Ad

Ad

19 November 2014

ການທ່ອງທ່ຽວ​ໃນ​ນະຄອນຫຼວງ​ວຽງ​ຈັນ​ເລີ່​ມຄຶກຄື້ນ



         ຕາມ​ການ​ໃຫ້​ສຳພາດ​ຂອງ​ທ່ານ ພູ​ວຽງ ​ໂພທິ​ສານ ຜູ້​ຮັກ​ສາ​ການ​ຫໍພິພິທະ​ພັນສະຖານ​ບູຮານ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 18 ພະ​ຈິກ​ນີ້ວ່າ: ພາຍຫຼັງ​ລະດູ ຝົນ​ສິນ​ສຸດ​ລົງສະພາບການທ່ອງ ທ່ຽວ​ໃນ​ນະຄອນຫຼວງ​ວຽງ​ຈັນ​ໄດ້ເລີ່​ມມີ​ບັນຍາ​ກ່າດ​ຄຶກຄື້ນ​ຂຶ້ນ ມາ​ອີກ​ວາລະ​ໜຶ່ງ, ຊຶ່ງມັນສະ​ ແດງ​ອອກ​ໃຫ້​ເຫັນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ສະ ຖານ​ບູຮາ​ນ​ໃນນະຄອນຫຼວງ​ວຽງ​ຈັນ​​ເພີ​່ມຫຼາຍຂຶ້ນ, ຊຶ່ງ​ສະ​ເພາະ​ເດືອນ​ຕຸລາ​ທີ່​ຜ່ານ​ມາ​ສະ​ເພາະ​ສະຖານ​ບູຮານ 3​ ແຫ່ງ​​ຄື ພະທາດ​ຫຼວງ, ຫໍພະ​ແກ້ວ ​ແລະ ວັດ​ສີສະ​ເກດ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ເຖິງ 36  ພັນກວ່າ​ຄົນ​,​​ ໃນ​ນີ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ  35 ພັນ​ກວ່າ​ຄົນ, ນັກ​ທອງ​ທ່ຽວ​ພາຍ​ໃນ 1 ພັນກວ່າ​ຄົນ, ສ້າງ​ລາຍ​ຮັບ​ໄດ້​ເກືອບ 200 ລ້ານ​ກີບ, ທີ່​ໂດດ​ເດັ່ນ​ແມ່ນ​ພະທາດ​ຫຼວງ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ເຖິງ 16 ພັນ​ກວ່າ​ຄົນ, ຫໍພະ​ແກ້ວ 13 ພັນ​ກວ່າ​ຄົນ ​ແລະ ວັດ​ສີສະ​ເກດ 6 ພັນ​ກວ່າ​ຄົນ, ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ແມ່ນມາ​ຈາກ ສ ​ເກົາຫຼີ,​ ໄທ ​ແລະ ​ເອີ​ຣົບ​.

          ຜູ້ຮັກສາ​ການພິພິທະ​ພັນ​ດັ່ງກ່າວ​ໃຫ້​ຮູ້​ອີກ​ວ່າ: ປັດຈຸບັນ​ລັດ​ຖະບານ​ກຳລັງ​ກະກຽມ​ຈະ​ບູ ລະນະ​ປະຕິສັງຂອນ​ຫໍພະ​ແກ້​ວ ຄືນ​ໃໝ່​, ດັ່ງ​ນັ້ນ​ຈຶ່ງຂໍ​ເຊີນ​ຊວນ ປະ​ຊາຊົນ​ຜູ້​ທີ່​ມີ​ໃຈິດ​ໃຈສັດທາ​ຮ່ວມ​ເປັນ​ເຈົ້າພາບ​ບໍລິຈາກ​ວັດຖຸ​ປັດ​ໄຈ, ​ເພື່ອ​ຊ່ວຍ​ບູລະນະ​ສະ ຖານ​ບູຮານ​ດັ່ງກ່າວ​ໃຫ້​ມີ​ຄວາມ​ສວຍ​ງາມ​, ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເຂົ້າ​ມາທ່ຽວນະຄອນ ຫຼວງ​ວຽງ​ຈັນ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ,​ເພາະປັດຈຸບັນ​ຫໍພະ​ແກ້ວ​ມີສະ ພາບ​ເກົ່າ​ແກ່​ແລະ​ຫຼາຍ​ອັນ​ຕ້ອງ​ໄດ້​ບູລະນະ​ປົວ​ແປງ​ໃຫ້​ມີ​ສະພາບ​ດີ​ຂຶ້ນ​  ​ແລະ ​ເປັນ​ທີ່​ເອກອ້າງ​ຂອງ​ລາວ​ເຮົາ.

No comments:

Post a Comment