Ad

Ad

19 November 2014

ປກສ ເມືອງຊ້ອນຈັບຕົວຜູ້ຄ້າ ຢາບ້າພ້ອມຂອງກາງເກືອບ 4 ພັນເມັດ



    ເມື່ອບໍ່ດົນມານີ້, ປກສ ເມືອງ ຊ້ອນ ແຂວງຫົວພັນ ໄດ້ຈັບຕົວ ທ້າວ ຈົວທໍ່ ອາຍຸ 16 ປີຢູ່ບ້ານນ້ຳຖ້ວມ ເມືອງນ້ຳບາກ ແຂວງ ຫລວງພະບາງ ໃນຂໍ້ຫາຄ້າຢາ ເສບຕິດ, ພ້ອມ ຂອງກາງຢາບ້າ 3.969 ເມັດຊຸກເຊື່ອງໄວ້ຢູ່ກ້ອງ ເບາະລົດຈັກເວບໝາຍ ເລກທະບຽນ ຈດ 2640 ຫລວງພະບາງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນ ການດຳເນີນຄະດີຕາມ ລະບຽບກົດໝາຍ.
   ຜ່ານການສືບສວນ-ສອບ ສວນຂອງເຈົ້າໜ້າທີ່, ທ້າວ ຈົວທໍ່ ຮັບສາລະພາບວ່າ: ຢາ ບ້າທັງໝົດເປັນຂອງຕົນແທ້, ເຊິ່ງໄດ້ ຊື້ມາຈາກຂະບວນການຄ້າຢາ ເສບຕິດຢູ່ແຊວງ ບໍ່ແກ້ວເພື່ອຈະ ເອົາໄປຈຳໜ່າຍໃຫ້ລູກຄ້າຢູ່ ແຂວງຫົວພັນ, ແຕ່ພໍຂີ່ລົດມາ ຮອດເສັ້ນ ທາງເຂດເມືອງຊ້ອນ ຈຶ່ງມີເຈົ້າໜ້າທີ່ຕັ້ງດ່ານກວດລົດ ແລະ ພົບເຫັນຢາບ້າຈຳນວນ ດັ່ງກ່າວຈຶ່ງຖືກຈັບຕົວມາດຳ ເນີນຄະດີ.

No comments:

Post a Comment