ໃນກອງປະຊຸມສະຫຼຸບວຽກງານພັດທະນາຊົນນະບົດ
ແລະ ລຶບລ້າງຄວາມທຸກຍາກປະ ຈຳປີ 2014 ທີ່ຈັດຂຶ້ນເມື່ອມໍ່ໆມານີ້ໃຫ້ຮູ້ວ່າ:
ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໄລ ຍະຜ່ານມາພາກສ່ວນກ່ຽວຂ້ອງສາມາດຈັ້ງຕັ້ງປະຕິບັດໄດ້ສຳເລັດຫຼາຍດ້ານເປັນຕົ້ນແມ່ນ:
ຊົນນະບົດໄດ້ຮັບການພັດທະນາດີຂຶ້ນ, ສະພາບຄວາມທຸກຍາກຂອງປະຊາຊົນຫຼຸດລົງເທື້ອລະກ້າວ,
ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍຍັງມີບາງຈຸດອອ່ນແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຄື:
ການຄົ້ນຄວ້າ, ປະກາດໃຊ້ນະໂຍບາຍ ແລະ ມາດຕະການສົ່ງເສີມເປັນພິເສດຕໍ່ການລົງທຶນຂອງ
ພາກສ່ວນເສດຖະກິດທັງພາຍໃນແລະ ຕ່າງປະເທດໃນເຂດຊົນນະບົດ, ຫ່າງໄກສອກຫຼີກ, ເຂດປະຕິວັດ,
ເຂດເມືອງ, ບ້ານວິລະຊົນ, ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 7,8 ແລະ 9 ຂອງພັກວາງອອກຍັງບໍ່ສາມາດປະຕິບັດໄດ້ເທື່ອ,
ການປະຕິບັດຄາດໝາຍສູ້ຊົນກ່ຽວກັບການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ
ແລະ ແຜນພັດທະນາເສດທະຖິດ- ສັງ ຄົມ 5 ປີຄັ້ງທີ VI (2006- 2010 ) ແລະ ຄັ້ງທີ VII
(2011-2015)ເຫັນວ່າຍັງບໍ່ສາມາດບັນລຸໄດ້ຕາມແຜນການ, ການປຸກລະດົມຂົນຂວາຍຍາດແຍ່ງທືນຮອນຈາກພາກສ່ວນເສດຖະກິດຕ່າງໆທັງພາຍໃນ
ແລະ ຕ່າງປະເທດເຂົ້າໃນວຽກງານ
ພັດທະນາຊົນ ນະບົດ ແລະ ລຶບລ້າງຄວາມທຸກຍາກ, ຍັງບໍ່ທັນເຮັດໄດ້ດີ,
ຍັງອີງໃສ່ງົບປະມານຂອງລັດເປັນຕົ້ນ ຕໍ່, ການຄຸ້ມຄອງ, ນຳໃຊ້ທຶນ ຮອນກໍຍັງບໍ່ມີປະສິດທິພາບເທົ່າທີ່ຄວນ,
ການຈັດສັນທືນກໍຄືການສຸມທຶນຮອນຂອງບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນຍັງຂາດການປະສານສົມທົບກັນ,
ບໍ່ທັນລວມສູນເຂົ້າສູ່ຈຸດສຸມດຽວກັນ ແລະ ບໍ່ໄດ້ກະທົບໃສ່ລືບລ້າງບ້ານທຸກຍາກ,
ການ ສ້າງບ້ານພັດທະນາ ແລະ ການ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ດີເທົ່າທີ່ຄວານ,
ເຮັດໃຫ້ລະດັບການພັດ ທະນາລະຫວ່າງຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫຼີກມີຄວາມແຕກໂຕນກັນຫຼາຍ,
ການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນໄລຍະຜ່ານມາຍັງເນັ້ນໃສ່ການກໍ່ສ້າງພື້ນຖານໂຄງລ່າງເປັນຈຸດໜັກ,
ຍັງບໍ່ທັນໄດ້ຕັ້ງໜ້າເອົາໃຈໃສ່ສົ່ງເສີມການຜະລິດເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ປະຊາຊົນ,
ບໍ່ໄດ້ເອົາໃຈ ໃສ່ອົບຮົມວິຊາຊີບ, ການປູກ, ການລ້ຽງ ແລະ ເຕັກນິກວິ ຊາການເຂົ້າໃນການຜະລິດໃຫ້ແກ່ປະຊາຊົນ ແລະ
ການຊຸກຍູ້ສົ່ງເສີມພາກ່ສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການຜະລິດເປັນສິນຄ້າຢູ່ເຂດຊົນນະບົດຫ່າງໄກສອກຫລີກ
ເພື່ອຫັນປ່ຽນແບບແຜນການ ດຳລົງຊີວິດ, ຄວາມເຄີຍຊິນທີ່ ຂຶ້ນກັບທຳມະຊາດໄປສູ່ການ ຜະລິດແບບໃໝ່ເຫັນວ່າຍັງມີໜ້ອຍ,
ຍ້ອນແນວນັ້ນຈຶ່ງເຮັດໃຫ້ແບບແຜນການທຳມະຫາກິນ ຂອງປະຊາຊົນເຂດຫ່າງໄກສອກຫລີກບໍ່ທັນມີການຫັນປ່ຽນພໍເທົ່າໃດ,
ໜໍ່ແໜງການຜະລິດເປັນສິນຄ້າທີ່ເປັນຕົວແບບເກີດ ຂຶ້ນບໍ່ຫລາຍ ຫລື ໜໍ່ແໜງທີ່ເກີດຂຶ້ນແລ້ວບໍ່ໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ຂະຫຍາຍຕົວ,
ການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ອອກຈາກພື້ນທີ່ບູລິມະສິດຕ່າງໆຍັງມີ ຄວາມຫຼ້າຊ້າ ແລະ ບໍ່ໄດ້ຕາມຄາດໝາຍ,
ການລະດົມທຶນຮອນ ເຂົ້າໃນວຽກງານເກັບ ກູ້ລະເບີດບໍ່ທັນແຕກໄລຍະຜ່ານມາແມ່ນ ໄດ້ຫລາຍແຕ່ການຄຸ້ມຄອງນຳ
ໃຊ້ທຶນໃນວຽກງານດັ່ງກ່າວ ຍັງບໍ່ມີປະສິດທິພາບເທົ່າ ທີ່ຄວນ, ການຊ່ວຍເຫລືອຜູ້ເຄາະຮ້າຍ ຈາກລະເບີດບໍ່ທັນແຕກກໍເຫັນວ່າຍັງມີໜ້ອຍ
ສະນັ້ນຈຶ່ງ ເຮັດໃຫ້ ຄາດໝາຍຂອງວຽກ ງານເກັບກູ້ລະເບີດບໍ່ທັນແຕກບໍ່ໄດ້ຕາມຄາດໝາຍທີ່ວາງໄວ້,
ການຫັນພະນັກ ງານລົງຮາກຖານຍັງບໍ່ທັນລົງ ຕາມສາຍຂະແໜງ ວິຊາການທີ່ ໄປປະຈຳຢູ່ຮາກຖານເພື່ອນຳພາປະຊາຊົນເຮັດຕົວຈິງ,
ຍັງຫັນ ລົງແບບເປັນບ້ານ, ລົງໄປແນະ ນຳວຽກງານຂະ ແໜງການຂອງຕົນສຳເລັດແລ້ວກໍກັບຄືນມາ ພ້ອມນີ້ກໍຍັງບໍ່ທັນໄດ້ເອົາໃຈໃສ່
ຢ່າງຕັ້ງໜ້າໃນການບຳລຸງກໍ່ ສ້າງພະນັກງານລົງ ຮາກຖານ ແລະ ພະນັກງານກັບທີ່ເພື່ອເປັນ ນັກພັດທະນາກອນນຳປະຊາຊົນປູກ,
ລ້ຽງຕົວຈິງຢູ່ຮາກຖານ. ສະນັ້ນຈຶ່ງເຮັດໃຫ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດມີປະສິດທິ
ພາບຕ່ຳ ແລະ ບໍ່ມີຄວາມຍືນຍົງ, ການປັບປຸງການ ຈັດຕັ້ງຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ
ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ, ທ້ອງຖິ່ນໃນໄລຍະ ຜ່ານມາຍັງບໍ່ທັນເອົາໃຈໃສ່ບຳລຸງຍົກລະດັບທາງດ້ານທິດສະດີ
ການເມືອງ ແລະ ວຽກງານວິຊາ ການໃຫ້ພະ ນັກງານຢ່າງເປັນລະບົບຕໍ່ເນື່ອງເທື່ອ, ເຊິ່ງເຮັດໃຫ້ລະດັບຄວາມຮູ້ຄວາມສາມາດຂອງພະນັກງານໃນການເປັນເສນາທິການ
ໃຫ້ ຂັ້ນເທິງ ແລະ ການປະ ສານງານກັບບັນດາຂະແໜງການຂັ້ນຕ່າງໆຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ
ແລະ ບໍ່ທັນມີປະ ສິດທິຜົນ ສູງ, ທັງໝົດທີ່ກ່າວມານັ້ນແມ່ນຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ
ແລະ ລຶບລ້າງ ຄວາມທຸກຍາກທີ່ພາກສ່ວນກ່ຽວຂ້ອງຈະຕ້ອງເອົາໃຈໃສ່ແກ້ໄຂເພື່ອໃຫ້ວຽກງານດັ່ງກ່າວບັນລຸຕາມຄາດໝາຍທີ່ວາງໄວ້.
No comments:
Post a Comment