Ad

Ad

19 November 2014

ຂັບລົດໄວຕຳເສົາໄຟຟ້າເສຍຊີວິດຄາທີ່ໜຶ່ງຄົນ



    ເຈົ້າໜ້າທີ່ເມືອງທ່າພະບາດ, ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ເວ ລາປະມານ 10:00 ໂມງຂອງ ວັນທີ 15 ພະຈິກຜ່ານມານີ້, ໄດ້ເກີດອຸປະຕິເຫດລົດຈິບໂຕໂຍຕາໝາຍ ເລກທະບຽນ ກກ 4189 ບໍ ລິຄຳໄຊ, ຂັບໂດຍທ້າວ ແສງອາ ລຸນ ອາຍຸ 27 ປີຢູ່ບ້ານ ປາກຊັນໃຕ້, ເມືອງປາກຊັນ ແລະ ມີຜູ້ ນັ່ງມານຳລົດອີກ 5 ຄົນ, ຕຳເສົາ ໄຟຟ້າແຮງ ສູງເຊິ່ງເປັນເສົາຄອນກລີດຢູ່ແຄມເສັ້ນທາງ 13 ໃຕ້ ເຂດບ້ານໂພນສະຫວັນ ເມືອງ ທ່າພະບາດ  ແຂວງບໍລິຄຳໄຊ ຢ່າງຮຸນແຮງເຮັດໃຫ້ມີຜູ້ເສຍຊີວິດຄາທີໜຶ່ງຄົນຄືນາງ ກົງໃຈ ອາຍຸ 44 ປີເຊິ່ງເປັນເຈົ້າຂອງລົດ ແລະ ເອື້ອຍຂອງຜູ້ຂັບ, ສ່ວນຜູ້ ອື່ນໆແມ່ນໄດ້ຮັບບາດເຈັບສາຫັດ.
    ຜ່ານການສືບສວນ-ສອບ ສວນສະຖານທີ່ເກີດເຫດຂອງ ເຈົ້າໜ້າທີ່ຮູ້ວ່າ: ລົດຄັນດັ່ງ ກ່າວ, ໄດ້ແລ່ນມາແຕ່ເສັ້ນທາງ 13 ໃຕ້ເພື່ອມຸ້ງໜ້າມານະຄອນ ຫລວງວຽງຈັນດ້ວຍຄວາມໄວ ສູງສົມຄວນ, ພໍຮອດຈຸດເກີດ ເຫດຊຶ່ງມີລັກສະນະເປັນທາງ ໂຄ້ງ ເຮັດໃຫ້ຄັນສົ່ງລົດຫລຸດ ອອກ ແລະ ບໍ່ສາມາດຄວບຄຸມ ລົດໄວ້ໄດ້ຈຶ່ງເສຍຫລັກເຈືອກລົງຂ້າງທາງ ແລະ ຕຳຫລັກເສົາໄຟຟ້າ ດັ່ງກ່າວ, ເນື່ອງຈາກ ການຂັບຂີ່ດ້ວຍຄວາມໄວສູງ ແລະ ສະພາບເຕັກນິກຂອງລົດບໍ່ຮັບປະກັນດີ.

No comments:

Post a Comment