້າງມິເນໂຣນ ໃຫ້ເຮັດເປັນ ເຂດອະນຸລັກເພື່ອອະນາຄົດຂ້າງ ໜ້າຈະເປັນບ່ອນສຶກສາຄົ້ນຄວ້າ ແລະ ພັດທະນາເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ນຳອີກ.

No comments:

Post a Comment