Ad

Ad

18 November 2014

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມຝຣັ່ງ



     ໂດຍຕອບສະໜອງຄຳເຊີນຂອງຫໍການຄ້າຂອງປະເທດ ຝຣັ່ງ (MEDEF), ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດເສດ ຖະກິດການຜະລິດ ແລະ ການຈໍລະຈອນໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ສຳມະນາກ່ຽວກັບການສົ່ງເສີມການລົງທຶນຢູ່ເຂດເສດຖະກິດພິເສດ ແລະ ເຂດເສດ ຖະກິດສະເພາະຂອງ ສປປ ລາວ, ຊຶ່ງໄດ້ຈັດຂຶ້ນ ຢູ່ນະຄອນຫລວງປາຣີ ໃນວັນທີ 13 ພະຈິກນີ້, ເຊິ່ງມີການເຂົ້າຮ່ວມ ຂອງບໍລິສັດທີ່ມີຊື່ສຽງຂອງຝຣັ່ງຈຳນວນບໍ່ ໜ້ອຍເປັນ ຕົ້ນ: Air bus, EDF, Air France, BRED ແລະ ທ່ານຮອງນາ ຍົກໄດ້ມີຄຳເຫັນເພື່ອແຈ້ງໃຫ້ກອງປະຊຸມຊາບກ່ຽວກັບທ່າແຮງ ແລະ ທ່າ ໄດ້ປຽບຂອງປະເທດລາວໃນຖານະເປັນປະເທດ ເຊື່ອມຈອດຂອງອະນຸພາກພື້ນ ແລະ ຕັ້ງຢູ່ໃຈ ກາງຂອງອະ ນຸພາກພື້ນທີ່ມີຊາຍແດນຕິດກັບ 4 ປະເທດອາຊຽນ, ທີ່ຈະເຂົ້າ ຮ່ວມປະຊາຄົມເສດຖະກິດອາຊຽນນັບແຕ່ຕົ້ນປີ 2016 ເປັນ ຕົ້ນໄປ ແລະ ຍັງມີຊາຍແດນຕິດກັບ ສປ.ຈີນ ທີ່ເປັນເສດຖະ
ກິດໃຫຍ່ອັນດັບສອງຂອງໂລກ, ທັງເປັນຄູ່ຮ່ວມຍຸດທະສາດຂອງ ອາຊຽນ. ໃນໂອກາດນີ້ ທ່ານ ຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ໄດ້ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍສົ່ງເສີມການລົງ ທຶນຂອງລາວກໍຄືນະໂຍບາຍຈູງໃຈຕ່າງໆທີ່ມີຕໍ່ນັກລົງ ທຶນຢູ່ເຂດເສດຖະກິດພິເສດ ແລະ ເຂດ ເສດຖະກິດສະເພາະ. ຫລັງຈາກ ນັ້ນ, ຜູ້ຕາງນ້າຈາກກອງເລຂາຄະນະກຳມະການ ແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ ເພາະ, ພ້ອມດ້ວຍຜູ້ຕາງໜ້າສະພາບໍລິຫານເຂດ ເສດຖະກິດພິເສດສະຫວັນ-ເຊໂນ ແລະ ຜູ້ຕາງໜ້າບໍລິສັດພັດທະນາກໍຄືບໍລິ ສັດຝຣັ່ງທີ່ລົງທຶນຢູ່ເຂດນີ້ຕ່າງກໍໄດ້ຜັດປ່ຽນກັນ ຂຶ້ນບັນລະຍາຍກ່ຽວກັບລະບຽບການ, ຂັ້ນຕອນ ແລະ ເງື່ອນໄຂສະດວກຕ່າງໆ ທີ່ມີຢູ່ໃນເຂດເສດຖະກິດດັ່ງກ່າວອັນໄດ້ສ້າງ ຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເປັນຢ່າງດີ. ພາຍຫລັງການສຳ ມະນາ, ທ່ານ ຮອງນາຍົກ ຍັງໄດ້ພົບ ປະ 2 ຝ່າຍກັບບໍລິສັດຈຳນວນໜຶ່ງເພື່ອໃຫ້ຄວາມກະຈ່າງແຈ້ງລາຍລະອຽດກ່ຽວກັບຂົງ ເຂດການລົງທຶນກໍຄືພາສີ, ອາກອນ ແລະ ລະບຽບການບໍລິຫານຕ່າງໆ.
    ໃນໄລຍະເຄື່ອນໄຫວຢູ່ນະຄອນຫລວງປາຣີ, ທ່ານ ສົມສະ ຫວາດ ເລັ່ງສະຫວັດ ແລະ ຄະນະກໍໄດ້ພົບປະກັບທ່ານ Laurent Fabius ລັດຖະມົນຕີວ່າການກະຊວງການຕ່າງປະເທດຝຣັ່ງ ຕາມການປະສານງານຂອງສະຖານ ທູດຝຣັ່ງປະ ຈຳລາວ, ຊຶ່ງທ່ານລັດຖະມົນຕີຝຣັ່ງ ໄດ້ຕີລາຄາສູງຕໍ່ການພົວພັນທາງດ້ານການເມືອງລະຫວ່າງສອງປະເທດ ແລະ ໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານລາວ, ທີ່ໄດ້ຊ່ວຍແກ້ໄຂເລື່ອງການຈັດສັນທີ່ດິນໃຫ້ແກ່ໂຮງຮຽນສອນພາສາຝຣັ່ງ Hoffet ທີ່ນະຄອນຫລວງວຽງຈັນ. ນອກຈາກນັ້ນ ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ເຫັນດີເປັນເອກະພາບນຳກັນວ່າລາວ ແລະ ຝຣັ່ງມີຄວາມຈຳເປັນຈະຕ້ອງໄດ້ຮ່ວມ ກັນຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ຫລາຍຂຶ້ນກວ່າເກົ່າເພື່ອໃຫ້ສົມຄູ່ກັບການພົວພັນ ທີ່ດີທາງດ້ານການເມືອງ ແລະ ກັບທ່າແຮງບົ່ມຊ້ອນທີ່ມີ. ທັງສອງຝ່າຍ ເຫັນດີໃຫ້ການເອົາໃຈໃສ່ເສີມຂະຫຍາຍການແລກ ປ່ຽນວັດທະນະທຳນຳກັນໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ອີງຕາມຄຳສະເໜີຂອງຝ່າຍລາວເຮົາ, ທ່ານລັດຖະມົນຕີຝຣັ່ງຕົກລົງ ເພີ່ມທຶນການສຶກສາໃຫ້ແກ່ນັກຮຽນລາວຂຶ້ນຕື່ມ 50% ຈາກຈຳນວນທຶນທີ່ມີຢູ່ໃນປັດຈຸບັນ. ນອກຈາກນັ້ນ, ຝ່າຍຝຣັ່ງຢືນຢັນ ຈະສືບຕໍ່ໃຫ້ການຮ່ວມມືກັບລາວໃນວຽກງານປົກປັກຮັກສາເມືອງມໍລະດົກໂລກຫລວງພະບາງ ແລະ ວັດພູຈຳປາສັກການຮັກ ສາຄວາມປອດໄພທາງການບິນພົນລະເຮືອນໃຫ້ໄດ້ມາດຕະຖານສາກົນ, ພ້ອມທັງຍິນດີພິຈາລະນາການຊ່ວຍເຫລືອການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ຈະມາເຖິງນີ້ ຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ.
           ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ເວົ້າວ່າ: ສປປ ລາວ ໄດ້ເອົາໃຈໃສ່ໃຫ້ການຮ່ວມມືກັບຝຣັ່ງ ແລະ ອີຢູ ຕະຫລາດມາ, ນັບຕັ້ງແຕ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2004 ກໍຄື ການເປັນປະເທດຜູ້ປະສານງານຂອງ ອາຊຽນກັບອີຢູໃນປີ 2006.
     ໃນໂອກາດນີ້, ທ່ານລັດຖະມົນຕີຝຣັ່ງໄດ້ສະເໜີໃຫ້ຝ່າຍລາວໃຫ້ການສະໜັບສະໜູນຕໍ່ການເປັນປະທານຂອງຝຣັ່ງໃນ ການຈັດກອງປະຊຸມສາກົນກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ຈະມີຂຶ້ນຢູ່ນະຄອນຫລວງປາຣີ ໃນເດືອນທັນວາ ປີ 2015 ທີ່ຈະ ມາເຖິງ.

No comments:

Post a Comment