Ad

Ad

19 November 2014

ມີຫລາຍປັດໄຈພາໃຫ້ພາສີເຂດ V ເກັບລາຍຮັບບໍ່ໄດ້ຕາມແຜນ



ພາບປະກອບ
   ຕາມບົດສະຫລຸບປະຈຳສົກປີ 2013 - 2014 ຂອງພາສີເຂດ V ໃຫ້ຮູ້ວ່າ: ພາສີ ເຂດ V ແມ່ນກວມ ເອົາລາຍຮັບພາສີຢູ່ນະ ຄອນຫລວງວຽງຈັນ ແລະ ແຂວງວຽງ ຈັນ, ຊຶ່ງຢູ່ນະຄອນຫລວງວຽງຈັນ ປະກອບມີດ່ານພາສີ ສາກົນຂົວມິດຕະພາບ 1, ສະ ໜາມບິນສາກົນວັດໄຕ, ດ່ານທ່າ ເດື່ອ, ໜອງດາ, ບ້ານໂດນ ແລະ ໂຄກແຮ່, ສ່ວນຢູ່ແຂວງວຽງ ຈັນມີດ່ານບ້ານວັງ ແລະ ຊະ ນະຄາມ, ເຊິ່ງໃນສົກປີ 2013- 2014, ລັດຖະບານໄດ້ຕັ້ງເປົ້າໃຫ້ພາສີ ເຂດ V ເກັບລາຍຮັບຈຳນວນ 2.775 ຕື້ກວ່າກີບ, ແຕ່ຜ່ານການ ຈັດຕັ້ງປະຕິບັດຕົວ ຈິງໄດ້ພຽງ 2.464 ຕື້ກວ່າກີບ, ເທົ່າກັບ 88% ຂອງແຜນການ, ທຽບໃສ່ສົກປີ ຜ່ານມາເພີ່ມ ຂຶ້ນ 3,28% ຫລືປະ ມານ 78 ຕື້ກວ່າກີບ. ໃນນັ້ນໄດ້ ຈາກຄ່າຊັກພິເສດ 1.667 ລ້ານ ກີບ, ພາສີຂາເຂົ້າ 779 ຕື້ກວ່າ ກີບ, ຄ່າທຳນຽມຕ່າງໆ 50 ຕື້ ກີບ, ຄ່າປັບໃໝ 2 ຕື້ກີບ ແລະ ອາ ກອນຂາເຂົ້າ 1.942 ຕື້ກວ່າກີບ. ໂດຍມີຫລາຍປັດໃຈທີ່ພາໃຫ້ ການຈັດເກັບລາຍຮັບບໍ່ໄດ້ຕາມ ແຜນຄື: ມີການຍົກເວັ້ນການນຳ
ເຂົ້ານ້ຳມັນໃຫ້ແກ່ 60 ໂຄງການ ຈຳນວນ 77 ລ້ານກວ່າລິດ, ຕົກ ເປັນມູນຄ່າເສຍພາສີ- ອາກອນ ຫລາຍກວ່າ 101 ຕື້ກີບ, ມີພາຫະ ນະທີ່ເຄີຍນຳເຂົ້າຜ່ານດ່ານຂຶ້ນ ກັບເຂດຈຳນວນ 1.300 ກວ່າຄັນ ປ່ຽນໄປເຂົ້າ ດ່ານອື່ນ, ມີການ ຫລຸດມູນຄ່າແຈ້ງພາສີລົດຟໍຈູນ ເນີຈຳນວນ 873 ຄັນຈາກມູນຄ່າ ເສຍພາສີ 159 ລ້ານ ກວ່າກີບລົງ ມາເຫລືອພຽງ 111 ລ້ານກວ່າ ກີບຕໍ່ຄັນຄ່າພາສີອາກອນຜິດ ດ່ຽງປະມານ 47 ຕື້ກວ່າກີບ, ການອະນຸຍາດໃຫ້ກົນ ຈັກໜັກ, ລົດຂົນສົ່ງເກີນຄວາມຕ້ອງການຊົມໃຊ້ຂອງໂຄງການທີ່ມີນະໂຍບາຍຍົກເວັ້ນພາສີ-ອາກອນຫັນ ມາເສຍແຕ່ອາກອນ ມູນ ຄ່າເພີ່ມ 10% ແລະ ການອະນຸມັດເສຍ ຕາມອັດຕາຫລຸດຜ່ອນ 1% ມີ ຈຳນວນ 2.939 ຄັນ, ເກັບຕົວຈິງ ໄດ້ແຕ່ອາກອນ ມູນຄ່າເພີ່ມຂອດຂາເຂົ້າມູນຄ່າ 14 ຕື້ກວ່າກີບ, ແຕ່ຖ້າເກັບພາສີຕາມລະບຽບ ການຕົວຈິງຈະຕົກຢູ່ປະມານ 237 ຕື້ກວ່າກີບ, ມີການອະນຸ ຍາດນຳເຂົ້ານ້ຳມັນປົນເປື້ອນມາຜະລິດໃນໂຮງງານຈຳນວນ 18 ລ້ານກວ່າລິດເກັບພາສີໄດ້ພຽງ 5,8 ຕື້ກວ່າກີບ, ແຕ່ຖ້າເກັບຕາມ ປົກກະຕິຈະຕົກຢູ່ປະມານ 23 ຕື້ກວ່າກີບ, ນອກຈາກນີ້, ຍັງມີການຮົ່ວໄຫລ່ຈາກການເກັບຄ່າທຳນຽມຄົນ, ພາຫະນະ ແລະ ສີນຄ້າມີມູນຄ່າປະມານ 28 ຕື້ກີບ. ຂະນະທີ່ການນຳໃຊ້ເຄື່ອງ ມືກວດດ້ວຍລະບົບສາຍແສງ (ສະແກນເນີ) ທີ່ມີໃນປັດຈຸບັນ, ເພື່ອຊ່ວຍໃນການກວດກາສີນ ຄ້າແມ່ນຍັງບໍ່ທັນມີປະສິດທິພາບສູງເທົ່າທີ່ຄວນ, ເນື່ອງຈາກ ເຄື່ອງດັ່ງກ່າວ ບໍ່ສາມາດກວດໄດ້ຢ່າງຄົບຖ້ວນ ແລະ ຕໍ່ເນື່ອງ, ເຊິ່ງເມື່ອມີພາຫະນະຂົນສົ່ງສີນຄ້າເຂົ້າ-ອອກ ເປັນຈຳນວນຫລາຍ, ການໃຊ້ ເຄື່ອງສະແກນ ເປັນເວລາດົນກໍຈະເກີດຄວາມຮ້ອນ ແລະ ບໍ່ສາມາດກວດສີນ ຄ້າໄດ້ຢ່າງມີປະສິດທິຜົນຕໍ່ໄປໄດ້ຈຶ່ງນັບວ່າມີ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກວດກາສີນຄ້າຕົວຈິງ.

No comments:

Post a Comment