Ad

Ad

19 November 2014

ແນະ​ນຳ​ເຄື່ອງຕອງນ້ຳສະອາດ ຜະລິດຈາກ​ດິນ​ເຜົາ



    ໃນ​ວັນ​ທີ 18 ພະຈິກນີ້, ຢູ່​ບ້ານ​ຫ້ວຍ​ຫົງ ນະຄອນຫລວງ​ວຽງ​ຈັນ ສະຖານທູດ​ອົດ​ສະຕຣາລີ​ ປະ​ຈຳລາວ​ ​ແລະ ອົງການ​ນ້ຳ​ດື່ມ​ອຸດົມສົມບູນ, ໄດ້​ແນະ​ນຳ​ເຄື່ອງ​​ຕ​ອງ​ນ້ຳສະອາດຜະລິດ ຈາກ​ດິນ​ເຜົາ​ແບບງ່າຍ​ດ່າ​ຍ ແລະ ​ສາມາດ​ກຳຈັດ​ພະຍາດ​ທີ່​ມາ​ກັບ​ນ້ຳ​ເຊັ່ນ: ພະຍາດ​ຖອກ ທ້ອງ, ທ້ອງຂີ້ຮາກ ​ແລະ ອື່ນໆ, ເຊິ່ງມີຄວາມເໝາະສົມ​​ນຳ​ໃຊ້​ຢູ່​ທ້ອງ​ຖິ່ນ​ເຂດ​ຫ່າງ​ໄກ​ສອກຫລີກ.
    ທ່ານ ຈອນ ວິມລຽມ ​ທູດ​ວິສາມັນ​ແຫ່ງ​ປະ​ເທດ​ອົດສະ ຕຣາລີ​ປະ​ຈຳລາວ​ ກ່າວ​ວ່າ: ເຄື່ອງ​ຕອງ​ນ້ຳ​ດັ່ງກ່າວເຮັດຈາກ​ໝໍ້ດິນ​ເຜົາ​ແບບ​ປະຖົມ​ປະ​ຖານ ເພື່ອ​ນຳ​ມາ​ຜະລິດ​ ​ແລະ ສະໜອງ​ນ້ຳ​ດື່ມ​ທີ່​ສະອາດ​ໃຫ້​ແກ່​ປະຊາ ຊົນ ແລະ ​ໂຮງຮຽນ​ຢູ່​ເຂດ​ຊົນນະ ບົດ​ຫ່າງ​ໄກ​ສອກຫລີກ​ຂອງລາວ ໂດຍ​ການ​ໜູນ​ໃຊ້​ວັດ​ຖຸລາຄາ​ຖືກ​ທີ່​ຫາ​ໄດ້​ງ່າຍ​ຈາກ​ທ້ອງ​ຖິ່ນ​ເຊັ່ນ: ດິນ​ເຜົາ,​ ເມັດ​ກາ​ເຟບົດ​ ​ແລະ ທໍ່​ນ້ຳ. ເຊິ່ງແມ່ນອົງການ​ນ້ຳ​ດື່ມ​ອຸດົມສົມບູນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຢູ່ລາວ​​
ເປັນ​ເວລາ 6 ປີ​ ​ແລະ ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຫລາຍ​ອົງການ​ຊ່ວຍ​ເຫລືອ ​ເພື່ອ​ໃຫ້ການ​​ຊ່ວຍ​ເຫລືອ​​ແກ່​ຊຸມ​ຊົນ​ທີ່​ທຸກ​ຍາກ​ຢູ່​ ສປປ ລາວ ເປັນຕົ້ນ: ອົງການ​ກອງ​ທຶນ​ສຳລັບ​ເດັກ, ອົງກາ​ນ​ເຮວ​ເວ​ຕັດ, ສູນ​ອົບຮົມ​ຮ່ວມ​ພັດທະນາ, ສະມາຄົມ​ພັດ ທະນາ​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ.

No comments:

Post a Comment