Ad

Ad

18 November 2014

ແຫຼ່ງທ່ອງທ່ຽວທຳມະຊາດ ນ້ຳ ແອດ-ພູເລີຍ ໄດ້ຮັບລາງວັນທາງເລືອກຂອງນັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບຕໍ່ໂລກ ເປັນປີທີ 2



       ອີງ​ຕາມ​ການລາຍ​ງານຂ​​ອງອົງການອະນຸລັກສັດປ່າ ໃນວັນທີ 5 ພະຈິກ ຜ່ານມາ, ອົງການອະນຸລັກສັດປ່າໄດ້ປະກາດມອບລາງວັນທາງເລືອກຂອງນັກ ທ່ອງທ່ຽວທີ່ມີຄວາມຮັບ ຜິດຊອບຕໍ່ໂລກ (People’s Choice Award), ໃຫ້ແກ່ແຫຼ່ງທ່ ອງທ່ຽວລ່ອງເຮືອເບິ່ງສັດປ່າຍາມກາງ ຄືນແມ່ນ້ຳເນີນ, ປ່າສະຫງວນ ແຫ່ງຊາດນ້ຳແອດ-ພູເລີຍ ບ້ານ ສົ້ນຂົວ, ເມືອງຫົວ ເມືອງ, ແຂວງຫົວພັນ, ເຊິ່ງເປັນ ປີທີ 2 ແລ້ວທີ່ ແຫລ່ງທ່ອງທ່ຽວດັ່ງກ່າວໄດ້ຮັບລາງວັນນີ້, ຊຶ່ງຈັດຂຶ້ນຢູ່ສູນການ ຄ້າສາກົນນະຄອນຫລວງລອນດອນປະເທດອັງກິດ. ພາຍ ຫລັງທີ່ແຫລ່ງທ່ອງທ່ຽວດັ່ງ ກ່າວຮັກສາໄດ້ສະພາບແວດລ້ອມທີ່​ດີ ແລະ ໄດ້ ຮັບການພັດທະນາຂຶ້ນເລື້ອຍໆ.
          ກິດຈະກຳຂອງແຫລ່ງ ທ່ອງທ່ຽວດັ່ງກ່າວແມ່ນການຂີ່ ເຮືອຫາງຍາວຊົມທຳມະຊາດ ຕາມສາຍນ້ຳເນີນ​ໃນຕ​ອນບ​່າຍ ແລ​ະ ຕົກມາໃນຕອນຫົວຄ່ຳກໍພາ ນັກທ່ອງທ່ຽວກິນເຂົ້າປ່າ, ທີ່ ກຽມໂດຍຊາວບ້ານທີ່ອາໄສຢູ່ ແຄມຝັ່ງແມ່ນ້ຳເນີນ. ຈາກນັ້ນ ພັກຜ່ອນໜ້ອຍໜຶ່ງຮັບຟັງນິທານ ຈາກປະສົບການຕ່າງໆຂອງ ຊາວບ້ານໃນການລ່າສັດປ່າ ຕອນທີ່ເຂົາເຈົ້າເປັນນັກລ່າສັດ​ດັ່ງ​
ກ່າວກ່ອນທີ່ຈະມາເຮັດວຽກ ບໍລິເປັນການທ່ອງທ່ຽວ ແລະ ສ່ວນໃນຍາມກາງຄືນກໍພານັກ ທ່ອງທ່ຽວລ່ອງເຮືອໄປຕາມ ສາຍ ນ້ຳ, ໂດຍທີ່ບໍ່ໄດ້ຕິດຈັກເຮືອ ເພື່ອບໍ່ໃຫ້ສັດປ່າເຫລົ່ານັ້ນແຕກຕື່ນ, ສ່ວນໃຫຍ່ແລ້ວສາມາດພົບ ເຫັນສັດປ່າປະເພດກວາງ, ເຫງັນ. ນອກຈາກນີ້,  ບາງຄັ້ງຍັງສາມາດພົບເຫັນຟານ, ນາກນ້ຳ, ຮອຍຕີນເສືອໂຄ່ງ, ເສືອໄຟ, ໝາໄນ, ໝີ, ງູເຫຼືອມ, ລິງລົມ, ເຍືອງ, ເຫງັນຫາງກ່ານ, ໝູປ່າ ແລະ ລີງ ເປັນຕົ້ນ. ບາງເທື່ອສະຖານທີ່ແຫ່ງນີ້ອາດເປັນແຫ່ງດຽວທີ່ນັກທ່ອງທ່ຽວສາມາດ ເຫັນ ສັດປ່າຢູ່ໃນປ່າໄດ້.
    ການທ່ອງທ່ຽວທຳມະຊາດ ແບບປະຊາຊົນມີສ່ວນຮ່ວມຂອງໂຄງການນີ້ ໄດ້​ເຮັດໃຫ້ເຊື່ອມ ໂຍງກັນລະຫວ່າງສະຖານບັນ ການທ່ອງທ່ຽວ ແລະ ການອະນຸລັກສັດປ່າມີຄວາມສະໜິດແໜ້ນຫລາຍຂຶ້ນ, ຍ້ອນວ່າລາຍຮັບຈາກການນັກທ່ອງທ່ຽວ ທີ່ເຂົ້າ ມາທ່ຽວຊົມນັ້ນເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວມີລາຍຮັບຫລາຍຂຶ້ນ.  ແລະ ​ສາມາ​ດສ້າງ ແຮງຈູງໃຈໃຫ້ຊາວບ້ານຫັນມາອະ ນຸລັກສັດປ່າເພີ່ມຂຶ້ນ.

No comments:

Post a Comment