Ad

Ad

19 November 2014

ກະສິກຳເປັນທ່າແຮງຊຸກຍູ້ເສດຖະກິດຂອງເມືອງກະລຶມ



     ຂະແໜງກະສິກຳ ແລະ ປ່າໄມ້ເປັນທ່າແຮງສຳຄັນພາໃຫ້ເສດຖະກິດຂອງ ເມືອງກະລຶມ ແຂວງເຊກອງ ສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ແລະ ໃນອີກ 5 ປີຕໍ່ຫນ້າ ເມືອງກະລຶມໄດ້ກຳນົດເອົາວຽກງານກະສິກຳ ເປັນວຽກ ຕົ້ນຕໍທີ່ຈະຕ້ອງສຸມທຸກກຳລັງຄວາມສາມາດພັດທະນາໃຫ້ມີປະ ສິດທິຜົນສູງ, ໂດຍມີເປົ້າໝາຍໃຫ້ມູນ ຄ່າຜົນຜະລິດໃນຂົງເຂດກະສິກຳເພີ່ມຂຶ້ນ 16,6% ກວມ 60,8% ຂອງລວມຍອດຜະລິດຕະພັນພາຍໃນ.
     ທ່ານ ບົວເງິນ ພຽນດາວັນ ຮອງເຈົ້າເມືອງໆກະລຶມ ໃຫ້ຮູ້ ວ່າ: ໃນສົກປີ 2014-2019, ຈະສືບຕໍ່ໃຫ້ເສດຖະກິດມີສະ ຖຽນລະພາບ ແລະ ຂະຫຍາຍຕົວຕໍ່ເນື່ອງ, ໂດຍການຊຸກຍູ້ສົ່ງເສີມປະຊາຊົນສຸມໃສ່ຜະລິດກະສິກຳເປັນສິນຄ້າ ແລະ ສະບຽງ ອາຫານໃຫ້ຫລາຍຂຶ້ນຊຶ່ງໃນນີ້ຮອດປີ 2019 ສູ້ຊົນຜະລິດເຂົ້າໃຫ້ໄດ້ 28 ພັນໂຕນ, ພືດເປັນສິນຄ້າ ແລະ ພືດສະບຽງອາຫານ ໃຫ້ໄດ້ແນວລະ 14 ພັນກວ່າໂຕນ, ສ້າງຄອບຄົວ ຕົວແບບດ້ານການປູກຝັງ-ລ້ຽງສັດ 15 ຄອບຄົວ.

     ທ່ານຮອງເຈົ້າເມືອງກ່າວ ວ່າ: ເພື່ອໃຫ້ບັນລຸໄດ້ຕາມເປົ້າ ໝາຍການຂະຫຍາຍຕົວຂອງ ເສດຖະກິດ, ເມືອງຕ້ອງໄດ້ເພີ່ມ ທະວີການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການບຸລິມະສິດຂອງຂະແໜງກະສິກຳ ແລະ ປ່າ ໄມ້ທີ່ວາງໄວ້ໃຫ້ບັນລຸຜົນ, ພ້ອມ ທັງຕັ້ງໜ້າຫັນລົງຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານ ແລະ ຜະລິດສິນຄ້າໃຫ້ຫລາຍຂຶ້ນ, ໂດຍມີການປະສານສົມ ທົບກັບທະນາຄານ ແລະ ສະຖາບັນ ການເງິນຕ່າງໆພາຍໃນແຂວງ- ເມືອງ ເອົາໃຈໃສ່ສະໜອງທຶນ ແລະ ສ້າງເງື່ອນໄຂອຳນວຍ ຄວາມສະດວກຕ່າງໆແກ່ການຜະລິດຂອງປະຊາຊົນ.

No comments:

Post a Comment